• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພາພົນລະເມືອງຫວຽດນາມ 30 ຄົນຈາກແຂວງ ຮູເປີຍ (ຈີນ) ກັບເມືອປະເທດ

ພາພົນລະເມືອງຫວຽດນາມ 30 ຄົນກັບເມືອປະເທດ (ລວມມີນັກສຶກສາ ແລະ ຍາດຕິພີ່ນ້ອງ, ນັກທ່ອງທ່ຽວຫວຽດນາມ…) ຈາກນະຄອນ ອູ່ຫັ້ນ, ແຂວງ ຮູເປີຍ, ປະເທດຈີນ.


ພົນລະເມືອງຫວຽດນາມ 30 ຄົນຈາກແຂວງ ຮູເປີຍ (ຈີນ) ກັບເມືອປະເທດ

(ພາບ: TTXVN)


ໂດຍປະຕິບັດຄຳສັ່ງຊີ້ນຳຂອງນາຍົກລັດຖະມົນຕີ, ບົນພື້ນຖານຄວາມມຸ່ງມາດປາດຖະໜາຂອງພົນລະເມືອງຫວຽດນາມ, ວັນທີ 10 ກຸມພາ, ກະຊວງການຕ່າງປະເທດຫວຽດນາມ ໄດ້ເປັນເຈົ້າການ, ສົມທົບກັບສະຖານທູດຫວຽດນາມ ປະຈຳປັກກິ່ງ, ປະເທດຈີນ ແລະ ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນທີ່ກ່ຽວຂ້ອງ ດຳເນີນການພາພົນລະເມືອງຫວຽດນາມ 30 ຄົນກັບເມືອປະເທດ (ລວມມີນັກສຶກສາ ແລະ ຍາດຕິພີ່ນ້ອງ, ນັກທ່ອງທ່ຽວຫວຽດນາມ…) ຈາກນະຄອນ ອູ່ຫັ້ນ, ແຂວງ ຮູເປີຍ, ປະເທດຈີນ.

          ພາຍຫຼັງຖ້ຽວບິນເລກທີ HVN68 ລົງຈອດຢູ່ສະໜາມບິນສາກົນ ເວີນດົນ, ແຂວງກວາງນິງ ໃນເວລາ 05 ໂມງ 04 ນາທີ ຕອນເຊົ້າວັນທີ 10 ກຸມພາ, ບັນດາອົງການທີ່ມີໜ້າທີ່ຂອງຫວຽດນາມ ໄດ້ເຮັດລະບຽບການຂ້າເຊື້ອ ແລະ ກວດສຸຂະພາບຢ່າງຖືກຕ້ອງຕາມລະບຽບການກ່ຽວກັບການປ້ອງກັນ, ຕ້ານເຊື້ອພະຍາດໃຫ້ພົນລະເມືອງຫວຽດນາມ 30 ຄົນ. ປະຈຸບັນ, ຈຳນວນພົນລະເມືອງດັ່ງກ່າວມີສຸຂະພາບແຂງແຮງດີ ແລະ ພວມຖືກແຍກຕົວຕ່າງຫາກເພື່ອຕິດຕາມອາການສຸຂະພາບຕາມຂໍ້ກຳນົດ.

          ກ່ອນໜ້ານັ້ນ, ເຮືອບິນລຳນີ້ໄດ້ຂົນສົ່ງເຄື່ອງວັດຖຸ, ອຸປະກອນການແພດຂອງລັດຖະບານ, ປະຊາຊົນ ແລະ ຂອງສະພາກາແດງຫວຽດນາມ ທີ່ມອບໃຫ້ລັດຖະບານ ແລະ ປະຊາຊົນຈີນ, ພ້ອມທັງຊ່ວຍສົ່ງພົນລະເມືອງຈີນ 11 ຄົນກັບເມືອນະຄອນ ອູ່ຫັ້ນ.

(ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top