• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຜົນກະທົບສອງສົ້ນຂອງໂລກລະບາດໂຄວິດ - 19 ທີ່ມີຕໍ່ພາກພື້ນ ອາຊຽນ

ເປັນເວລາສອງປີກວ່າທີ່ຮັບມືກັບໂລກລະບາດໂຄວິດ - 19 ແບບບໍ່ເຄີຍມີມາກ່ອນ, 10 ປະເທດສະມາຊິກ ອາຊຽນ ພວມສືບຕໍ່ມານະພະຍາຍາມແນໃສ່ຈຳກັດຜົນກະທົບບໍ່ດີຈາກວິກິດການນີ້. ຍຸດທະສາດເຊື່ອມໂຍງເສດຖະກິດພາກພື້ນ ຂອງ ອາຊຽນ ໄດ້ມີການປ່ຽນແປງຫຼາຍຢ່າງ. ນີ້ແມ່ນຂໍ້ສັງເກດໃນບົດຂຽນທີ່ໄດ້ເອົາລົງໃນເວັບໄຊ thinkglobalhealth.org. ບົດຂຽນດັ່ງກ່າວໄດ້ເນັ້ນໜັກວ່າ ເຖິງວ່າ, ໂລກລະບາດໄດ້ກໍ່ຜົນເສຍຫາຍຕໍ່ພື້ນຖານເສດຖະກິດໃນຂອບຂະໜາດໃຫຍ່ກໍຕາມ, ແຕ່ສິ່ງດັ່ງກ່າວໄດ້ກາຍເປັນກຳລັງໜຊຸກຍູ້ໃຫ້ ອາຊຽນ ປ່ຽນແປງວິທີການສຳຜັດຕໍ່ການເຊື່ອມໂຍງເສດຖະກິດເຂົ້າກັບພາກພື້ນ. ບັນດາປະເທດສະມາຊິກໄດ້ສ້າງ ແລະ ປະຕິບັດແຜນການຟື້ນຟູເສດຖະກິດໃນທົ່ວພາກພື້ນ.
   (ພາບປະກອບ: ASEAN SAS)  

  ໂຄວິດ - 19 ກໍໄດ້ຊຸກຍູ້ບັນດາສະມາຊິກ ອາຊຽນ ຍອມຮັບການຫັນເສດຖະກິດເປັນດີຈີຕອນຢ່າງຮອບດ້ານ ແລະ ວ່ອງໄວກວ່າ. ບົດຂຽນດັ່ງກ່າວກໍຖືວ່າ ຜົນກະທົບຈາກໂລກລະບາດໂຄວິດ - 19 ທີ່ມີຕໍ່ພື້ນຖານເສດຖະກິດຂອງແຕ່ລະປະເທດ ແລະ ຕໍ່ການເຊື່ອມໂຍງເສດຖະກິດໃນພາກພື້ນ ໄດ້ບັງຄັບ ໃຫ້ ອາຊຽນ ປ່ຽນແປງຍຸດທະສາດໃນຄວາມມານະພະຍາຍາມ ແນໃສ່ຊຸກຍູ້ການຄ້າ, ການລົງທຶນ ແລະ ເຕີບໂຕເສດຖະກິດລະຫວ່າງບັນດາປະເທດສະມາຊິກ.

(ແຫຼ່ງຄັດຈາກ VOV)

ນຳ​ວິ​ທະ​ຍາ​ຄານ​ປ້ອງ​ກັນ​ຊາດ ກາຍ​ເປັນ​ສູນ​ເສ​ນາ​ທິ​ການ​ຍຸດ​ທະ​ສາດ ແຖວ​ໜ້າ​ກ່ຽວ​ກັບ​ການ​ທະ​ຫານ, ການ​ປ້ອງ​ກັນ​ຊາດ

ນຳ​ວິ​ທະ​ຍາ​ຄານ​ປ້ອງ​ກັນ​ຊາດ ກາຍ​ເປັນ​ສູນ​ເສ​ນາ​ທິ​ການ​ຍຸດ​ທະ​ສາດ ແຖວ​ໜ້າ​ກ່ຽວ​ກັບ​ການ​ທະ​ຫານ, ການ​ປ້ອງ​ກັນ​ຊາດ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ສະ​ເໜີ ສະ​ຖາ​ບັນ​ສ້າງ​ບາດ​ກ້າວ​ບຸກ​ທະ​ລຸ​ກ່ຽວ​ກັບ​ຄຸນ​ນະ​ພາບ​ການ​ບຳ​ລຸງ​ສ້າງ​ພະ​ນັກ​ງານບັນ​ດາ​ຍຸດ​ທະ​ສາດ ແລະ ພະ​ນັກ​ງານ​ຂັ້​ນ​ສູງ​ຂອງ​ພັກ, ລັດ, ກຳ​ລັງ​ປະ​ກອບ​ອາ​ວຸດ​ຕິດ​ພັນ​ກັບ​ການ​ຍົກ​ສູງ​ຄຸນ​ນະ​ພາບ​ການ​ຄົ້ນ​ຄ້​ວາ​ວິ​ທະ​ຍ​ສາດ.

Top