• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຜົນງານຂອງທິມຊາດບານເຕະ U23 ຫວຽດນາມ ທີ່ບັນລຸໄດ້ໃນການແຂ່ງຂັນບານເຕະ U23 ອາຊີ ແມ່ນດີເລີດພິເສດ

ທ່ານນາງປະທານສະພາແຫ່ງຊາດ ຖືວ່າ, ຄວາມກ້າຫານ ແລະ ນ້ຳໃຈຕໍ່ສູ້ອັນພິລະອາດຫານຂອງທິມຊາດບານເຕະ U23 ໄດ້ເຮັດໃຫ້ຄວາມເຊື່ອໝັ້ນ ແລະ ຄວາມຮັກຂອງບັນດາ ແຟນບານ ຫວຽດນາມ ກັບຄືນມາອີກເທື່ອໜຶ່ງ

 ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ທີ່ການພົບປະກັບບັນດານັກກິລາບານເຕະ

ຜົນງານຂອງທິມຊາດບານເຕະ U23 ຫວຽດນາມ ທີ່ບັນລຸໄດ້ໃນການແຂ່ງຂັນບານເຕະ U23 ອາຊີ ແມ່ນດີເລີດພິເສດ -ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ຢືນຢັນຄືດັ່ງກ່າວ ໃນການພົບປະເພື່ອສະແດງຄວາມຊົມເຊີຍຕໍ່ຜົນງານຂອງທິມບານເຕະ U23 ຫວຽດນາມ ໃນວັນທີ 29 ມັງກອນ, ທີ່ສຳນັກງານສະພາແຫ່ງຊາດ. ທ່ານນາງປະທານສະພາແຫ່ງຊາດ ຖືວ່າ, ຄວາມກ້າຫານ ແລະ ນ້ຳໃຈຕໍ່ສູ້ອັນພິລະອາດຫານຂອງທິມຊາດບານເຕະ U23 ໄດ້ເຮັດໃຫ້ຄວາມເຊື່ອໝັ້ນ ແລະ ຄວາມຮັກຂອງບັນດາ ແຟນບານ ຫວຽດນາມ ກັບຄືນມາອີກເທື່ອໜຶ່ງ, ກໍ່ຄືໄດ້ຮັບການສະໜັບສະໜູນຢ່າງສຸດໃຈຈາກບັນດາແຟນບານຢູ່ປະເທດອື່ນໆໃນພາກພື້ນ ແລະ ຢູ່ໃນໂລກ. ຕີລາຄາສູງນ້ຳໃຈສາມັກຄີ, ນ້ຳໃຈໝູ່ຄະນະຂອງທິມບານເຕະ ຫວຽດນາມ. ທ່ານນາງປະທານສະພາແຫ່ງຊາດ ຢືນຢັນວ່າ:

        “ພວກນ້ອງຍາດໄດ້ລາງວັນທີ 2 ແມ່ນການສະແດງໃຫ້ເຫັນວ່າຊາດ ຫວຽດນາມ ສາມາດຮັດໄດ້ຫຼາຍສິ່ງຫຼາຍຢ່າງທີ່ໃຫຍ່ຫຼວງໃນຫຼາຍຂົງເຂດ ຫາກບໍ່ແມ່ນພຽງໃນຂົງເຂດບານເຕະເທົ່ານັ້ນ. ຜົນງານນັ້ນ ເປັນການຊຸກຍູ້ລຸ້ນໜຸ່ມ ຫວຽດນາມ ສືບຕໍ່ຝຶກຝົນຫຼໍ່ຫຼອມ, ສູ້ຊົນຍາດເອົາບັນດາຜົນງານອັນໃຫຍ່ຫຼວງກ່ວາອີກໃຫ້ແກ່ປະເທດຊາດ. ແລະ ນັ້ນແມ່ນຄວາມເອກອ້າງທະນົງໃຈເຊິ່ງປະຊາຊົນ ຫວຽດນາມ ທຸກຄົນລ້ວນແຕ່ຮັບຮູ້ໄດ້.”

(ແຫຼ່ງຄັດຈາກ VOV)


ຫວຽດນາມ ສົ່ງເສີມບັນດານັກລົງທຶນມາລົງທຶນເຂົ້າຂົງເຂດເຕັກໂນໂລຊີສູງ

ຫວຽດນາມ ສົ່ງເສີມບັນດານັກລົງທຶນມາລົງທຶນເຂົ້າຂົງເຂດເຕັກໂນໂລຊີສູງ

ທ່ານປະທານປະເທດຊົມເຊີຍ ແລະ ສົ່ງເສີມບັນດານັກລົງທຶນ ມາລົງທຶນເຂົ້າຂົງເຂດເຕັກໂນໂລຊີສູງ ຕາມການກຳນົດທິດຍຸດທະສາດ

Top