• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພິທີຕ້ອນຮັບທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ຢ້ຽມຢາມ ສັນຖະວະໄມຕີ ຫວຽດນາມ ຢ່າງເປັນທາງການ

ຕອນເຊົ້າວັນທີ 28 ມິຖຸນາ 2021, ທີ່ສຳນັກງານປະທານປະເທດ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວນຟຸກ ພ້ອມດ້ວຍພັນລະຍາ ໄດ້ເປັນເຈົ້າພາບໃນພິທີຕ້ອນຮັບທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນປະຕິວັດ ລາວ, ປະທານປະເທດ ລາວ ທອງລຸນ ສີສຸລິດ ແລະ ພັນລະຍາ ພ້ອມດ້ວຍຄະນະ ຜູ້ແທນຂັ້ນສູງຂອງ ພັກ ແລະ ລັດ ລາວ ທີ່ມາຢ້ຽມຢາມ ສັນຖະວະໄມຕີ ຫວຽດນາມ ຢ່າງເປັນທາງການ ແຕ່ວັນທີ 28 – 29 ມິຖຸນາ 2021 ຕາມຄຳເຊີນຂອງທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ກອມມູນິດ ຫວຽດນາມ ຫງວຽນຝູ໋ຈ້ອງ ພ້ອມດ້ວຍພັນລະຍາ ແລະ ທ່ານປະທານປະເທດ ຫວຽດນາມ ຫງວຽນຊວນຟຸກ ພ້ອມດ້ວຍພັນລະຍາ.
 
ທ່ານປະທານປະເທດ ຫວຽດນາມ ຫງວຽນຊວນຟຸກ ແລະ ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນປະຕິວັດ ລາວ,
ປະທານປະເທດ ລາວ ທອງລຸນ ສີສຸລິດ 
ປະຕິບັດພິທີຄົາລົບທຸງ. ພາບ: ເລີມແຄ໋ງ/VNA

ນ້ອງນ້ອຍເຍົາວະຊົນນະຄອນຫຼວງ ຮ່າໂນ້ຍ ມອບດອກໄມ້ສະແດງຄວາມຍິນດີຕ້ອນຮັບທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ
ພ້ອມດ້ວຍພັນລະຍາໃນພິທີຕ້ອນຮັບ. ພາບ: ຖົ໋ງເຍີດ/VNA

ທ່ານປະທານປະເທດ ຫວຽດນາມ ຫງວຽນຊວນຟຸກ ແລະ ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນປະຕິວັດ ລາວ,
ປະທານປະເທດ ລາວ ທອງລຸນ ສີສຸລິດ 
ກວດແຖວກອງກຽດຕິຍົດກອງທັບປະຊາຊົນ ຫວຽດນາມ. ພາບ: ຖົ໋ງເຍີດ/VNA

ທ່ານປະທານປະເທດ ຫວຽດນາມ ຫງວຽນຊວນຟຸກ ແລະ ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນປະຕິວັດ ລາວ,
ປະທານປະເທດ ລາວ ທອງລຸນ ສີສຸລິດ 
ກັບບັນດານ້ອງນ້ອຍເຍົາວະຊົນ ທີ່ພິທີຕ້ອນຮັບ. ພາບ: ຖົ໋ງເຍີດ/VNA

ທ່ານປະທານປະເທດ ຫວຽດນາມ ຫງວຽນຊວນຟຸກ ແລະ ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນປະຕິວັດ ລາວ,
ປະທານປະເທດ ລາວ ທອງລຸນ ສີສຸລິດ ກັບບັນດາທ່ານຜູ້ແທນສອງປະເທດໃນພິທີຕ້ອນຮັບ 
. ພາບ: ຖົ໋ງເຍີດ/VNA


ທ່ານປະທານປະເທດ ຫວຽດນາມ ຫງວຽນຊວນຟຸກ ແລະ ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນປະຕິວັດ ລາວ,
ປະທານປະເທດ ລາວ ທອງລຸນ ສີສຸລິດ 
ກັບບັນດາທ່ານຜູ້ແທນສອງປະເທດໃນພິທີຕ້ອນຮັບ. ພາບ: ຖົ໋ງເຍີດ/VNA   

ປະຕິບັດ: VNA/VNP

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ເຂົ້າຮ່ວມລາຍການສະແດງສິລະປະພິເສດ ຄຳສັ່ງຂອງເພີ່ນ

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ເຂົ້າຮ່ວມລາຍການສະແດງສິລະປະພິເສດ “ຄຳສັ່ງຂອງເພີ່ນ”

ລາຍການໄດ້ເພື່ອຫວນຄືນປະຫວັດສາດ, ພ້ອມທັງຢືນຢັນຄຸນຄ່າແກ່ນສານ ແລະ ບັນດາການປະກອບສ່ວນສຳຄັນຂອງຄຳພິໄນກຳປະທານ ໂຮ່ຈີມິນ ໃນໄຊຊະນະອັນຍິ່ງໃຫຍ່ຂອງການປະຕິວັດ ຫວຽດນາມ ໃນກວ່າເຄິ່ງສະຕະວັດຜ່ານມາ.

Top