• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພາກ​ຮ່ວມ​ມື​ໃໝ່​ແຫ່ງ​ສັນ​ຕິ​ພາບ ແລະ ວັດ​ທະ​ນາ​ຖາ​ວອນ​ຂອງ ຫວຽດ​ນາມ ແລະ ເອີ​ລົບ

ດ້ວຍ​ບັນ​ດາ​ໝາກ​ຜົນ​ທີ່​ອຸ​ດົມ​ສົມ​ບູນ ແລະ ແທ້​ຈິງ, ການ​ເດີນ​ທາງ​ໄປ​ປະ​ຕິ​ບັດ​ງານ​ສ້າງ​ຂີດ​ໝາຍ​ຢ່າງ​ເລິກ​ເຊິ່ງ, ແມ່ນ​ຂີດ​ໝາຍ​ເປີດ​ພາກ​ພັດ​ທະ​ນາ​ໃໝ່​ເຕັມ​ໄປ​ດ້ວຍ​ແງ່​ຫວັງ​ໃນ​ການ​ພົວ​ພັນ ລະ​ຫວ່າງ ຫວຽດ​ນາມ ກັບ​ແດນ​ມາກ, EU ແລະ ແບນ​ຊິກ.
​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ກ່າວ​ຄຳ​ເຫັນ​ທີ່​ເວ​ທີ​ປາ​ໄສວິ​ສາ​ຫະ​ກິດ ຫວຽດ​ນາມ ແດນ​ມາກ (ພາບ: VNA)
ຕອນ​ເຊົ້າ​ວັນ​ທີ 25 ຕຸ​ລາ, ເຮືອ​ບິນ​ພິ​ເສດ​ນຳ​ສົ່ງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມພ້ອມ​ກັບ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ຫວຽດ​ນາມ ໄດ້​ມາ​ຮອດ​ຮ່າ​ໂນ້ຍ, ສິ້ນ​ສຸດ​ການ​ຢ້ຽມ​ຢາມ​ລາ​ຊະ​ອາ​ນາ​ຈັກ​ແດນ​ມາກ, ສະ​ຫະ​ພາບ​ເອີ​ລົບ ແລະ ລາ​ຊະ​ອາ​ນາ​ຈັກ ແບນ​ຊິກ​ຢ່າ​ງ​ຈົບ​ງາມ. ດ້ວຍ​ບັນ​ດາ​ໝາກ​ຜົນ​ທີ່​ອຸ​ດົມ​ສົມ​ບູນ ແລະ ແທ້​ຈິງ, ການ​ເດີນ​ທາງ​ໄປ​ປະ​ຕິ​ບັດ​ງານ​ສ້າງ​ຂີດ​ໝາຍ​ຢ່າງ​ເລິກ​ເຊິ່ງ, ແມ່ນ​ຂີດ​ໝາຍ​ເປີດ​ພາກ​ພັດ​ທະ​ນາ​ໃໝ່​ເຕັມ​ໄປ​ດ້ວຍ​ແງ່​ຫວັງ​ໃນ​ການ​ພົວ​ພັນ ລະ​ຫວ່າງ ຫວຽດ​ນາມ ກັບ​ແດນ​ມາກ, EU ແລະ ແບນ​ຊິກ. ການ​ເດີນ​ທາງ​ໄປ​ປະ​ຕິ​ບັດງານ​ຂອງ​ທ່ານ​ເລ​ຂາ​ທິການ​ໃຫຍ່, ປະ​ທານ​ປະ​ເທດ​ໂຕ​ເລິມ ໄດ້​ປະ​ກອບ​ສ່ວນ​ສ້າງ​ຂອບ​ຂະ​ໜາດ​ໃໝ່​ໃຫ້​ການ​ພົວ​ພັນ​ອັນ​ດີ​ງາມ​ລະ​ຫວ່າງ ຫວຽດ​ນາມ ກັບ​ແດນ​ມາ, EU ແລະ ແບນ​ຊິກ, ເສີມ​ຂະ​ຫຍາຍ​ຢ່າງ​ແຮງ​ບົດ​ບາດ​ການ​ທູດ​ປະ​ມຸກ​ລັດ ເພື່ອ​ລະ​ດົມ​ແຫຼ່ງ​ກຳ​ລັງ​ອັນ​ລ້ຳ​ຄ່າ​ເພື່ອ​ຮັບ​ໃຊ້​ປະ​ເທດ​ຊາດ; ພ້ອມ​ທັງ​ສ້າງ​ບາ​ດ​ກ້າວ​ຫັນ​ປ່ຽນ, ນຳ​ບັນ​ດາ​ກາ​ລະ​ໂອ​ກາ, ທ່າ​ແຮງ​ບົ່ມ​ຊ້ອນ​ໃນ​ກ​ານ​ຮ່ວມ​ມື​ກາຍ​ເປັນ​ໂຄງ​ການ​ກະ​ທຳ​ລະ​ອຽດ, ແທ້​ຈິງ. ໝາກ​ຜົນຂອງ​ການ​ຢ້ຽມ​ຢາມ​ໄດ້​ເປີດ​ສະ​ຖານ​ທີ່​ຮ່ວມ​ມື​ລະ​ຫວ່າງ ຫວຽດ​ນາມ ກັບ​ບັນ​ດາ​ຄູ່​ຮ່ວມ​ມື​ເອີ​ລົບ, ຜ່ານ​ນັ້ນ​ປະ​ກອບ​ສ່ວນ​ສຳ​ຄັນ​ເຂົ້າ​ພາ​ລະ​ກິດ​ແຫ່ງ​ການ​ສ້າງ​ສາ, ພັດ​ທະ​ນາ​ປະ​ເທດ​ຊາດ.

(ແຫຼ່ງຄັດຈາກ VOV)

ໄຂ​ເວ​ທີ​ປາ​ໄສ ແລະ ງານ​ວາງ​ສະ​ແດງ​ກະ​ສິ​ກຳ​ຂອບ​ຂະ​ໜາດ​ໃຫຍ່​ຢູ່​ກຳ​ປູ​ເຈຍ

ໄຂ​ເວ​ທີ​ປາ​ໄສ ແລະ ງານ​ວາງ​ສະ​ແດງ​ກະ​ສິ​ກຳ​ຂອບ​ຂະ​ໜາດ​ໃຫຍ່​ຢູ່​ກຳ​ປູ​ເຈຍ

ເຫດ​ການ​ໄດ້​ດຳ​ເນີນ​ໃນ​ສາມ​ວັນ, ແຕ່​ວັນ​ທີ 23 – 25 ຕຸ​ລາ, ດ້ວຍ​ປະ​ມານ 400 ຮ້ານ​ວາງ​ສະ​ແດງ​ສິນ​ຄ້າ​ເຄື່ອງ​ຈັກ​ກະ​ສິ​ກຳ, ບັນ​ດາ​ມາດ​ຕະ​ການ​ດີ​ຈີ​ຕອນ ແລະ ວັດ​ຖຸ​ອຸ​ປະ​ກອນ​ປຸງ​ແຕ່ງ​ອາ​ຫານ​ການ​ກິນ.

Top