• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພະຍາກປອດອັກເສບຍ້ອນເຊື້ອໄວຣັດ corona: ພົບເຫັນບັນດາກໍ່ລະນີຖືກຕິດເຊື້ອໄວຣັດທຳອິດຢູ່ເອີລົບ, ອາຊີໃຕ້

      ມາຮອດປະຈຸບັນ, ໂລກລະບາດໄດ້ແຜ່ລະບາດອອກສູ່ 30 ແຂວງ, ນະຄອນຢູ່ຈີນ ແລ້ວ.

ໄດ້ແຜ່ລະບາດອອກສູ່ 30 ແຂວງ, ນະຄອນຢູ່ຈີນ ແລ້ວ
(ພາບ: AFP/TTXVN)
      ວັນທີ 25 ມັງກອນ, ວົງການເຈົ້າໜ້າທີ່ຈີນ ໄດ້ແຈ້ງໃຫ້ຊາບວ່າ, ຈຳນວນຜູ້ເສຍຊີວິດຍ້ອນຕິດເຊື້ອໄວຣັດ corona ໄດ້ເພີ່ມຂຶ້ນເຖິງ 41 ກໍລະນີ, ໃນຂະນະນັ້ນຜູ້ຖືກຕິດເຊື້ອໄວຣັດນີ້ກໍ່ເພີ່ມຂຶ້ນເກືອບ 1.300 ກໍລະນີ. ມາຮອດປະຈຸບັນ, ໂລກລະບາດໄດ້ແຜ່ລະບາດອອກສູ່ 30 ແຂວງ, ນະຄອນຢູ່ຈີນ ແລ້ວ.
          ວັນທີ 24 ມັງກອນ, ຝລັ່ງ ແຈ້ງໃຫ້ຊາບວ່າ, ພົບເຫັນ 2 ກໍລະນີທຳອິດຖືກຕິດເຊື້ອໄວຣັດ corona ທີ່ເລີ່ມມາຈາກນະຄອນ ອູຄານ, ປະເທດຈີນ, ໃນນັ້ນມີຄົນເຈັບຜູ້ໜຶ່ງພວມໄດ້ຮັບການປິນປົວຢູ່ນະຄອນຫຼວງປາຣີ, ສ່ວນຄົນເຈັບຍັງເຫຼືອແມ່ນຢູ່ນະຄອນ Bordeaux, ທາງທິດຕາເວັນຕົກສ່ຽງໃຕ້ປະເທດຝລັ່ງ. ແລະກໍ່ໃນວັນດຽວກັນ, ວົງການເຈົ້າໜ້າທີ່ສາທາລະນະສຸກ ເນປານ ໄດ້ຢັ້ງຢືນວ່າ ມີນັກສຶກສາຄົນໜຶ່ງຂອງປະເທດນີ້ຫາກໍ່ກັບມາຈາກ ອູຄານ ກໍ່ຖືກຕິດເຊື້ອໄວຣັດ corona. ໃນຂະນະນັ້ນ, ວັນທີ 24 ມັງກອນ, ບັນດາເຈົ້າໜ້າທີ່ສາທາລະນະສຸກອາເມລິກາ ໃຫ້ຮູ້ວ່າ, ມີແມ່ຍິງຄົນໜຶ່ງອາຍຸ 60 ປີຢູ່ Chicago ກໍ່ຖືກຕິດເຊື້ອໄວຣັດ corona, ນີ້ແມ່ນຜູ້ທີ 2 ຕິດເຊື້ອດັ່ງກ່າວຢູ່ອາເມລິກາ.
 (ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top