ທ່ານ ຫງວຽນບາຮຸ່ງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ ກ່າວຄໍາເຫັນທີ່ການໂອ້ລົມ (ພາບ: TTXVN)
ທ່ານ ຫງວຽນບາຮຸ່ງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ ໄດ້ແຈ້ງໃຫ້ຊາບ ບາງການຂໍ້ກຳນົດທິດໃຫຍ່ທີ່ອາດຈະປະຕິບັດໃນໄລຍະຈະມາເຖິງ, ເມື່ອລັດຖະບານສອງຝ່າຍປະຕິບັດການຜ່ອນຜັນບາງກຳນົດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19, ອະນຸຍາດເປີດການເຊື່ອມຕໍ່ສາຍການບິນລະຫວ່າງສອງປະເທດ ຫວຽດນາມ-ລາວ, ເປີດບັນດາດ່ານຊາຍແດນສາກົນຄືນໃໝ່ອະນຸຍາດໃຫ້ພົນລະເມືອງສອງປະເທດໄດ້ໄປມາເພື່ອທຳມາຫາກິນດຳເນີນທຸລະກິດ. ທ່ານ ຫງວຽນບາຮຸ່ງຖືວ່າ:
“ ໃນໄລຍະຄວາມຫຍຸ້ງຍາກຄືໃນປະຈຸບັນ, ການໜູນຊ່ວຍຊຶ່ງກັນແລະກັນໃນສະມາຄົມວິສາຫະກິດແມ່ນມີຄວາມໝາຍສຳຄັນທີ່ສຸດ. ເພີ່ມທະວີຄວາມສາມັກຄີ ແລະ ໜູນຊ່ວຍຊຶ່ງກັນແລະກັນ, ແບ່ງປັນຂໍ້ມູນຂ່າວສານ, ບົດຮຽນ; ປ່ຽນແບບວິການຄຸ້ມຄອງການເຄື່ອນໄຫວຂອງວິສາຫະກິດ, ຍາດແຍ່ງບັນດາຜົນປະໂຫຍດຈາກການປະຕິວັດ 4.0, ພື້ນຖານເສດຖະກິດດີຈີຕອນທີ່ພວມດຳເນີນ. ກ່ຽວກັບໄລຍະກາງ ແລະ ໄລຍະຍາວ, ເມື່ອ ລາວ ປະຕິບັດສຳເລັດການເຊື່ອມຕໍ່ພື້ນຖານໂຄງລ່າງຄົມມະນາຄົມຕາມແລວ ເໜືອ-ໃຕ້ ແລະ ຕາເວັນອອກ-ຕາເວັນຕົກ, ເຊື່ອມຕໍ່ ຈີ່ນ-ລາວ-ຫວຽດນາມ ແລະ ໄທ ແລ້ວກໍຈະເປີດໂອກາດຫຼາຍຢ່າງເພື່ອການລົງທຶນດຳເນີນທຸລະກິດໃໝ່. ເພາະສະນັ້ນ, ບັນດາວິສາຫະກິດຕ້ອງມີການກະກຽມ.”
ກໍ່ຢູ່ທີ່ການໂອ້ລົມສົນທະນາ, ຜູ້ຕາງໜ້າຂອງບັນດາວິສາຫະກິດ ຫວຽດນາມ ໄດ້ມີຂໍ້ສະເໜີລັດຖະບານ ລາວ ໃຫ້ແກ້ໄຂຄວາມຫຍຸ້ງຍາກກ່ຽວກັບການຂົນສົ່ງສິນຄ້າ; ເຄົາລົບ ແລະ ປະຕິບັດຕາມບັນດາສັນຍາທີ່ໄດ້ລົງນາມ; ບັນດາທະນາຄານຄວມມີນະໂຍບາຍແລກປ່ຽນ ເງິນຕາຕ່າງປະເທດ ໃຫ້ແກ່ຜູ້ອອກແຮງງານ ແລະ ວິສາຫະກິດ.
(ແຫຼ່ງຄັດຈາກ VOV)