• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພະນັກງານ, ນັກຊ່ຽວຊານຂະແໜງການແພດຫວຽດນາມ 35 ທ່ານໄປໜູນຊ່ວຍລາວ ໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ-19

      ຕອນເຊົ້າວັນທີ 04 ພຶດສະພາ, ມີທ່ານໝໍ, ແພດໝໍ, ນັກຊ່ຽວຊານຂອງຫວຽດນາມ 35 ທ່ານໄປ ລາວ ເພື່ອໜູນຊ່ວຍວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ-19.
ທ່ານລັດຖະມົນຕີກະຊວງສາທາລະນະສຸກ ຫງວຽນແທ່ງລອງ ມອບໜ້າທີ່ໃຫ້ຄະນະພະນັກງານການແພດໄປໜູນຊ່ວຍລາວ
(ພາບ: nhandan.com.vn)
      ບັນດາທ່ານໝໍ, ແພດໝໍທີ່ໄດ້ສົ່ງໄປ ລາວ ແມ່ນທັງແນະນຳ, ທັງຜັນຂະຫຍາຍບັນດາວຽກງານລະອຽດໃຫ້ແກ່ລາວ ກ່ຽວກັບການປ້ອງກັນ, ຕ້ານໂລກລະບາດ. ປະຈຸບັນ, ລາວ ຕ້ອງການໄດ້ຮັບການໜູນຊ່ວຍກ່ຽວກັບການປິ່ນປົວ- ສ້າງຕັ້ງຫົວໜ່ວຍສຸກເສີນ, ວິໄຈ ແລະ ຜັນຂະຫຍາຍໂຮງໝໍພາກສະໜາມ; ໃນຕໍ່ໜ້າ ຫວຽດນາມ ຈະໜູນຊ່ວຍເຄື່ອງຊ່ວຍຫາຍໃຈ, ຜ້າອັດປາກ-ອັດດັງ ແລະ ບາງເຄື່ອງວັດຖຸອຸປະກອນອື່ນໆໃຫ້ແກ່ລາວ.
        ກ່ອນໜ້ານັ້ນ, ວັນທີ 03 ພຶດສະພາ, ຢູ່ເຂດດ່ານຊາຍແດນສາກົນ ເກົ່າແຈວ (ຮ່າຕິ້ງ)-ນ້ຳພາວ (ບໍລິຄຳໄຊ), ໄດ້ດຳເນີພິທີມອບຮັບເຄື່ອງອຸປະກອນການແພດຂອງກະຊວງປ້ອງກັນປະເທດຊາດຫວຽດນາມ ຊ່ວຍເຫຼືອກະຊວງປ້ອງກັນປະເທດລາວ ແລະ ພິທີຕ້ອນຮັບນັກຊ່ຽວຊານການແພດຂອງກະຊວງປ້ອງກັນປະເທດຫວຽດນາມ ໄປໜູນຊ່ວຍ ລາວ ປ້ອງກັນ, ຕ້ານໂລກລະບາດ.
 (ແຫຼ່ງຄັດຈາກ VOV)

ການ​ນຳ​ເຂົ້າ - ສົ່ງ​ອອກ​ປີ 2025 ຄາດ​ວ່າ​ບັນ​ລຸ​ວົງ​ເງິນກວ່າ 920 ຕື້ USD

ການ​ນຳ​ເຂົ້າ - ສົ່ງ​ອອກ​ປີ 2025 ຄາດ​ວ່າ​ບັນ​ລຸ​ວົງ​ເງິນກວ່າ 920 ຕື້ USD

ການນຳເຂົ້າ - ສົ່ງອອກປີນີ້ຂອງ ຫວຽດນາມ ຄາດວ່າບັນລຸລະດັບ “ສູງສະຖິຕິ” ດ້ວຍມູນຄ່າກວ່າ 920 ຕື້ USD, ໃນນັ້ນ, ການສົ່ງອອກຄາດວ່າບັນລຸ 470 ຕື້ USD, ເຊິ່ງເປັນຕົວເລກສູງສະຖິຕິກ່ຽວກັບການນຳເຂົ້າ - ສົ່ງອອກ ນຳ ຫວຽດນາມ ຖືກຈັດເຂົ້າກຸ່ມ 20 ປະເທດແຖວໜ້າ ກ່ຽວກັບມູນຄ່າການຄ້ານຳເຂົ້າສົ່ງອອກ.

Top