• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຜູ້​ມີສິດ​ເລືອກ​ຕັ້ງ​ເຂດ​ຊາຍ​ແດນກວ໋າງນາມ ແລະ ເມືອງ​ເກາະ​ເຈື່ອງ​ຊາ ໄປ​ປ່ອນ​ບັດ​ເລືອກ​ຕັ້ງ​ກ່ອນ​ເວ​ລາ​ກຳ​ນົດ

ໃນຕອນເຊົ້າວັນທີ 16 ພຶດສະພາ, ຜູ້ມີສິດເລືອກຕັ້ງຢູ່ 2 ເມືອງເກາະ ຊິງໂຕນ, ຊອງຕືໄຕ ແລະ ເທດສະບານ ເຈື່ອງຊາ ໄປປ່ອນບັດເລືອກຕັ້ງກ່ອນເວລາກຳນົດ.
ຜູ້ມີສິດເລືອກຕັ້ງໄປປ່ອນບັດເລືອກຕັ້ງ (ພາບ: baoquangnam.vn)

ຕາມມະຕິຂອງສະພາເລືອກຕັ້ງແຫ່ງຊາດ, ວັນທີ 16 ພຶດສະພາ, ຜູ້ມີສິດເລືອກຕັ້ງ 6 ຕາແສງເຂດຊາຍແດນຂອງເມືອງ ນາມຢາງ, ແຂວງກ໋ວາງນາມ ໄດ້ຈັດຕັ້ງການປ່ອນບັດເລືອກຕັ້ງກ່ອນເວລາກຳນົດ, ໄປປ່ອນບັດເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XV ແລະ ສະມາຊິກສະພາປະຊາຊົນທຸກຂັ້ນ ອາຍຸການ 2021 – 2026. ບັນດາສະຖານທີ່ເລືອກຕັ້ງໄດ້ຈັດສົ່ງກຳລັງສົມທົບກັບຕຳຫຼວດ, ທະຫານປ້ອງກັນຊາຍແດນເພື່ອແນໃສ່ຮັບປະກັນຄວາມປອດໄພ ໃນນັ້ນ, ມີຄວາມເອົາໃຈໃສ່ເປັນພິເສດເຖິງການວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19

ທ່ານເລວັນຢຸງ, ຮອງເລຂາຄະນະພັກແຂວງກ໋ວາງນາມ, ຮອງປະທານຄະນະກຳມະການເລືອກຕັ້ງແຂວງ ກ໋ວາງນາມໃຫ້ຮູ້ວ່າ ວຽກນາມເລືອກຕັ້ງຢູ່ຕາແສງ La De, ເມືອງ ນາມຢາງ ໄດ້ດຳເນີນຢ່າງຖືກຕ້ອງຕາມຄວາມຄືບໜ້າ ແລະ ຂໍ້ກຳນົດຂອງຫ້ອງການປ່ອນບັດ ເລືອກຕັ້ງ ແຕ່ຍັງຮັບປະກັນວຽກງານປ້ອງກັນສະກັດກັ້ນໂລກລະບາດໂຄວິດ - 19. ຕາມການລາຍງານເບື້ອງຕົ້ນ, ໃນຕອນເຊົ້າວັນທີ 16 ພຶດສະພາ, ມີຜູ້ມີສິດເລືອກຕັ້ງທັງໝົດ 4.800 ຄົນ ຢູ່ 6 ຕາແສງ ຢູ່ເມືອງ ນາມຢາງ ໄປປ່ອນບັດເລືອກຕັ້ງ ກ່ອນເວລາກຳນົດ, ບັນລຸອັດຕາ 100% ຜູ້ມີສິດເລືອກຕັ້ງໄປປ່ອນບັດເລືອກຕັ້ງ.

ແລະກໍ່ໃນຕອນເຊົ້າວັນທີ 16 ພຶດສະພາ, ຜູ້ມີສິດເລືອກຕັ້ງຢູ່ 2 ເມືອງເກາະ ຊິງໂຕນ, ຊອງຕືໄຕ ແລະ ເທດສະບານ ເຈື່ອງຊາ ໄປປ່ອນບັດເລືອກຕັ້ງກ່ອນເວລາກຳນົດ.

(ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top