• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໜັງ​ສື​ພິມ ຝ​ລັ່ງ​ເນັ້ນ​ໜັກ​ເຖິງ​ເປົ້າ​ໝາຍ ຫວຽດ​ນາມ ກາຍ​ເປັນ​ປະ​ເທດ​ຮັ່ງ​ມີ​ເຂັ້ມ​ແຂງ

ສື່ມວນຊົນສາກົນ ສືບຕໍ່ລົງຂ່າວເປັນຈຳນວນຫຼາຍກ່ຽວກັບເຫດການກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມປະສົບຜົນສຳເລັດຢ່າງຈົບງາມ.
ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ສະໄໝທີ XIV ເປີດຕົວຢູ່ກອງປະຊຸມໃຫຍ່ (ພາບ: TTXVN)

ສື່ມວນຊົນສາກົນ ສືບຕໍ່ລົງຂ່າວເປັນຈຳນວນຫຼາຍກ່ຽວກັບເຫດການກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມປະສົບຜົນສຳເລັດຢ່າງຈົບງາມ. ວັນທີ 25 ມັງກອນ, ໜັງສືພິມ Le Monde (ຝລັ່ງ)ໄດ້ລົງບົດຂຽນໂດຍໃຫ້ຂໍ້ສັງເກດວ່າ ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ສ້າງຂີດໝາຍຢ່າງພົ້ນເດັ່ນຜ່ານການເລີ່ມຕົ້ນບັນດາໂຄງການປະຕິຮູບກົງຈັກບໍລິຫານຢ່າງເລິກເຊິ່ງກວ້າງຂວາງ ແລະ ຫັນພື້ນຖານເສດຖະກິດເປັນທັນສະໄໝ, ໃຫ້ຄຳໝັ້ນສັນຍາເປີດສັງກາດໃໝ່ - ສັງກາດບຸກບືນຂອງຊາດ.

ຜູ້ຂຽນໃຫ້ຮູ້ວ່າກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກກອມມູນິດ ຫວຽ,ນາມ, ຄະນະບໍລິຫານງານສູນກາງພັກສະໄໝທີ XIV ມີຄວາມເຊື່ອໝັ້ນຢ່າງສິ້ນເຊິ່ງເລືອກຕັ້ງທ່ານໂຕເລິມ ເປັນເລຂາທິການໃຫຍ່ ສະໄໝທີ XIV, ດ້ວຍຄວາມຮັບຜິດຊອບ ພ້ອມກັບທົ່ວພັກ, ທົ່ວປະເທດຊາດ ສູ້ຊົນປະຕິບັດສຳເລັດເປົ້າໝາຍນຳຫວຽດນາມ ກາຍເປັນປະເທດຮັ່ງມີເຂັ້ມແຂງ ແລະ ພັດທະນາໃນປີ 2045. ຈຸດສຸມຂອງຍຸດທະສາດນີ້ແມ່ນເປົ້າໝາຍການເຕີບໂຕເສດຖະກິດບັນລຸລະດັບ 10% ໃນປີ 2030,  ກົງກັບຈຸດເວລາສະເຫຼີມສະຫຼອງ 100 ປີແຫ່ງວັນສ້າງຕັ້ງພັກກອມມູນິດ ຫວຽດນາມ (1930 - 2030), ຮັບຮອງເອົາບັນດາໂຄງການພື້ນຖານໂຄງລ່າງທີ່ໃຫຍ່ຫຼວງ ເຊິ່ງແມ່ນໄມ້ງັດເຕັກໂນໂລຢີຂອບຂະໜາດໃຫຍ່ ແລະການຟື້ນຕົວຂອງບັນດາກຸ່ມບໍລິສັດ ຫວຽດນາມ ທີ່ມີຂອບຂະໜາດລະດັບທົ່ວໂລກບົນເວທີສາກົນ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ - ລາວ ປັບ​ປຸງ​ສາຍ​ພົວ​ພັນ ຫຸ້ນ​ສ່ວນ​ຍຸດ​ທະ​ສາດ ໃນ​ໄລ​ຍະ​ໃໝ່

ຫວຽດ​ນາມ - ລາວ ປັບ​ປຸງ​ສາຍ​ພົວ​ພັນ “ຫຸ້ນ​ສ່ວນ​ຍຸດ​ທະ​ສາດ” ໃນ​ໄລ​ຍະ​ໃໝ່

ວັນທີ 26 ມັງກອນ, ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດແຫ່ງ ສປປ. ລາວ ແລະ ພັນລະຍາ ໄດ້ເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ. ການຢ້ຽມຢາມ ໄດ້ດຳເນີນໃນລະຫວ່າງວັນທີ 26 – 27 ມັງກອນ, ຕາມຄຳເຊີນຂອງທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ແລະ ພັນລະຍາ, ປະກອບສ່ວນຍົກລະດັບການພົວພັນ ແລະ ກຳນົດທິດການຮ່ວມມືຮອບດ້ານ, ມີປະສິດທິຜົນ ແລະ ແທດຈິງຂອງໄລຍະພັດທະນາໃໝ່.

Top