• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພັດ​ທະ​ນາ​ພື້ນ​ຖານ​ໂຄງ​ລ່າງ​ຍຸດ​ທະ​ສາດ​ຮອບ​ດ້ານ, ສ້າງ​ພື້ນ​ທີ່​ພັດ​ທະ​ນາ​ໃໝ່

ໃນອາທິດຜ່ານມາ, ເປັນຄັ້ງທຳອິດທີ່ ຫວຽດນາມ ດຳເນີນພິທີເລີ່ມລົງມືກໍ່ສ້າງ, ເປີດສະຫຼອງ 80 ໂຄງການ, ກິດຈະກຳພັດທະນາພື້ນຖານໂຄງລ່າງເສດຖະກິດ - ສັງຄົມສຳຄັນ, ຈຸດສຸມຂອງປະເທດຊາດ. ນີ້ແມ່ນບັນດາກິດຈະກຳທີ່ເປັນສັນຍາລັກ, ຢັ້ງຢືນພາບພົດປະເທດ ຫວຽດນາມ ພັດທະນາ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງໃນໂລກ.

80 ໂຄງການ, ກິດຈະກຳໃຫຍ່, ຈຸດສຸມ, ຢາຍຢູ່ທົ່ວ 3 ພາກ ເໜືອ - ກາງ - ໃຕ້, ດ້ວຍມູນຄ່າການລົງທຶນທັງໝົດປະມານ 450.000 ຕື້ດົ່ງ (19,5 ຕື້ USD). ການເປີດສະຫຼອງ ແລະ ເລີ່ມລົງມືກໍ່ສ້າງບັນດາກິດຈະກຳໄດ້ມີຄວາມໝາຍສຳຄັນເປັນພິເສດໃນຫຼາຍແງ່ມູມ ນັບທັງດ້ານເສດຖະກິດ, ການເມືອງ, ສັງຄົມ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ ແລະ ການເຊື່ອມໂຍງເຂົ້າກັບສາກົນ.

  ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ, ເລຂາຄະນະພັກນະຄອນ ໂຮ່ຈີມິນ ຫງວຽນວັນເນນ ຕິດຕປາຍກິດຈະກຳສະເຫຼີມສະຫຼອງ 50 ປີ ແຫ່ງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ (ພາບ: VGP)  

ເຫດການມີລັກສະນະປະຫວັດສາດໃນການພັດທະນາພື້ນຖານໂຄງລ່າງ

ເກືອບ 50 ກິດຈະກຳ ດ້ວຍຂອບຂະໜາດໃຫຍ່ ສວມບົດບາດສຳຄັນຍິ່ງໃນການຮັບໃຊ້ການພັດທະນາເສດຖະກິດ - ສັງຄົມ, ເຊັ່ນ: 05 ໂຄງການເສັ້ນທາງຄວາມໄວສູງມີຄວາມຍາວ 227 ກິໂລແມັດ ໄດ້ຮັບການກໍ່ສ້າງສຳເລັດ ແລະ ນຳເຂົ້າໃຊ້ງານ, ເປັນອັນວ່າ ໃນທົ່ວປະເທດ ຫວຽດນາມ ມີລະບົບເສັ້ນທາງຄວາມໄວສູງ ລວມຄວາມຍາວ 2.268 ກິໂລແມັດ ໄດ້ນຳເຂົ້າໃຊ້ງານ; ອ່າງເກັບນ້ຳ ກຣົງແບກເທື້ອງ (ແຂວງ ດັກລັກ) ຮັບໃຊ້ການຫົດນ້ຳໃຫ້ເນື້ອທີ່ປູກຝັງກວ່າ 14.000 ເຮັກຕາ ແລະ ສະໜອງນ້ຳໃຊ້ສະອາດໃຫ້ແກ່ກວ່າ 100.000 ຄອບຄົວ; ສູນສາທາລະນະສຸກການທະຫານ - ປະຊາຊົນ ເມືອງ ກົນດ໋າວ, ໂຮງໝໍຫຼາຍຂະແໜງເຂດ ຮອັກໂມນ ແລະ ນຳບາງກິດຈະກຳທາງການສຶກສາ, ສາທາລະນະສຸກ, ວັດທະນະທຳ, ກິລາ… ເຂົ້າໃຊ້ງານ.

ພິເສດ, ເລື່ອງອາຄານຜູ້ໂດຍສານ T3 ທ່າອາກາດສະຍານສາກົນ ເຕິນເຊີນເຍີດ ໄດ້ກໍ່ສ້າງສຳເລັດ ແລະ ນຳເຂົ້າໃຊ້ງານກົງກັບໂອກາດວັນບຸນສຳຄັນຂອງປະເທດຊາດ, ເຊິ່ງແລ້ວໄວກວ່າແຜນການທີ່ໄດ້ວາງອອກ 2 ເດືອນ. ສິ່ງດັ່ງກ່າວ ໄດ້ສົ່ງຜົນກະທົບຢ່າງຕັ້ງໜ້າຕໍ່ຄວາມຄືບໜ້າໃນການກໍ່ສ້າງສະໜາມບິນສາກົນ ລອງແທັ່ງ ໃຫ້ສຳເລັດໂດຍພື້ນຖານໃນປີນີ້.

  ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ (ພາບ: VGP)  

ໄປຄຽງຄູ່ກັນນັ້ນ, ຍັງມີກວ່າ  30 ກິດຈະກຳ ທີ່ມີຂອບຂະໜາດໃຫຍ່, ມີບົດບາດສຳຄັນໃນການພັດທະນາເສດຖະກິດຂອງບັນດາທ້ອງຖິ່ນໃນທົ່ວປະເທດ. ເມື່ອກ່າວຄຳເຫັນໃນພິທີເລີ່ມລົງມືກໍ່ສ້າງ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເນັ້ນໜັກວ່າ:

“ການເລີ່ມລົງມືກໍ່ສ້າງ, ເປີດສະຫຼອງນຳໃຊ້ບັນດາກິດຈະກຳ, ໂຄງການນີ້ ມີບົດບາດ, ຄວາມໝາຍສຳຄັນຢ່າງໃຫຍ່ຫຼວງໃນການເຊື່ອມຕໍ່ພາຍໃນແຂວງ ແລະ ພາຍໃນເຂດ; ລະຫວ່າງເຂດ, ລະຫວ່າງແຂວງ, ລະຫວ່າງປະເທດ ແລະ ເຊື່ອມຕໍ່ກັບສາກົນ, ຊຸກຍູ້ການພັດທະນາເສດຖະກິດສັງຄົມຂອງບັນດາທ້ອງຖິ່ນເວົ້າສະເພາະ ແລະ ຂອງປະເທດ ເວົ້າລວມ. ບັນດາກິດຈະກຳຈຸດສຸມດ້ານເສດຖະກິດ - ສັງຄົມ ລ້ວນແຕ່ແມ່ນບັນດາໂຄງການສຳຄັນ, ມີຄວາມໝາຍຍຸດທະສາດ, ສະແດງໃຫ້ເຫັນເຈດຈຳນົງ, ຄວາມຕັດສິນໃຈຂອງພັກ, ລັດ, ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ວິສາຫະກິດໃນການສ້າງພື້ນທີ່ພັດທະນາໃໝ່, ສ້າງພື້ນຖານເພື່ອຊຸກຍູ້ການເຕີບໂຕ ແລະ ພັດທະນາເສດຖະກິດ - ສັງຄົມຂອງປະເທດຊາດ, ຮັບປະກັນການໜູນຊ່ວຍສັງຄົມ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ. ຂ້າພະເຈົ້າຫວັງວ່າ ນີ້ຈະແມ່ນບັນດາກິດຈະກຳທີ່ມີລັກສະນະ “ເປັນສັນຍາລັກ” ປະກອບສ່ວນຢັ້ງຢືນພາບພົດ ຫວຽດນາມ “ເອກະລາດ - ສັນຕິພາບ - ເອກະພາບ - ສ້າງຄວາມເຂັ້ມແຂງດ້ວຍຕົນເອງ - ປະຊາຊົນອີ່ມໜຳສຳລານສົມບູນພູນສຸກ  - ສິວິໄລ - ວັດທະນາຖາວອນ” ໃນແຜນທີ່ໂລກ ແລະ ສຸດທ້າຍແມ່ນປະຊາຊົນໄດ້ຮັບການຊົມໃຊ້ຜົນງານຈາກບັນດາກິດຈະກຳ - ໂຄງການນີ້”.

  ທ່ານນາຍົກລັດຖະມົນຕີຟ້າມມິງຈິງ ເປີດສະຫຼອງນຳໃຊ້ອາຄານຜູ້ໂດຍສານ T3 ທ່າອາກາດສະຍານສາກົນ ເຕິນເຊີນເຍີດ (ພາບ: VGP)  

ກຳລັງໜູນສຳຄັນຊຸກຍູ້ການເຕີບໂຕ, ພັດທະນາປະເທດຊາດໃນໄລຍະໃໝ່

ມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ (ປີ 2021) ໄດ້ຊີ້ແຈ້ງວ່າ ຮອດປີ 2025, ເຊິ່ງເປັນປີສະເຫຼີມສະຫຼອງ 50 ປີແຫ່ງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດ ເປັນເອກະພາບ: ຫວຽດນາມ ແມ່ນປະເທດພວມພັດທະນາ, ມີອຸດສາຫະກຳຕາມທິດທັນສະໄໝ, ຜ່ານຜ່າລະດັບລາຍຮັບປານກາງຕ່ຳ.

ເພື່ອບັນລຸໄດ້ເປົ້າໝາຍນີ້, 1 ໃນ 3 ບຸກທະລຸຍຸດທະສາດ ໂດຍພັກໄດ້ກຳນົດແມ່ນ “ສ້າງລະບົບພື້ນຖານໂຄງລ່າງຄົບຊຸດ, ທັນສະໄໝທັງດ້ານເສດຖະກິດ ແລະ ສັງຄົມ; ໃຫ້ບຸລິມະສິດພັດທະນາບາງກິດຈະກຳຈຸດສຸມແຫ່ງຊາດ ກ່ຽວກັບຄົມມະນາຄົມ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ; ເອົາໃຈໃສ່ຕໍ່ການພັດທະນາພື້ນຖານໂຄງລ່າງທາງດ້ານຖະແຫຼງຂ່າວ, ໂທລະຄົມມະນາຄົມ, ສ້າງພື້ນຖານຫັນເປັນດີຈີຕອນແຫ່ງຊາດ, ພັດທະນາເສດຖະກິດດີຈີຕອນເທື່ອລະກ້າວ ແລະ ສັງຄົມດີຈີຕອນ”.

ດັ່ງນັ້ນ, ສຳລັບບັນດາກິດຈະກຳ, ໂຄງການເປີດສະຫຼອງນຳໃຊ້ໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຮຽກຮ້ອງວ່າ:

“ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນແມ່ນອົງການຄຸ້ມຄອງບໍລິຫານບັນດາໂຄງການ ແລະ ບັນດາເຈົ້າຂອງລົງທຶນ ຈົ່ງຈັດຕັ້ງການເຄື່ອນໄຫວ, ນຳເຂົ້າໃຊ້ງານໂດຍດ່ວນ ເພື່ອເສີມຂະຫຍາຍປະສິດທິຜົນການລົງທຶນຢ່າງສຸດຂີດ. ບັນດາທ້ອງຖິ່ນຍາດແຍ່ງທ່າໄດ້ປຽບຂອງບັນດາໂຄງການເພື່ອວາງແຜນຜັງ ແລະ ພັດທະນາພື້ນທີ່ໃໝ່ ແນໃສ່ຊຸກຍູ້ການພັດທະນາເສດຖະກິດ - ສັງຄົມຂອງທ້ອງຖິ່ນແບບກວມລວມ, ຮອບດ້ານ; ບໍ່ປະໃຫ້ຜູ້ໃດຖືກຕົກຢູ່ເບື້ອງຫຼັງ”.

ສຳລັບບັນດາກິດຈະກຳ, ໂຄງການເລີ່ມລົງມືກໍ່ສ້າງໃນໂອກາດນີ້, ເຈົ້າຂອງລົງທຶນ ແລະ ຜູ້ຮັບເໝົາ ຕ້ອງຮີບເຮັ່ງລະດົມເຄື່ອງອຸປະກອນ, ກຳລັງແຮງຄົນເພື່ອຜັນຂະຫຍາຍການກໍ່ສ້າງບັນດາໂຄງການ, ສູ້ຊົນກໍ່ສ້າງສຳເລັດກ່ອນກຳນົດເວລາ, ຮັບປະກັນຄຸນນະພາບ, ນຳເຂົ້າໃຊ້ງານໃນໄວໆນີ້ ແລະ ເສີມຂະຫຍາຍປະສິດທິຜົນການລົງທຶນ. ບັນດາທ້ອງຖິ່ນ ຕ້ອງສຸມໃສ່ວຽກງານບຸກເບີກໜ້າພຽງ; ແນະນຳບັນດາເຈົ້າຂອງລົງທຶນ, ຜູ້ຮັບເໝົາແກ້ໄຂລະບຽບການບໍລິຫານກ່ຽວກັບບໍ່ແຮ່, ວັດສະດຸ, ສິ່ງເສດເຫຼືອໃຫ້ສຳເລັດໂດຍໄວ ເພື່ອເປັນເຈົ້າການຜັນຂະຫຍາຍບັນດາໂຄງການໃຫ້ຖືກຕ້ອງຕາມແຜນການ ແລະ ເປົ້າໝາຍທີ່ວາງອອກ. ໃນຂະບວນວິວັດຜັນຂະຫຍາຍໂຄງການ ຕ້ອງຮັບປະກັນຜົນປະໂຫຍດຂອງ ລັດ ແລະ ນຳມາເຊິ່ງຜົນປະໂຫຍດໃຫ້ປະຊາຊົນ ແລະ ວິສາຫະກິດ.

ການເປີດສະຫຼອງນຳໃຊ້ ແລະ ເລີ່ມລົງມືກໍ່ສ້າງ 80 ກິດຈະກຳໃນໄລຍະຜ່ານມາ ແມ່ນມີຄວາມໝາຍສຳຄັນເປັນພິເສດໃນຫຼາຍດ້ານ ນັບທັງດ້ານເສດຖະກິດ, ການເມືອງ, ສັງຄົມ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ ແລະ ການເຊື່ອມໂຍງເຂົ້າກັບສາກົນ. ພ້ອມດຽວກັນນັ້ນ ແມ່ນຫັນບັນດາແຜນນະໂຍບາຍຂອງພັກ ແລະ ລັດ ໃນການພັດທະນາພື້ນຖານໂຄງລ່າງຍຸດທະສາດຮອບດ້ານ, ກວມລວມ ໃຫ້ປະກົດຜົນເປັນຈິງ, ແກ້ໄຂຈຸດອຸດຕັນກ່ຽວກັບທາງຄົມມະນາຄົມ, ພື້ນຖານໂຄງລ່າງດ້ານເສດຖະກິດ - ສັງຄົມ, ສ້າງພື້ນຖານ ແລະ ພື້ນທີ່ພັດທະນາໃໝ່ໃຫ້ແກ່ດ້ານເສດຖະກິດສົງຄົມ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບໃຫ້ແກ່ບັນດາທ້ອງຖິ່ນ, ບັນດາເຂດພາກ ແລະ ທົ່ວປະເທດ; ແມ່ນກຳລັງໜູນສຳຄັນເພື່ອຊຸກຍູ້ການເຕີບໂຕ, ພັດທະນາປະເທດຊາດໃນໄລຍະໃໝ່./.

(ແຫຼ່ງຄັດຈາກ VOV)

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ນີ້ແມ່ນການຢັ້ງຢືນບັນດາການປະກອບສ່ວນຂອງກຳລັງຮັກສາສັນຕິພາບຫວຽດນາມ ເວົ້າລວມ, ໂຮງໝໍກາງສະໜາມຂັ້ນ 2 ເລກ 6 ເວົ້າສະເພາະ, ໃນວິວັດການປະຕິບັດພາລະກິດຢູ່ ຄະນະປົກປັກຮັກສາສັນຕິພາບຂອງ ສປຊ ຢູ່ ຊູດັງໃຕ້ (UNMISS).

Top