• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຝູກວັກ ຖືກ​ຈັດ​ໃນ​ top 10 ​ເກາະ​​​ຈັບ​ໃຈ​ທີ່​ສຸດຢູ່​ໂລກ​ຂອງ Expedia1

ຝູກວັກ (ອານ​ຢາງ) ຂອງ ຫວຽດ​ນາມ ​ຖືກ​ຈັດ​ໃນ Top10 ໝູ່​ເກາະ​ຈັບ​ໃຈ​​ທີ່​ສຸດ​ຢູ່​ໂລກ ປີ 2026 (Expedia Island Hot List 2026), ໂດຍ Expedia1, ແອັບ​ຟຼຼີ​ເຄ​ຊັນ​ທ່ອງ​ທ່ຽ​ວ​ແຖວ​ໜ້າ​ໂລກ ຄັດ​ເລືອກ. ຝູ​ກວ​ັກ ໄດ້​ຮັບ​ການ​ຄັດ​ເລືອກ​ຈາກ Expedia1 ວ່າ "Best for Affordable Luxury" - ສະ​ຖານ​ທີ່​ທ່ອງ​ທ່ຽວຫຼູຫຼາ​ທີ​ສຸດດ້ວຍ​​ລາ​ຄາ​ເໝາະ​ສົມ.

  ກະ​ເຊົ້າ​ໄຟ​ຟ້າ ໄປ ດອນ ເທິມ ຢູ່ ຝູກວັກ (ພາບ: VNA)  

ຕາມ Expedia1 ແລ້ວ, ຝູ​ກວັກ ພວມ​ກາຍ​ເປັນ​ສູນຣີ​ສຸອດຫຼູຫຼາ​ແຫ່ງ​ໃໝ່​ຂອງ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ຢ່າງວ່ອງ​ໄວ. ນີ້​ແມ່ນ​ການ​ຄັດ​ເລືອກ​ສຳ​ລັບ​ແຂກ​ທ່ອງ​ທ່ຽວ​​​ທີ່ຢາກ​ຜັກ​ຜ່ອນ​ຢ່ອນ​ອາ​ລົມ​ຢູ່​ບ່ອນ​ທີ່ຫຼູຫຼາ ດ້ວຍ​ລາ​ຄາ​​ບໍ່ສູງ​ເກີນ​ໄປ.

ກ່ອນ​ໜ້າ​ນັ້ນ, ປີ 2025, ຝູກວັກ ໄດ້​ຮັບ​ການ​ຄັດ​ເລືອກ​ຈາກ​ຜູ້​ອ່ານ​ວາ​ລະ​ສານ Condé Nast Traveler ວ່າ ​ແມ່ນເກາະ​ງາມ​ທີ່​ສຸດ​ໃນ​ອາ​ຊີ ແລະ ຢືນ​ອັນ​ດັບ​ທີ ​ຢູ່3 ໃນ​ໂລກ. ຕົ້ນ​ປີ 2026, ເກາະ ງອກ ສືບ​ຕໍ່​ຮັກ​ສາ​ອັນ​ດັບ​ທີ 2 ໃນຈຳ​ນວນ ​​ໝູ່​ເກາະ​ງາມ​ທີ່​ສຸດ​ອາ​ຊີ ຢູ່ DestinAsian Readers' Choice Awards. ຫວ່າງ​ແລ້ວນີ້, Travel + Leisure Luxury Awards ກໍ​ຈັດ ຝູກວັກ ຢືນ​ອັນ​ດັບ 2 ໃນ​ບັນ​ຊີ​ລາຍ​ຊື່​ບັນ​ດາ​ໝູ່​ເກາະ​ງາມ​ທີ່​ສຸດຢູ່​ອາ​ຊີ - ປ​າ​ຊີ​ຟິກ.

(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໄດ້ພົບປະກັບ ການນຳບັນດາປະເທດ, ອົງການຈັດຕັ້ງສາກົນທີ່ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ ສປຊ ຄັ້ງທີ 81

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໄດ້ພົບປະກັບ ການນຳບັນດາປະເທດ, ອົງການຈັດຕັ້ງສາກົນທີ່ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ ສປຊ ຄັ້ງທີ 81

ວັນທີ 22 ກັນຍາ (ຕາມເວລາທ້ອງຖິ່ນ), ຢູ່ນະຄອນ ນິວຢອກ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໄດ້ພົບປະກັບການບັນດາ ປະເທດ ແລະ ອົງການຈັດຕັ້ງສາກົນ.

Top