ສື່ມວນຊົນສາກົນ ສືບຕໍ່ລົງຂ່າວເປັນຈຳນວນຫຼາຍກ່ຽວກັບເຫດການກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມປະສົບຜົນສຳເລັດຢ່າງຈົບງາມ.
ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ສະໄໝທີ XIV ເປີດຕົວຢູ່ກອງປະຊຸມໃຫຍ່ (ພາບ: TTXVN)
ສື່ມວນຊົນສາກົນ ສືບຕໍ່ລົງຂ່າວເປັນຈຳນວນຫຼາຍກ່ຽວກັບເຫດການກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມປະສົບຜົນສຳເລັດຢ່າງຈົບງາມ. ວັນທີ 25 ມັງກອນ, ໜັງສືພິມ Le Monde (ຝລັ່ງ)ໄດ້ລົງບົດຂຽນໂດຍໃຫ້ຂໍ້ສັງເກດວ່າ ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ສ້າງຂີດໝາຍຢ່າງພົ້ນເດັ່ນຜ່ານການເລີ່ມຕົ້ນບັນດາໂຄງການປະຕິຮູບກົງຈັກບໍລິຫານຢ່າງເລິກເຊິ່ງກວ້າງຂວາງ ແລະ ຫັນພື້ນຖານເສດຖະກິດເປັນທັນສະໄໝ, ໃຫ້ຄຳໝັ້ນສັນຍາເປີດສັງກາດໃໝ່ - ສັງກາດບຸກບືນຂອງຊາດ.
ຜູ້ຂຽນໃຫ້ຮູ້ວ່າກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກກອມມູນິດ ຫວຽ,ນາມ, ຄະນະບໍລິຫານງານສູນກາງພັກສະໄໝທີ XIV ມີຄວາມເຊື່ອໝັ້ນຢ່າງສິ້ນເຊິ່ງເລືອກຕັ້ງທ່ານໂຕເລິມ ເປັນເລຂາທິການໃຫຍ່ ສະໄໝທີ XIV, ດ້ວຍຄວາມຮັບຜິດຊອບ ພ້ອມກັບທົ່ວພັກ, ທົ່ວປະເທດຊາດ ສູ້ຊົນປະຕິບັດສຳເລັດເປົ້າໝາຍນຳຫວຽດນາມ ກາຍເປັນປະເທດຮັ່ງມີເຂັ້ມແຂງ ແລະ ພັດທະນາໃນປີ 2045. ຈຸດສຸມຂອງຍຸດທະສາດນີ້ແມ່ນເປົ້າໝາຍການເຕີບໂຕເສດຖະກິດບັນລຸລະດັບ 10% ໃນປີ 2030, ກົງກັບຈຸດເວລາສະເຫຼີມສະຫຼອງ 100 ປີແຫ່ງວັນສ້າງຕັ້ງພັກກອມມູນິດ ຫວຽດນາມ (1930 - 2030), ຮັບຮອງເອົາບັນດາໂຄງການພື້ນຖານໂຄງລ່າງທີ່ໃຫຍ່ຫຼວງ ເຊິ່ງແມ່ນໄມ້ງັດເຕັກໂນໂລຢີຂອບຂະໜາດໃຫຍ່ ແລະການຟື້ນຕົວຂອງບັນດາກຸ່ມບໍລິສັດ ຫວຽດນາມ ທີ່ມີຂອບຂະໜາດລະດັບທົ່ວໂລກບົນເວທີສາກົນ.