ຝູກວັກ (ອານຢາງ) ຂອງ ຫວຽດນາມ ຖືກຈັດໃນ Top10 ໝູ່ເກາະຈັບໃຈທີ່ສຸດຢູ່ໂລກ ປີ 2026 (Expedia Island Hot List 2026), ໂດຍ Expedia1, ແອັບຟຼຼີເຄຊັນທ່ອງທ່ຽວແຖວໜ້າໂລກ ຄັດເລືອກ. ຝູກວັກ ໄດ້ຮັບການຄັດເລືອກຈາກ Expedia1 ວ່າ "Best for Affordable Luxury" - ສະຖານທີ່ທ່ອງທ່ຽວຫຼູຫຼາທີສຸດດ້ວຍລາຄາເໝາະສົມ.
ກະເຊົ້າໄຟຟ້າ ໄປ ດອນ ເທິມ ຢູ່ ຝູກວັກ (ພາບ: VNA)
ຕາມ Expedia1 ແລ້ວ, ຝູກວັກ ພວມກາຍເປັນສູນຣີສຸອດຫຼູຫຼາແຫ່ງໃໝ່ຂອງອາຊີຕາເວັນອອກສ່ຽງໃຕ້ຢ່າງວ່ອງໄວ. ນີ້ແມ່ນການຄັດເລືອກສຳລັບແຂກທ່ອງທ່ຽວທີ່ຢາກຜັກຜ່ອນຢ່ອນອາລົມຢູ່ບ່ອນທີ່ຫຼູຫຼາ ດ້ວຍລາຄາບໍ່ສູງເກີນໄປ.
ກ່ອນໜ້ານັ້ນ, ປີ 2025, ຝູກວັກ ໄດ້ຮັບການຄັດເລືອກຈາກຜູ້ອ່ານວາລະສານ Condé Nast Traveler ວ່າ ແມ່ນເກາະງາມທີ່ສຸດໃນອາຊີ ແລະ ຢືນອັນດັບທີ ຢູ່3 ໃນໂລກ. ຕົ້ນປີ 2026, ເກາະ ງອກ ສືບຕໍ່ຮັກສາອັນດັບທີ 2 ໃນຈຳນວນ ໝູ່ເກາະງາມທີ່ສຸດອາຊີ ຢູ່ DestinAsian Readers' Choice Awards. ຫວ່າງແລ້ວນີ້, Travel + Leisure Luxury Awards ກໍຈັດ ຝູກວັກ ຢືນອັນດັບ 2 ໃນບັນຊີລາຍຊື່ບັນດາໝູ່ເກາະງາມທີ່ສຸດຢູ່ອາຊີ - ປາຊີຟິກ.