• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຜົນ​ງານ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່ ໄດ້​ສ້າງ​ພື້​ນ​ຖານ​ພັດ​ທະ​ນາ​ເປັນ​ຢ່າງ​ຍິ່ງ​ໃຫ້​ແກ່​ເສດ​ຖະ​ກິດ ຫວຽດ​ນາມ

ຕອນເຊົ້າວັນທີ 28 ມັງກອນ, ເມື່ອສະເໜີບົດປະກອບຄຳເຫັນທີ່ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກທ່ານ ເຈິ່ນຕວັນແອັງ ລັດຖະມົນຕີກະຊວງ ອຸດສາຫະກຳ ແລະການຄ້າ ຫວຽດນາມ ໄດ້ເນັ້ນໜັກ ວ່າ: ຜົນງານແຫ່ງການປ່ຽນແປງໃໝ່ ໄດ້ສ້າງພື້ນຖານພັດທະນາເປັນຢ່າງຍິ່ງໃຫ້ແກ່ເສດຖະກິດ ຫວຽດນາມ. 
ທ່ານ ເຈິ່ນຕວັນແອັງ ລັດຖະມົນຕີກະຊວງ ອຸດສາຫະກຳ ແລະການຄ້າ ຫວຽດນາມກ່າວຄຳເຫັນທີ່ກອງປະຊຸມ (ພາບ:qdnd.vn)

ຕາມທ່ານ ເຈິ່ນຕວັນແອັງ ແລ້ວ, ພາຍຫຼັງ 35 ປີແຫ່ງການປ່ຽນແປງໃໝ່,  ຫວຽດນາມ ບັນລຸໄດ້ບັນດາຜົນງານໃຫຍ່ຫຼວງໃນວິວັດແຫ່ງການຫັນປະເທດຊາດເປັນອຸດສາຫະກຳ ແລະ ທັນສະໄໝ, ນຳຫວຽດນາມ ກາຍເປັນປະເທດທີ່ມີລາຍຮັບປານກາງລະດັບຕ່ຳ ແລະ ນັບມື້ນັບເຊື່ອມໂຍງເຂົ້າກັບພາກພື້ນ ແລະ ໂລກ ຢ່າງເລິກເຊິ່ງກ້ວາງຂວາງ. ທ່ານກ່າວວ່າ:

        ຜົນງານແຫ່ງການປ່ຽນແປງໃໝ່ ໄດ້ສ້າງພື້ນຖານພັດທະນາເປັນຢ່າງຍິ່ງໃຫ້ແກ່ເສດຖະກິດ ຫວຽດນາມ. ໃນນັ້ນ, ຂົງເຂດອຸດສາຫະກຳ ໄດ້, ກຳລັງ ແລະ ຈະສືບຕໍ່ສວມບົດບາດສຳຄັນພິເສດ, ແມ່ນກຳລັງໜູນໃຫ້ແກ່ການພັດທະນາເສດຖະກິດ - ສັງຄົມ ແລະ ປະຕິບັດເປົ້າໝາຍ ຫັນປະເທດຊາດເປັນອຸດສາຫະກຳ ແລະ ທັນສະໄໝ.

        ມາຮອດປັດຈຸບັນ, ຫວຽດນາມໄດ້ບືນຕົວຂຶ້ນກາຍເປັນໜຶ່ງໃນບັນດາປະເທດທີ່ມີ ພື້ນຖານ ຂຶ້ນກັບກຸ່ມ ບັນດາປະເທດທີ່ມີກຳລັງຄວາມສາມາດໃນການແກ້ງແຍ່ງຢູ່ລະດັບປານກາງລະດັບສູງ, ຫຍັບໃກ້ເຂົ້າກັບ ກຸ່ມ 4 ປະເທດ ທີ່ມີກຳລັງຄວາມສາມາດແກ້ງແຍ່ງດີທີ່ສຸດໃນກຸ່ມອາຊຽນ.

        ຕາມທ່ານ ເຈິ່ນຕວັນແອັງ ແລ້ວ, ສະພາບການໂລກຄືໃນປັດຈຸບັນ ພວມກໍ່ສິ່ງທ້າທາຍທີ່ຍິ່ງໃຫຍ່ ໃຫ້ຫວຽດນາມ ແຕ່ກໍ່ສ້າງກາລະໂອກາດດີເພື່ອສາມາດຍາດແຍ່ງ ເພື່ອຮັດແຄບຊ່ອງວ່າງໃນການພັດທະນາ ແລະ ບືນຕົວຂຶ້ນຢ່າງແຮງ.

        ທ່ານລັດຖະມົນຕີໄດ້ຢັ້ງຢືນວ່າ ຂະແໜງອຸດສາຫະກຳ ການຄ້າ ຈະສືບຕໍ່ມານະພະຍາຍາມ, ສຸ້ຊົນ, ເສີມຂະຫຍາຍ ຈິດໃຈເປັນເຈົ້າການ, ປະດິດຄິດສ້າງ ກ່ວາອີກ ເພື່ອປະຕິບັດເປົ້າໝາຍມະຕິຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກ ໃຫ້ສຳເລັດຜົນ.

(ແຫຼ່ງຄັດຈາກ VOV)

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ຕອນເຊົ້າວັນທີ 20 ຕຸລາ, ຢູ່ຫໍປະຊຸມ ຢຽນຮົ່ງ, ຮ່າໂນ້ຍ, ສະພາແຫ່ງຊາດ ຫວຽດນາມ ໄດ້ໄຂກອງປະຊຸມສະໄໝສາມັນເທື່ອທີ 10, ເຊິ່ງແມ່ນກອງປະຊຸມຄັ້ງສຸດທ້າຍຂອງສະພາແຫ່ງຊາດ ຫວຽດນາມ ຊຸດທີ 15. ກອງປະຊຸມວຽກງານຫຼາຍທີ່ສຸດຂອງ ອາຍຸການ, ຄາດວ່າ ດຳເນີນເປັນເວລາປະມານ 40 ວັນ. ເຂົ້າຮ່ວມວາລະໄຂກອງປະຊຸມ, ມີທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ, ທ່ານປະທານປະເທດ ເລືອງເກື່ອງ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ແລະ ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ.

Top