• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພັດ​ທະ​ນາ​ຕາ​ໜ່າງ​ບັນ​ດາ​ນະ​ຄອນ​ປະ​ດິ​ດ​ຄິດ​ສ້າງ ອີງ​ໃສ່ 3 ເສົາ​ຄ້ຳ​ຕົ້ນ​ຕໍ: ອອກ​ແບບ, ​ຊຸ​ມ​ຊົນ, ປະ​ດິດ​ຄິດ​ສ້າງ

ເວທີປາໄສໄດ້ຈັດຂຶ້ນ ເພື່ອແນໃສ່ເຮັດແຈ້ງຄວາມສຳຄັນຂອງຂົງເຂດວັດທະນະທຳ ແລະ ປະດິດຄິດສ້າງ ສຳລັບການພັດທະນາຕົວເມືອງ ແລະ ຄຸນນະພາບຊີວິດການເປັນຢູ່ຂອງປະຊາຊົນ ຢູ່ບັນດາປະເທດສະມາຊິກ ອາຊຽນ.
ບັນຍາກາດເວທີປາໄສ (ພາບ: VGP)

ວັນທີ 18 ພະຈິກ, ເວທີປາໄສຕາໜ່າງບັນດານະຄອນປະດິດຄິດສ້າງຂອງອົງການສຶກສາ, ວິທະຍາສາດ ແລະ ວັດທະນະທຳ ຂອງ ສປຊ (UNESCO) ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ປະຈຳ ຮ່າໂນ້ຍ ດ້ວຍຫົວຂໍ້ “ສ້າງສາຕົວເມືອງຄືນໃໝ່ ແລະ ພັດທະນາແບບຍືນຍົງ” ໄດ້ຈັດຂຶ້ນຢູ່ຫໍພິພິທະພັນ ຮ່າໂນ້ຍ. ເຫດການມີການເຂົ້າຮ່ວມຂອງຜູ້ແທນ ຫວຽດນາມ ກວ່າ 100 ທ່ານ ແລະ ຜູ້ແທນຕ່າງປະເທດກວ່າ 20 ທ່ານ. ເວທີປາໄສໄດ້ຈັດຂຶ້ນ ເພື່ອແນໃສ່ເຮັດແຈ້ງຄວາມສຳຄັນຂອງຂົງເຂດວັດທະນະທຳ  ແລະ ປະດິດຄິດສ້າງ ສຳລັບການພັດທະນາຕົວເມືອງ ແລະ ຄຸນນະພາບຊີວິດການເປັນຢູ່ຂອງປະຊາຊົນ ຢູ່ບັນດາປະເທດສະມາຊິກ ອາຊຽນ.

ເມື່ອແລກປ່ຽນຢູ່ທີ່ເວທີປາໄສ, ບັນດາຜູ້ແທນຖືວ່າ, ການພັດທະນາຕາໜ່າງບັນດານະຄອນປະດິດຄິດສ້າງ ຮຽກຮ້ອງຕ້ອງອີງໃສ່ 3 ເສົາຄ້ຳ, ນັ້ນແມ່ນ: ການອອກແບບ, ຊຸມຊົນ, ປະດິດຄິດສ້າງ, ປະກອບສ່ວນສ້າງເງື່ອນໄຂດີທີ່ສຸດ ໃຫ້ບັນດານັກປະດິດຄິດສ້າງໜຸ່ມ ສາມາດເສີມຂະຫຍາຍກຳລັງບົ່ມຊ້ອນຂອງຕົນຢ່າງງ່າຍດາຍ, ສ້າງຫຼາຍເຂດດຳລົງຊີວິດທີ່ດີກວ່າໃຫ້ແກ່ປະຊາຊົນນະຄອນ, ຜ່ານນັ້ນ ຍົກສູງຄຸນນະພາບຊີວິດການເປັນຢູ່ຂອງປະຊາຊົນ.

(ແຫຼ່ງຄັດຈາກ VOV)

ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ​ຕີ​ລາ​ຄາ​ສູງ​ລະ​ດັບ​ການ​ເຕີບ​ໂຕ​ປີ 2025 ຂອງ ຫວຽດ​ນາມ

ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ​ຕີ​ລາ​ຄາ​ສູງ​ລະ​ດັບ​ການ​ເຕີບ​ໂຕ​ປີ 2025 ຂອງ ຫວຽດ​ນາມ

ບັນດາບົດລາຍງານສາກົນທີ່ໄດ້ປະກາດໃນຫວ່າງມໍ່ໆມານີ້ ລ້ວນແຕ່ຮັບຮູ້ລະດັບຄວາມເຊື່ອໝັ້ນທີ່ນັບມື້ນັບເພີ່ມຂຶ້ນສຳລັບແງ່ຫວັງເສດຖະກິດ ຫວຽດນາມ ໃນປີ 2025, ເມື່ອບັນດາເສົາຄ້ຳການເຕີບໂຕຕົ້ນຕໍສືບຕໍ່ສະແດງໃຫ້ເຫັນຄວາມອາດສາມາດຟື້ນຟູຢ່າງແຮງ ແລະ ຍືນຍົງ.

Top