• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພັກ, ລັດ ຍາມໃດກໍ່ຮັບປະກັນສິດເສລີໃນການເຫຼື້ອມໃສເຊື່ອຖືສາສະໜາຂອງປະຊາຊົນ

ທ່ານປະທານປະເທດ ຢືນຢັນວ່າ ພັກ, ລັດ ຍາມໃດກໍ່ສະເໝີຕົ້ນສະເໝີປາຍ ຕໍ່ການເຄົາລົບ ແລະ ຮັບປະກັນສິດເສລີໃນການເຫຼື້ອມໃສເຊື່ອຖືສາສະໜາຂອງປະຊາຊົນ, ຕອບສະໜອງສິດ, ຜົນປະໂຫຍດຖືກຕ້ອງຕາມກົດໝາຍ, ຊອບທຳຂອງບັນດາສາສະໜາ.
  ທ່ານປະທານປະເທດ ຫງວຽນຊວັນຟຸກ ໄປຢ້ຽມຢາມ, ມອບຂອບຂວັນ, ອວຍພອນເຂດຊາວຄຼິດ ຮ່າໂນ້ຍ (ພາບ: TTXVN)  

ເນື່ອງໃນໂອກາດວັນບຸນຄຼິດສະມາດ 2022, ຕອນເຊົ້າວັນທີ 17 ທັນວາ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ໄປຢ້ຽມຢາມ, ມອບຂອບຂວັນ, ອວຍພອນເຂດຊາວຄຼິດ ຮ່າໂນ້ຍ.

ຢູ່ສຳນັກສັງຄະລາດໃຫຍ່ ຮ່າໂນ້ຍ, ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ສົ່ງຄຳຢື້ນຢາມຖາມຂ່າວ, ຄຳອວຍພອນອັນປະເສີດຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ, ການນຳພັກ, ລັດ ທີ່ສົ່ງເຖິງສັງຄະນາຍົກ Giuse ຫວູວັນທຽນ, ສັງຄະນາຍົກເຂດຊາວຄຼິດ ຮ່າໂນ້ຍ, ຮອງປະທານສະພາສັງຄະລາດ ຫວຽດນາມ; ບັນດາຄຸນພໍ່, ນັກບວດທີ່ຕາງໜ້າໃຫ້ບັນດາເຂດຊາວຄຼິດ ຮ່າໂນ້ຍ ຕ້ອນຮັບວັນບຸນຄຼິດສະມາດດ້ວຍຄວາມສະຫງົບສຸກ.

ທ່ານປະທານປະເທດ ຢືນຢັນວ່າ ພັກ, ລັດ ຍາມໃດກໍ່ສະເໝີຕົ້ນສະເໝີປາຍ ຕໍ່ການເຄົາລົບ ແລະ ຮັບປະກັນສິດເສລີໃນການເຫຼື້ອມໃສເຊື່ອຖືສາສະໜາຂອງປະຊາຊົນ, ຕອບສະໜອງສິດ, ຜົນປະໂຫຍດຖືກຕ້ອງຕາມກົດໝາຍ, ຊອບທຳຂອງບັນດາສາສະໜາ. ທ່ານປະທານປະເທດຫວັງວ່າ ສະພາສັງຄະລາດ ຈະສືບຕໍ່ຂົນຂວາຍບັນດາຜູ້ມີຍົດສັກຕຳແໜ່ງທາງສາສະໜາ, ນັກບວດ ແລະ ພໍ່ແມ່ປະຊາຊົນຊາວຄຼິດ ສືບຕໍ່ອຸທິດສ່ວນ, ຮັບໃຊ້ປະເທດຊາດ, ຮັບໃຊ້ປະຊາຊົນ.

ແລະກໍ່ໃນວັນດຽວກັນ, ທ່ານປະທານປະເທດ ຫງວຽນຊວັນຟຸກ ກໍ່ໄດ້ໄປຢ້ຽມຢາມສູນກາງຄະນະກຳມະການສາມັກຄີຊາວຄຼິດ  ຫວຽດນາມ.

(ແຫຼ່ງຄັດຈາກ VOV)

IAEA ຖອນ​ຕົວ​ນັກ​ກວດ​ກາ​ນິວ​ເຄຼຍ ອອກ​ຈາກ​ອີ​ຣານ ຍ້ອນຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ຫາ​ຄວາມ​ປອດ​ໄພ

IAEA ຖອນ​ຕົວ​ນັກ​ກວດ​ກາ​ນິວ​ເຄຼຍ ອອກ​ຈາກ​ອີ​ຣານ ຍ້ອນຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ຫາ​ຄວາມ​ປອດ​ໄພ

ວັນທີ 4 ກໍລະກົດ, ອົງການພະລັງງານປະລະມານູສາກົນ (IAEA) ໃຫ້ຮູ້ວ່າ ອົງການນີ້ໄດ້ຖອນຕົວນັກກວດການິວເຄຼຍອອກຈາກອີຣານ ຍ້ອນຄວາມວິຕົກກັງວົນຕໍ່ບັນຫາກ່ຽວກັບຄວາມປອດໄພ.

Top