• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພາກພື້ນ ອາຊຽນ + 3 ມີແງ່ຫວັງເສດຖະກິດເຕີບໂຕຢ່າງຕັ້ງຫນ້າໃນປີ 2022

ໃນປີນີ້ ບັນດາພື້ນຖານເສດຖະກິດ ສ່ວນຫລາຍບັນລຸການເຕີບໂຕຢູ່ໃນລະດັບຕ່ຳກວ່າເມື່ອທຽບໃສ່ການຄາດຄະເນທີ່ຍົກອອກມາໃນເດືອນ ຕຸລາ ປີ 2021.
ກອງປະຊຸມຂັ້ນສູງອາຊຽນ + 3 ຄັ້ງທີ 24. ພາບ: TTXVN

ວັນທີ 25 ພະຈິກ, ຫ້ອງການຄົ້ນຄ້ວາເສດຖະກິດມະຫາພາກ ອາຊຽນ + 3 (ອາຊຽນ + 3) ລວມມີ ບັນດາປະເທດ ອາຊຽນ ແລະ ຈີນ, ສເກົາຫລີ ແລະ ຍີ່ປຸ່ນ (AMRO) ໄດ້ປະກາດບົດລາຍງານອັບເດດການຕິດຕາມເສດຖະກິດພາກພື້ນເດືອນ ມັງກອນ ປີ 2022, ໂດຍບໍ່ຫົວຊາຕໍ່ບັນດາສິ່ງທ້າທາຍໃຫມ່ ຈາກໂລກລະບາດໂຄວິດ 19. AMRO ຍັງຄົງຮັກສາການຕີລາຄາຕັ້ງຫນ້າ ແລະ ຄາດຄະເນການເຕີບໂຕເສດຖະກິດປີນີ້ຂອງກຸ່ມ ອາຊຽນ + 3 ຈະບັນລຸ 4,9%, ແມ່ນລະດັບຕ່ຳກວ່າເມື່ອທຽບໃສ່ລະດັບ 5% ໂດຍໄດ້ຍົກອອກມາໃນບົດລາຍງານອັບເດດເມື່ອເດືອນ ຕຸລາ ປີ 2021. AMRO ໄດ້ໃຫ້ຂໍ້ສັງເກດວ່າ ລະດັບເງິນເຟີ້ຂອງ ອາຊຽນ + 3 ປະມານ 2,9%. ສຳລັບພາກພື້ນ ອາຊຽນ, AMRO ຖືວ່າ ໃນປີນີ້ ບັນດາພື້ນຖານເສດຖະກິດ ສ່ວນຫລາຍບັນລຸການເຕີບໂຕຢູ່ໃນລະດັບຕ່ຳກວ່າເມື່ອທຽບໃສ່ການຄາດຄະເນທີ່ຍົກອອກມາໃນເດືອນ ຕຸລາ ປີ 2021 ຍ້ອນຜົນສະທ້ອນຈາກ ການລະບາດຂອງກາຍພັນ Omicron ແລະມີຄວາມສ່ຽງຈັດວາງມາດຕະການປິດລ້ອມເພື່ອຄວບຄຸມແຜ່ລະບາດຢູ່ບັນດາປະເທດ.
(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top