• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພັກ, ລັດ ແລະ ປະ​ຊາ​ຊົນ ຫວຽດ​ນາມ ຍາມ​ໃດ​ກໍ່ເຊີດ​ຊູ​, ຈາ​ລຶກຄຸນ​ງາມ​ຄວາມ​ດີ, ການ​ເສຍ​ສະຫຼະ​ຂອງ​ບັນ​ດາວິ​ລະ​ຊົນ​ທີ່​ຜູ້​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ, ທະ​ຫານ​ເສຍ​ອົງ​ຄະ, ທະ​ຫານ​ເຈ​ັບ​ເປັນ

ຕອນບ່າຍວັນທີ 19 ກໍລະກົດ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໄປຢ້ຽມຢາມ ແລະ ມອບຂອງຂວັນໃຫ້ບັນດາທະຫານເສຍອົງຄະ, ທະຫານເຈັບເປັນຢູ່ສູນເບິ່ງແຍງດູແລທະຫານເສຍອົງຄະ ກິມບ໋າງ, ແຂວງ ຮະນາມ.
  ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ມອບຂອງຂວັນໃຫ້ບັນດາທະຫານເສຍອົງຄະ, ທະຫານເຈັບເປັນຢູ່ສູນເບິ່ງແຍງດູແລທະຫານເສຍອົງຄະ ກິມບ໋າງ, ແຂວງ ຮະນາມ (ພາບ: TTXVN)  

ຢູ່ທີ່ນີ້, ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈິງ ໃຫ້ຮູ້ວ່າ ມີຫຼາຍແຜນນະໂຍບາຍ, ນະໂຍບາຍຂອງພັກ ແລະ ລັດ ໄດ້ຜັນຂະຫຍາຍປະຕິບັດຢ່າງມີປະສິດທິຜົນ; ເປົ້າໝາຍຊົມໃຊ້ນະໂຍບາຍບຸລິມະສິດນີ້ ນັບມື້ນັບໄດ້ຮັບການເປີດກວ້າງ, ບັນດາລະບອບບຸລິມະສິດ ກໍໄດ້ຮັບການປັບປຸງເທື່ອລະກ້າວ, ສະແດງໃຫ້ເຫັນຄວາມເຄົາລົບ, ຄວາມຮູ້ບຸນຄຸນ, ການເບິ່ງແຍງດູແລຂອງພັກ, ລັດ ແລະ ປະຊາຊົນ. ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ: ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ຍາມໃດກໍເຊີດຊູ, ຈາລຶກຄຸນງາມຄວາມດີ, ການເສຍສະຫຼະຂອງວິລະຊົນຜູ້ທີ່ເສຍສະຫຼະຊີວິດເພື່ອຊາດ, ທະຫານເສຍອົງຄະ ແລະ ທະຫານເຈັບເປັນ.

 ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີໃຫ້ ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ພ້ອມດ້ວຍບັນດາອົງການທີ່ກ່ຽວຂ້ອງ ຈົ່ງຍູ້ແຮງຂະບວນການ “ຕອບບຸນແທນຄຸນ”, “ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ”, “ທົ່ວປວງຊົນເບິ່ງແຍງດູແລບັນດາຄອບຄົວທະຫານເສຍອົງຄະ, ນັກຮົບເສຍສະຫຼະຊີວິດເພື່ອຊາດ ແລະ ຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ.”..

(ແຫຼ່ງຄັດຈາກ VOV)

ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຮຽກຮ້ອງເພີ່ມທະວີການເຊື່ອມຕ່ໍ

ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຮຽກຮ້ອງເພີ່ມທະວີການເຊື່ອມຕ່ໍ

ທ່ານນາຍົກລັດຖະມົນຕີ ມາເລເຊຍ ກໍ່ເນັ້ນໜັ້ກເຖິງບັນດາບຸລິມະສິດ ໃນການຮ່ວມມືທີ່ແທ້ຈິງຄືການເຊື່ອມຕໍ່, ການຄຳ້ປະກັນຄວາມໝັ້ນຄົງດ້ານ ສະບຽງອາຫານ, ການຫັນເປັນດີຈີຕອນ, ການສຶກສາ, ການແພດສາທາລະນະສຸກ ແລະດິນຟ້າອາກາດ.

Top