• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພັກ, ລັດ ເຄົາລົບ, ຮັບປະກັນສິດເສລິໃນການເຫຼື້ອມໃສ, ເຊື່ອຖືສາສະໜາຂອງປະຊາຊົນ

ໂດຍຕາງໜ້າໃຫ້ການນຳພັກ, ລັດ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ: ດ້ວຍໄລຍະເວລາເກືອບ 2 ພັນປີທີ່ຕິດພັນ ແລະ ຮ່ວມເດີນທາງພ້ອມກັບຊາດ
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ອວຍພອນຢູ່ວັດ ກວັນຊື້, ຮ່າໂນ້ຍ (VGP/Nhật Bắc)

ຕອນເຊົ້າວັນທີ 2 ມິຖຸນາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໄປອວຍພອນບັນດາຜູ້ມີຍົດສັກຕຳແໜ່ງ, ພະສົງສຳມະເນນ, ພຸດທະສາສະນິກກະຊົນ ສະມາຄົມພຸດທະສາສະໜາ ຫວຽດນາມ ເນື່ອງໃນໂອກາດວັນບຸນວິສາຂະບູຊາ ພສ 2567 - ຄສ 2023 ແລະ ເຂົ້າຮ່ວມວັນບຸນວິສາຂະບູຊາຢູ່ວັດ ກວານຊື້, ຮ່າໂນ້ຍ, ສຳນັກງານຂອງສູນກາງສາມາຄົມພຸດທະສາສະໜາ ຫວຽດນາມ.

ໂດຍຕາງໜ້າໃຫ້ການນຳພັກ, ລັດ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ: ດ້ວຍໄລຍະເວລາເກືອບ 2 ພັນປີທີ່ຕິດພັນ ແລະ ຮ່ວມເດີນທາງພ້ອມກັບຊາດ, ສາສະໜາພຸດ ຫວຽດນາມ ໄດ້ຜ່ານຜ່າຫຼາຍໄລຍະຂຶ້ນລົງປະຫວັດສາດຂອງປະເທດຊາດ. ສາສະໜາພຸດ ແມ່ນສ່ວນໜຶ່ງທີ່ສຳຄັນໃນຊີວິດທາງດ້ານວັດທະນະທຳແຫ່ງຈິດວິນຍານຂອງຊາດ ຫວຽດນາມ. ພັກ, ລັດ ຍາມໃດກໍ່ຢັ້ງຢືນ ແລະ ປະຕິບັດນະໂຍບາຍເຄົາລົບ, ຮັບປະກັນສິດເສລີໃນການເຫຼື້ອມໃສ, ເຊື່ອຖືສາສະໜາຂອງປະຊາຊົນຢ່າງສະເໝີຕົ້ນສະເໝີປາຍ; ຮັບປະກັນບັນດາການເຄື່ອນໄຫວສາສະໜາຖືກຕ້ອງຕາມກົດໝາຍ, ຖືກຕ້ອງຕາມກົດບັດ ແລະ ຂໍ້ກຳນົດກົດລະບຽບຂອງສາສະໜາ ທີ່ລັດໄດ້ຮັບຮອງເອົາ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ, ຊີ້ແຈ້ງວ່າ:

ດ້ວຍມູນເຊື້ອຮັກຊາດ ຕິດພັນກັບການຮ່ວມເດີນທາງພ້ອມກັບປະເທດຊາດ, ຂ້າພະເຈົ້າປາດຖະໜາ ແລະ ເຊື່ອໝັ້ນວ່າ ສະມາຄົມພຸດທະສາສະໜາ ຫວຽດນາມ ຈະສືບຕໍ່ເສີມຂະຫຍາຍນ້ຳໃຈຖືວຽກງານຮັບໃຊ້ສາສະນິກກະຊົນ, ເພື່ອຜົນປະໂຫຍດຂອງປະເທດຊາດ, ຂອງປະຊາຊົນ, ແມ່ນທິດທາງໃນການຖືສິນກິນທານ. ຂ້າພະເຈົ້າສະເໜີໃຫ້ສະມາຄົມພຸດທະສາສະໜາ ຫວຽດນາມ ທຸກຂັ້ນສືບຕໍ່ເສີມຂະຫຍາຍມູນເຊື້ອສາມັກຄີເປັນແບບຢ່າງໃນການປະຕິບັດການຂົນຂວາຍພະສົງສຳມະເນນ, ພຸດທະສາສະນິກກະຊົນ ປະຕິບັດບັນດາແຜນນະໂຍບາຍຂອງພັກ, ນະໂຍບາຍ ກົດໝາຍຂອງລັດໃຫ້ເປັນຢ່າງດີ, ຕັ້ງໜ້າຕອບສະໜອງບັນດາຂະບວນການແຂ່ງຂັນຮັກຊາດ, ເປັນເຈົ້າການເຂົ້າຮ່ວມ ແລະ ປະຕິບັດບັນດາການເຄື່ອນໄຫວກຸສົນ, ຮັບປະກັນຊີວິດສັງຄົມ, ເສີມຂະຫຍາຍກຳລັງແຮງມະຫາສາມັກຄີທົ່ວປວງຊົນທັງຊາດ ,ເພື່ອປະເທດ ຫວຽດນາມ ໝັ້ນຄົງ, ເຂັ້ມແຂງ, ວັດທະນາຖາວອນ, ມີຄວາມຜາສຸກ ແລະ ອີ່ມໜຳສຳລານ.

(ແຫຼ່ງຄັດຈາກ VOV)

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ຕອນເຊົ້າວັນທີ 20 ຕຸລາ, ຢູ່ຫໍປະຊຸມ ຢຽນຮົ່ງ, ຮ່າໂນ້ຍ, ສະພາແຫ່ງຊາດ ຫວຽດນາມ ໄດ້ໄຂກອງປະຊຸມສະໄໝສາມັນເທື່ອທີ 10, ເຊິ່ງແມ່ນກອງປະຊຸມຄັ້ງສຸດທ້າຍຂອງສະພາແຫ່ງຊາດ ຫວຽດນາມ ຊຸດທີ 15. ກອງປະຊຸມວຽກງານຫຼາຍທີ່ສຸດຂອງ ອາຍຸການ, ຄາດວ່າ ດຳເນີນເປັນເວລາປະມານ 40 ວັນ. ເຂົ້າຮ່ວມວາລະໄຂກອງປະຊຸມ, ມີທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ, ທ່ານປະທານປະເທດ ເລືອງເກື່ອງ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ແລະ ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ.

Top