• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພັກ​ຄອມ​ມູ​ນິດ​ ຫວຽດ​ນາມ ພວມ​ເສີມ​ຂະ​ຫຍາຍ​ມໍ​ລະ​ດົກ​ຂອງ​ການ​ນຳ​ລຸ້ນ​ກ​່ອນ

ວິວັດການສຶກສາຮ່ຳຮຽນ ແລະ ປະສົບການເຮັດວຽກຜ່ານຫຼາຍຕຳແໜ່ງທີ່ແຕກຕ່າງກັນ ໄດ້ຊ່ວຍໃຫ້ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ສະສົມໄດ້ບັນດາຄວາມຮູ້ ແລະ ປະສົບການ ເພື່ອຮັບດຳລົງບົດບາດເປັນຜູ້ນຳ.
ນັກຄົ້ນຄວ້າ ອັງກິດ ຖືວ່າ ມໍລະດົກຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຈະກາຍເປັນສ່ວນໜຶ່ງທີ່ຂາດບໍ່ໄດ້ໃນຂະບວນວິວັດກໍ່ສ້າງພັກ ແລະ ລັດ ຫວຽດນາມ, ພາຍໃຕ້ການນຳພາຂອງທ່ານເລຂາທິການໃຫຍ່, ປະທານປະເທດ ຄົນໃໝ່ ໂຕເລິມ.(ພາບ: TTXVN)

ມໍລະດົກຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຈະກາຍເປັນສ່ວນໜຶ່ງທີ່ຂາດບໍ່ໄດ້ໃນຂະບວນວິວັດກໍ່ສ້າງພັກ ແລະ ລັດ ຫວຽດນາມ, ພາຍໃຕ້ການນຳພາຂອງທ່ານເລຂາທິການໃຫຍ່, ປະທານປະເທດ ຄົນໃໝ່ ໂຕເລິມ. ເມື່ອຕອບສຳພາດຕໍ່ນັກຂ່າວສຳນັກຂ່າວສານ ຫວຽດນາມ, ທ່ານ Kyril Whittaker, ນັກຄົ້ນຄວ້າການເມືອງ, ປະຫວັດສາດ ຫວຽດນາມ ແລະ ສະມາຊິກພັກກອມມູນິດ ອັງກິດ (CPB), ໄດ້ຢັ້ງຢືນວ່າ ວິວັດການສຶກສາຮ່ຳຮຽນ ແລະ ປະສົບການເຮັດວຽກຜ່ານຫຼາຍຕຳແໜ່ງທີ່ແຕກຕ່າງກັນ ໄດ້ຊ່ວຍໃຫ້ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ສະສົມໄດ້ບັນດາຄວາມຮູ້ ແລະ ປະສົບການ ເພື່ອຮັບດຳລົງບົດບາດເປັນຜູ້ນຳ. ການໃຫ້ຄຳໝັ້ນສັນຍາຂອງທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ໃນບົດກ່າວປາໄສເມື່ອຮັບດຳລົງຕຳແໜ່ງນັ້ນ ໄດ້ຊີ້ໃຫ້ເຫັນວ່າ ພັກຄອມມູນິດ ຫວຽດນາມ ໄດ້ສືບທອດມໍລະດົກ ກໍຄື ທິດສະດີຂອງການນຳລຸ້ນກ່ອນໆ, ໃນນັ້ນ ມີປະທານ ໂຮ່ຈີມິນ, ທ່ານອະດີດເລຂາທິການໃຫຍ່ ເລຢວນ ແລະ ເຈື່ອງຈິງ, ໃນພາລະກິດສ້າງສາ ແລະ ພັດທະນາປະເທດຊາດຕາມມຸນເຊື້ອປະຕິວັດ ຫວຽດນາມ.

ທ່ານ Whittaker ໃຫ້ຂໍ້ສັງເກດວ່າ ຫວຽດນາມ ພວມກ້າວເດີນຢ່າງຖືກທິດໃນການສ້າງພື້ນຖານເສດຖະກິດ ແລະ ຊີວິດຂອງປະຊາຊົນສືບຕໍ່ໄດ້ຮັບການປົວແປງໃນແຕ່ລະປີ; ພ້ອມທັງເນັ້ນໜັກວ່າ ການເຕີບໂຕເສດຖະກິດ ເຊິ່ງ ຫວຽດນາມ ບັນລຸໄດ້ນັ້ນ  ແມ່ນນະໂຍບາຍລຸລ່ວງໃນການຖືປະຊາຊົນເປັນສຳຄັນແຖວໜ້າ ແລະ ເປັນໃຈກາງຂອງພື້ນຖານການເມືອງ ແລະ ເສດຖະກິດຂອງປະເທດຊາດ.

(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ຢ້ຽມ​ຢາມ​ຄອບ​ຄົວ​ ທ່ານ​ ໄຊ​ສົມ​ພອນ ພົມວິຫານ ອະ​ດີດ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ລາວ

ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ຢ້ຽມ​ຢາມ​ຄອບ​ຄົວ​ ທ່ານ​ ໄຊ​ສົມ​ພອນ ພົມວິຫານ ອະ​ດີດ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ລາວ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ຢັ້ງ​ຢືນເຖິງຄຸນ​ງາມ​ຄວາມ​ດີ​ໃນ​ການ​ປະ​ກອບ​ສ່ວນ​ທີ່​ຍິ່ງ​ໃຫຍ່​ຂອງ​ສະ​ຫາຍທີ່ມີ​ຕໍ່​ການ​ເພີ່ມ​ພ​ູນ​ຄູນ​ສ້າງການ​ພົວ​ພັນ​ມິດ​ຕະ​ພາບ​ອັນ​ຍິ່ງ​ໃຫຍ່, ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານ ຫວຽດ​ນາມ - ລາວ.

Top