• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພາກ​ກາງ ຫວຽດ​ນາມ ດຶງ​ດູດ​ແຂກ​ທ່ອງ​ທ່ຽວ​ມາ​ທ່ຽວ​ດ້ວຍກ່ຳ​ປັ່ນ​ທະ​ເລເປັນ​ຈຳ​ນວນ​ຫລາຍ

ຈຳນວນແຂກທ່ອງທ່ຽວສາກົນມາຈາກບັນດານະຄອນທະເລຢູ່ພາກກາງຂອງ ຫວຽດນາມ ດ້ວຍກ່ຳປັ່ນທະເລເພີ່ມຂຶ້ນຢ່າງວ່ອງໄວ.
ຈຳນວນແຂກທ່ອງທ່ຽວສາກົນມາຈາກບັນດານະຄອນທະເລຢູ່ພາກກາງຂອງ ຫວຽດນາມ ດ້ວຍກ່ຳປັ່ນທະເລເພີ່ມຂຶ້ນຢ່າງວ່ອງໄວ (ພາບ: TTXVN)

ບັນດາທ້ອງຖິ່ນກໍພວມຍາດໂອກາດ, ທ່າໄດ້ປຽບ, ເພີ່ມທະວີການລົງທຶນ, ໂຄສະນາເພື່ອດຶງດູດແຂກທ່ອງທ່ຽວຊັ້ນສູງນີ້ຢ່າງມີປະສິດທິຜົນ.

ນັບແຕ່ຕົ້ນປີມາຮອດປັດຈຸບັນ, ນະຄອນ ຍາຈາງ (ແຂວງ ແຄັງຮວ່າ) ໄດ້ຕ້ອນຮັບກ່ຳປັ່ນທະເລ 15 ຖ້ຽວຢ່າງລຽນຕິດ, ດ້ວຍຈຳນວນແຂກທ່ອງທ່ຽວນັບໝື່ນຄົນ, ໃນນັ້ນ ມີກ່ຳປັ່ນທະເລສາກົນຂະໜາດໃຫຍ່  ທີ່ສາມາດໂດຍສານແຂກທ່ອງທ່ຽວເຖິງ 4.000 ຄົນ. ຫຼ້າສຸດ, ວັນທີ 13 ມີນາ, ກ່ຳປັ່ນທ່ອງທ່ຽວ Arcadia ຂອງ Bermuda ໄດ້ໂດຍສານແຂກທ່ອງທ່ຽວກວ່າ 1.700 ຄົນ ມາ ຍາຈາງ ໃນໄລຍະເດີນທາງໄປອ້ອມທະວີບ ອາຊີ.

ຄ້າຍຄືກັນ, ຢູ່ເທື່ອທຽນເຫວະ, ຕາມການຄາດຄະເນຂອງພະແນກທ່ອງທ່ຽວແຂວງນີ້ແລ້ວ, ໃນປີ 2024, ຈຳນວນກ່ຳປັ່ນທ່ອງທ່ຽວທະເລເຂົ້າທຽບທ່າ ເຈິນເມິຍ ອາດເພີ່ມຂຶ້ນທົບ 2 ເທົ່າເມື່ອທຽບໃສ່ປີ 2023, ຫຼືອາດຈະຫຼາຍກວ່າ. ພ້ອມດຽວກັນນັ້ນ, ຈຳນວນແຂກທ່ອງທ່ຽວສາກົນມາ ເຫວະ ກໍຈະເພີ່ມຂຶ້ນໃນໄລຍະຈະມາເຖິງ.

(ແຫຼ່ງຄັດຈາກ VOV)

ຫວຽດນາມ ຈະສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າ, ມີຄວາມຮັບຜິດຊອບຕໍ່ຄວາມມານະພະຍາຍາມຂອງສະຫະປະຊາຊາດ

ຫວຽດນາມ ຈະສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າ, ມີຄວາມຮັບຜິດຊອບຕໍ່ຄວາມມານະພະຍາຍາມຂອງສະຫະປະຊາຊາດ

ທ່ານນາຍົກລັດຖະມົນຕີ ເລມິງຮຶງ ສະເໜີໃຫ້ບັນດາ ອົງການສະຫະປະຊາຊາດ ເສີມຂະຫຍາຍທ່າແຮງດ້ານວິຊາສະເພາະ ແລະ ເຄືອຂ່າຍຄູ່ຮ່ວມມືທົ່ວໂລກໜູນຊ່ວຍ ຫວຽດນາມ ເຂົ້າເຖິງພູມປັນຍາ

Top