• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພັກນິ​ຍົມ​ຮັກ​ສາ​ເດີມ ສະ​ໜັບ​ສະ​ໜູນ ລັດ​ຖະ​ບານ ອັງ​ກິດ ຊຸກ​ຍູ້​ການ​ພົ​ວ​ພັນ​ກັບ ຫວຽດ​ນາມ

ວັນທີ 22 ກຸມພາ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອັງກິດ ຫງວຽນຮວ່າງລອງ ໄດ້ເຮັດວຽກກັບທ່ານ Oliver Dowden ປະທານພັກນິຍົມຮັກສາເດີມ ເພື່ອແລກປ່ຽນກ່ຽວກັບການພົວພັນລະຫວ່າງສອງປະເທດ ກໍຄື ອັບເດດຂໍ້ມູນກ່ຽວກັບສະພາບການຢູ່ ຫວຽດນາມ, ພ້ອມທັງປຶກສາຫາລືກ່ຽວກັບວິທີຊຸກຍູ້ການຮ່ວມມືແນໃສ່ເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງສອງຝ່າຍ.

ວັນທີ 22 ກຸມພາ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອັງກິດ ຫງວຽນຮວ່າງລອງ ໄດ້ເຮັດວຽກກັບທ່ານ Oliver Dowden  ປະທານພັກນິຍົມຮັກສາເດີມ ເພື່ອແລກປ່ຽນກ່ຽວກັບການພົວພັນລະຫວ່າງສອງປະເທດ ກໍຄື ອັບເດດຂໍ້ມູນກ່ຽວກັບສະພາບການຢູ່ ຫວຽດນາມ, ພ້ອມທັງປຶກສາຫາລືກ່ຽວກັບວິທີຊຸກຍູ້ການຮ່ວມມືແນໃສ່ເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງສອງຝ່າຍ.

    

ທ່ານເອກອັກຄະລັດຖະທູດ ຫງວຽນຮວ່າງລອງ ມອບຂອງຂວັນເປັນທີ່ລະນຶກໃຫ້ແກ່ ທ່ານ Oliver Dowden ປະທານພັກນິຍົມຮັກສາເດີມ

ນະທີ່ນີ້, ທ່ານເອກອັກຄະລັດຖະທູດ ຫງວຽນຮວ່າງລອງ ໄດ້ແບ່ງປັນກັບທ່ານ Oliver Dowden ກ່ຽວກັບທິດທາງການພົວພັນຕ່າງປະເທດ ເອກະລາດ, ເປັນເຈົ້າຕົນເອງ, ສັນຕິພາບ, ມິດຕະພາບ, ຮ່ວມມື ແລະ ພັດທະນາ, ຫັນເປັນຫຼາຍຮູບຫຼາຍແບບ ແລະ ຫຼາຍຝ່າຍຂອງ ຫວຽດນາມ. ທ່ານເອກອັກຄະລັດຖະທູດ ໃຫ້ຮູ້ວ່າ ບຸລິມະສິດໃນນະໂຍບາຍການຕ່າງປະເທດຂອງ ຫວຽດນາມ ແມ່ນຍາມໃດກໍເພີ່ມທະວີ ແລະ ຊຸກຍູ້ການພົວພັນກັບປະເທດບ້ານໃກ້ເຮືອນຄຽງ ແລະ ບັນດາຄູ່ຮ່ວມມືຍຸດທະສາດ, ໃນນັ້ນມີລາຊະອານາຈັກ ອັງກິດ. ທ່ານເອກອັກຄະລັດຖະທູດສະເໜີໃຫ້ ທ່ານ Oliver Dowden   ໜູນຊ່ວຍ ຫວຽດນາມ ຜັນຂະຫຍາຍໂຄງການ ແລະ ແຜນການຮ່ວມມືລະຫວ່າງສອງຝ່າຍ, ພ້ອມທັງສ້າງເງື່ອນໄຂແກ່ການໜູນຊ່ວຍແລກປ່ຽນຄະນະຜູ້ແທນລະຫວ່າງສອງປະເທດໃນໄລຍະຈະມາເຖິງ.

     ສ່ວນທ່ານ Oliver Dowden  ຕີລາຄາສູງຜົນງານພັດທະນາ ກໍຄືບັນດາຄວາມມານະພະຍາຍາມຮັບມືກັບໂລກລະບາດໂຄວິດ - 19 ຂອງ ຫວຽດນາມ. ທ່ານຢັ້ງຢືນວ່າ ພັກນິຍົມຮັກສາເດີມ ຍາມໃດກໍ່ສະໜັບສະໜູນລັດຖະບານ ອັງກິດ ຊຸກຍູ້ການພົວພັນກັບ ຫວຽດນາມ ແລະ ບັນດາປະເທດ, ຄູ່ຮ່ວມມືການຄ້າຕ່າງໆຢູ່ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້, ກໍຄືສະໜັບສະໜູນເລື່ອງ ອັງກິດ ເຂົ້າຮ່ວມສົນທິສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP). ທ່ານ Oliver Dowden  ປາດຖະໜາວ່າ ສອງປະເທດຈະຊຸກຍູ້ການຮ່ວມມືໃນບັນດາຂົງເຂດທີ່ມີທ່າແຮງ ແລະ ກຳລັງບົ່ມຊ້ອນ ເຊັ່ນ ການຄ້າດີຈີຕອນ ແລະ ພະລັງງານຜະລິດຄືນໃໝ່ເປັນຕົ້ນ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານພົນເອກ ຈັນສະໝອນ ຈັນຍະລາດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ ທີ່ມາເຂົ້າຮ່ວມພິທີງານສົບລະດັບຊາດຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ.

Top