• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພາຍຸຫິມະເກີດຂຶ້ນຢ່າງຮ້າຍແຮງຢູ່ ອາເມລິກາ

ພາຍຸຫິມະກໍ່ເຮັດໃຫ້ 2 ຄົນເສຍຊີວິດ. ກວ່າ 850.000 ຄົນຢູ່ທາງພາກໃຕ້ປະເທດນີ້ ແລະ ຫຼາຍເຂດອື່ນກໍ່ພວມດຳລົງຊີວິດໃນສະພາບບໍ່ມີໄຟຟ້າໃຊ້.
(ພາຍຸຫິມະນີ້ໄດ້ກໍໃຫ້ເກີດການຂາດວັກຂາດຕອນດ້ານຄົມມະນາຄົມ)

ຕອນເຊົ້າວັນທີ 25 ມັງກອນ, ພາຍຸໃນລະດູໜາວມີຂອບຂະໜາດໃຫຍ່ໃນປະຫວັດສາດ ໄດ້ຖະຫຼົ່ມດິນແດນສ່ວນຫຼາຍຢູ່ ອາເມລິກາ, ດ້ວຍຈຳນວນເກືອບ 250 ຄົນຢູ່ກວ່າ 40 ລັດນອນໃນກຸ່ມກ່າວເຕືອນດິນຟ້າອາກາດອັນຕະລາຍ. ພາຍຸຫິມະກໍ່ເຮັດໃຫ້ 2 ຄົນເສຍຊີວິດ. ກວ່າ 850.000 ຄົນຢູ່ທາງພາກໃຕ້ປະເທດນີ້ ແລະ ຫຼາຍເຂດອື່ນກໍ່ພວມດຳລົງຊີວິດໃນສະພາບບໍ່ມີໄຟຟ້າໃຊ້. ພາຍຸຫິມະນີ້ໄດ້ກໍໃຫ້ເກີດການຂາດວັກຂາດຕອນດ້ານຄົມມະນາຄົມທີ່ຮ້າຍແຮງ ມີຢ່າງໜ້ອຍສຸດມີຖ້ຽວບິນກວ່າ 10.000 ຖ້ຽວຖືກຍົກເລີກ ແລະ ມີນັບພັນຖ້ຽວບິນໃນທົ່ວປະເທດ ອາເມລິກາ ຕ້ອງໂຈະໄວ້.

ບັນດາອົງການທີີ່ມີໜ້າທີ່ໄດ້ປະກາດສະພາສຸກເສີນຢູ່ນັບສີບລັດ ເພື່ອຮັບມືກັບສະພາບຫິມະຕົກໜາ, ໝາກເຫັບຕົກ ແລະ ລົມໜາວພັດແຮງ, ເຮັດໃຫ້ອຸນຫະພູມຢູ່ຫຼາຍເຂດລົງລະດັບສະຖິຕິແຕ່ ລົບ 20 ຫາ 30 ອົງສາ C. ອົງການພະຍາກອນອຸຕຸນິຍົມອຸທົກກະສາດແຫ່ງຊາດ ອາເມລິກາ ກ່າວເຕືອນວ່າ ນີ້ແມ່ນພາຍຸມີລະດັບຄວາມແຮງທີ່ສຸດ ແລະ ສົ່ງຜົນສະທ້ອນຕໍ່ບໍລິເວັນນັບພັນກມ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ - ລາວ ປັບ​ປຸງ​ສາຍ​ພົວ​ພັນ ຫຸ້ນ​ສ່ວນ​ຍຸດ​ທະ​ສາດ ໃນ​ໄລ​ຍະ​ໃໝ່

ຫວຽດ​ນາມ - ລາວ ປັບ​ປຸງ​ສາຍ​ພົວ​ພັນ “ຫຸ້ນ​ສ່ວນ​ຍຸດ​ທະ​ສາດ” ໃນ​ໄລ​ຍະ​ໃໝ່

ວັນທີ 26 ມັງກອນ, ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດແຫ່ງ ສປປ. ລາວ ແລະ ພັນລະຍາ ໄດ້ເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ. ການຢ້ຽມຢາມ ໄດ້ດຳເນີນໃນລະຫວ່າງວັນທີ 26 – 27 ມັງກອນ, ຕາມຄຳເຊີນຂອງທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ແລະ ພັນລະຍາ, ປະກອບສ່ວນຍົກລະດັບການພົວພັນ ແລະ ກຳນົດທິດການຮ່ວມມືຮອບດ້ານ, ມີປະສິດທິຜົນ ແລະ ແທດຈິງຂອງໄລຍະພັດທະນາໃໝ່.

Top