• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພິທີຕ້ອນຮັບເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມຢ້ຽມຢາມ ສ.ຝລັ່ງຢ່າງເປັນທາງການ

ພາຍຫຼັງພິທີຕ້ອນຮັບ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຈະພົບກັບທ່ານປະທານສະພາແຫ່ງຊາດ ຝລັ່ງ, ຕ້ອນຮັບທ່ານເລຂາທິການທົ່ວປະເທດຂອງພັກກອມມູນິດ ຝລັ່ງ, ໃຫ້ການຕ້ອນຮັບສະມາຄົມມິດຕະພາບ ຝລັ່ງ - ຫວຽດນາມ, ພົບປະເຈລະຈາກັບທ່ານ Emmanuel Macron ປະທານາທາບໍດີ ຝລັ່ງ.
ພິທີຕ້ອນຮັບທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ (ພາບ: TTXVN)
ຕອນເຊົ້າວັນທີ 7 ຕຸລາ, ຕາມເວລາທ້ອງຖິ່ນ, ພິທີຕ້ອນຮັບທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໃນການເດີນທາງມາຢ້ຽມຢາມ ສ.ຝລັ່ງ ຢ່າງເປັນທາງການ ໄດ້ຈັດຂຶ້ນຢ່າງສົມກຽດຕາມພິທີລະດັບຊາດ ຢູ່ວັງ Invalides ຢູ່ນະຄອນຫຼວງ ປາຣີ ໂດຍທ່ານລັດຖະມົນຕີກະຊວງປ້ອງກັນປະເທດຝລັ່ງ Sébastien Lecornu ເປັນປະທານພິທີຕ້ອນຮັບ. ຕາມແຜນການແລ້ວ, ພາຍຫຼັງພິທີຕ້ອນຮັບ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຈະພົບກັບທ່ານປະທານສະພາແຫ່ງຊາດ ຝລັ່ງ, ຕ້ອນຮັບທ່ານເລຂາທິການທົ່ວປະເທດຂອງພັກກອມມູນິດ ຝລັ່ງ, ໃຫ້ການຕ້ອນຮັບສະມາຄົມມິດຕະພາບ ຝລັ່ງ - ຫວຽດນາມ, ພົບປະເຈລະຈາກັບທ່ານ Emmanuel Macron ປະທານາທາບໍດີ ຝລັ່ງ ແລະ ເປັນສັກຂີພິຍານ ພິທີມອບຮັບເອກະສານຮ່ວມມືສະບັບຕ່າງໆ; ຢ້ຽມຢາມສຳນັກງານ ແລະ ເຮັດວຽກກັບຜູ້ອຳນວຍການໃຫຍ່ອົງການການສຶກສາ, ວິທະຍາສາດ ແລະ ວັດທະນະທຳ ຂອງ ສປຊ (UNESCO), ພົບປະກັບທ່ານປະທານສະພາສູງ ຝລັ່ງ.

(ແຫຼ່ງຄັດຈາກ VOV)

ທ່ານ ເຈິ່ນ ແທງເໝີ້ນ: ອາຊຽນ ຕ້ອງຖືປະຊາຊົນເປັນໃຈກາງໃນທຸກການຕັດສິນຂອງລັດຖະສະພາ

ທ່ານ ເຈິ່ນ ແທງເໝີ້ນ: “ອາຊຽນ ຕ້ອງຖືປະຊາຊົນເປັນໃຈກາງໃນທຸກການຕັດສິນຂອງລັດຖະສະພາ”

ກອງປະຊຸມໃຫຍ່ AIPA ຄັ້ງທີ 47, ພາຍໃຕ້ຫົວຂໍ້ ລັດຖະສະພາຮັບປະກັນໃຫ້ ອາຊຽນ ມີສັນຕິພາບ, ວັດທະນະຖາວອນ ແລະ ຖືປະຊາຊົນເປັນໃຈກາງ" ເປັນການສົມທົບກັນຢ່າງແຮງ, ການຮ່ວມເດີນທາງຂອງບັນດາອົງການນິຕິບັນຍັດໃນການປະຕິບັດການຫັນຄວາມຄາດຫວັງໃຫ້ປະກົດຜົນເປັນຈິງ

Top