• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຝລັ່ງຕີລາຄາສູງ ບັນດາມາດຕະການຄວບຄຸມໂລກລະບາດ Covid – 19 ຂອງລັດຖະບານ ຫວຽດນາມ

      ວັນທີ  4 ມີນາ, ຢູ່ສຳນັກງານກະຊວງການຕ່າງປະເທດ, ທ່ານ ຟ້າມບີ່ງມິງຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມໄດ້ໃຫ້ການຕ້ອນຮັບທ່ານ Nicolas Warnery ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງສ.ຝລັ່ງ ປະຈຳ ຫວຽດນາມ, ໄດ້ເຂົ້າຢ້ຽມຂ່ຳນັບເນື່ອງໃນໂອກາດມາຮັບໜ້າທີ່ໃຫມ່ຢູ່ ຫວຽດນາມ.

ທ່ານ ຟ້າມບີ່ງມິງຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມໃຫ້ການຕ້ອນຮັບ
ທ່ານ Nicolas Warnery ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງສ.ຝລັ່ງ ປະຈຳ ຫວຽດນາມ (ພາບ: VGP)
      ທີ່ການຕ້ອນຮັບ, ທ່ານ ຟ້າມບີ່ງມິງ ໄດ້ສະເໜີໃຫ້ສອງຝ່າຍສືບຕໍໍ່ຊຸກຍູ້ ແລະ ຮັກສາກົນໄກເຈລະຈາສອງຝ່າຍ, ພິເສດແມ່ນການໂອ້ລົມສົນທະນາຂັ້ນສູງປະຈຳປີກ່ຽວກັບເສດຖະກິດ, ການເຈລະຈາ ຍຸດທະສາດ 2 + 2 ທາງການຕ່າງປະເທດ - ການປ້ອງກັນຊາດ ແລະ ການເຈລະຈາຍຸດທະສາດ ແລະ ການຮ່ວມມືປ້ອງກັນຊາດ.
        ເນື່ອງໃນໂອກາດນີ້, ທ່ານຟ້າມບີ່ງມິງ ໄດ້ຂອບໃຈ ຝລັ່ງທີ່ໄດ້ຕັ້ງໜ້າສະໜັບສະໜູນ ແລະ ຊົມເຊີຍເລື່ອງລັດຖະສະພາເອີລົບໃຫ້ສັດຕະຍາບັນສັນຍາການຄ້າເສລີ ຫວຽດນາມ - ສະຫະພາບ ເອີລົບ (EVFTA) ແລະ ສັນຍາອາລັກຂາການລົງທຶນລະຫວ່າງ ຫວຽດນາມ ແລະ ສະຫະພາບ ເອີລົບ (EVIPA) ຢ່າງເປັນທາງການ, ສະເໜີໃຫ້ສະພາແຫ່ງຊາດຝລັ່ງ ປະຕິບັດວິວັດທະນາການໃຫ້ສັດຕະຍາບັນບັນດາສັນຍາໂດຍໄວ. ທ່ານຟ້າມບີ່ງມິງ ຕີລາຄາສູງຕໍ່ຫຼັກໝັ້ນຂອງ ຝລັ່ງ ທີ່ມີຕໍ່ທະເລຕາເວັນອອກ, ພ້ອມທັງຫວັງວ່າ ຝລັ່ງຈະສືບຕໍ່ມີບົດບາດຢ່າງຕັ້ງໜ້າ, ສ້າງສັນ ຢູ່ ພາກພື້ນ ກໍ່ຄືສຽງເວົ້າຂອງ ຝລັ່ງ ຢູ່ EU.
        ສ່ວນທ່ານ Nicolas Warnery ໃຫ້ຮູ້ວ່າ ຝລັ່ງ ໄດ້ຕີລາຄາສູງ ບັນດາມາດຕະການຢ່າງຂ້ຽວຂາດ, ມີປະສິດທິຜົນ ຂອງ ລັດຖະບານ ຫວຽດນາມໃນການຄວບຄຸມໂລກລະບາດ Covid – 19, ພິເສດແມ່ນເລື່ອງ ບໍ່ມີຜູ້ຕິດເຊື້ອ Covid- 19 ຕື່ມອີກໃນຮອບເວລາ 20 ວັນທີ່ຜ່ານມາ ແລະ ບໍ່ມີກໍລະນີເສຍຊີວິດຍ້ອນໂລກລະບາດ. ກ່ຽວກັບການຮ່ວມມືສອງຝ່າຍ, ທ່ານເອກອັກຄະລັດຖະທູດ ມີຄວາມເຊື່ອໝັ້ນວ່າ ໃນໄລຍະຈະມາເຖິງ, ຫວຽດນາມ ແລະ ຝລັ່ງຈະ ພ້ອມກັນສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ສັນຕິພາບ, ວັດທະນາຖາວອນ, ສະຖຽນລະພາບຢູ່ພາກພື້ນ ແລະ ສາກົນ.
 (ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top