• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພິທີຊັກທຸງ ເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງ ອາຊຽນ

      ເວລາ 7 ໂມງ 30 ນາທີ ຕອນເຊົ້າວັນທີ 8 ສິງຫາ,  ຫວຽດນາມ ໄດ້ພ້ອມກັບ 10 ປະເທດສະມາຊິກ ອາຊຽນ ຈັດຕັ້ງພິທີຊັກທຸງ ອາຊຽນ, ເພື່ອແນໃສ່ເຊີດຊູ, ເສີມຂະຫຍາຍບົດບາດ ແລະ ພາບພົດຂອງ ອາຊຽນ ໃນຊີວິດຂອງປະຊາຄົມລວມ. 

ພິທີຊັກທຸງ ອາຊຽນ
      ກ່າວຄຳເຫັນທີ່ພິທີ, ທ່ານ ບຸ່ຍແທງເຊີນ, ຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ໄດ້ເນັ້ນໜັກວ່າ: ການກຳເນີດຂອງປະຊາຄົມ ອາຊຽນ ໃນປີ 2015 ແມ່ນຂີດໝາຍປະຫວັດສາດຂອງວິວັດທະນາການຮ່ວມສຳພັນ ອາຊຽນ, ມີຄວາມໝາຍພິເສດສຳລັບ ສະມາຄົມ, ພາກພື້ນກໍ່ຄືແຕ່ລະປະເທດສະມາຊິກ. ໃນວິວັດແຫ່ງການພັດທະນາ, ອາຊຽນ ຮັກສາບົດບາດເປັນປັດໄຈສຳຄັນສຳລັບສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືເພື່ອການພັດທະນາຢູ່ພາກພື້ນ; ມີການພົວພັນເປີດກ້ວາງກັບບັນດາຄູ່ຮ່ວມມື, ພິເສດແມ່ນບັນດາປະເທດໃຫຍ່ໃນໂລກ; ນຳມາເຊິ່ງຜົນປະໂຫຍດສຳຄັນ ແລະ ແທດຈິງ ໃຫ້ແຕ່ລະປະເທດສະມາຊິກ, ພິເສດແມ່ນສ້າງສະພາບແວດລ້ອມ ແລະ ເງື່ອນໄຂສະດວກເພື່ອພັດທະນາເສດຖະກິດ - ສັງຄົມ ແລະ ເຊື່ອມໂຍງກັບສາກົນ. ທ່ານຮອງລັດຖະມົນຕີ ບຸ່ຍແທງເຊີນ ເນັ້ນໜັກວ່າ:
            “ການຮ່ວມມື ອາຊຽນ ແມ່ນໜຶ່ງໃນບັນດາບຸລິມະສິດແຖວໜ້າຂອງນະໂຍບາຍພົວພັນຕ່າງປະເທດ ຫວຽດນາມ. ນັບແຕ່ໄດ້ເຂົ້າເປັນສະມາຊິກ ອາຊຽນ ເມື່ອປີ 1995 ມາຮອດປະຈຸບັນ, ຫວຽດນາມ ມີຄວາມເອກອ້າງທະນົງໃຈ ໄດ້ເຂົ້າຮ່ວມຢ່າງຕັ້ງໜ້າ, ເປັນເຈົ້າການ ແລະ ປະກອບສ່ວນບໍ່ໜ້ອຍເຂົ້າໃນວິວັດແຫ່ງການຮ່ວມມື ແລະ ສ້າງປະຊາຄົມອາຊຽນ. ໃນວິວັດການນັ້ນ, ຫວຽດນາມ ໄດ້ເພີ່ມທະວີຄວາມສາມັກຄີເປັນເອກະພາບ, ເຂົ້າຮ່ວມການກຳນົດທິດໃຫຍ່ ພັດທະນາສະມາຄົມ ແລະ ນຳໜ້າໃນບາງຂົງເຂດຮ່ວມມື. ຄຽງຄູ່ກັນນັ້ນ, ຫວຽດນາມ ໄດ້ວາງອອກຫຼາຍຂໍ້ລິເລີ່ມເພື່ອຮັກສາສະພາບແວດລ້ອມໃຫ້ມີຄວາມປອດໄພ, ສະຖຽນລະພາບ ແລະ ຮ່ວມມືໃນພາກພື້ນ.
 (ແຫຼ່ງຄັດຈາກ VOV)

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ຕອນບ່າຍວັນທີ 11 ກໍລະກົດ, ຢູ່ສຳນັກງານລັດຖະບານ (ທີ່ ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບ ແລະ ເຮັດວຽກກັບຄະນະວິສາຫະກິດຂອງສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ (USABC) ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

Top