ຕາມໜັງສືພິມ Washinton Post ແລ້ວ, ຝ່າຍສະໜັບສະໜູນ ຖ້ອຍທຳນອງ “ສໍ້ໂກງການເລືອກຕັ້ງ” ໂດຍທ່ານອະດີດປະທານາທິບໍດີ Donald Trump ຍົກອອກມາ ໄດ້ກີດຂວາງທ່ານ Kevin McCarthy ດຳລົງຕຳແໜ່ງປະທານສະພາຕ່ຳດ້ວຍເລື່ອງສະເໜີຜູ້ອອກສະໝັກເລືອກຕັ້ງສູ້ຢັນ ຫວັງຢາກ ທຳລາຍບັດ ຂອງທ່ານອະດີດການນຳຝ່າຍສຽງສ່ວນໜ້ອຍ.ຕາມນັ້ນແລ້ວ, ໃນການເລືອກຕັ້ງ 3 ຮອບວັນທີ 3 ມັງກອນ, ຝ່າຍນີ້ໄດ້ສະເໜີທ່ານ Andy Biggs ສະມາຊິກສະພາຕ່ຳຂອງ ພັກສາທາລະນະ (ລັດ Arizona) ແລະ Jim Jordan ສະມາຊິກສະພາຕ່ຳ (ລັດ Ohio) ມາແຂ່ງຂັນເລືອກຕັ້ງກັບທ່ານ McCarthy, ເຮັດໃຫ້ທ່ານບໍ່ບັນລຸໄດ້ຈຳນວນບັດທີ່ຕ້ອງການ ພາຍຫຼັງການເລືອກຕັ້ງທັງ 3 ຮອບ.
ແລະກໍ່ໃນຕອນເຊົ້າວັນທີ 4 ມັງກອນ, ໃນຮອບເລືອກຕັ້ງທີ 4 ແລະ ທີ5, ຝ່າຍສໍ້ໂກງການເລືອກຕັ້ງ" ໄດ້ແນະນຳຜູ້ອອກສະໝັກເລືອກຕັ້ງຄົນອື່ນນັ້ນແມ່ນທ່ານ Byron Donalds ສະມາຊິກສະພາຕ່ຳພັກສາທາລະນະ(ລັດ Florida) ເຂົ້າແຂ່ງຂັນການເລືອກຕັ້ງ.