ຕາມຂໍ້ມູນຈາກກະຊວງການຕ່າງປະເທດ ແດນມາກ ແລ້ວ, ການພົບປະຢູ່ທຳນຽບຂາວ ມີການເຂົ້າຮ່ວມຂອງທ່ານ Lars Løkke Rasmussen ລັດຖະມົນຕີການຕ່າງປະເທດ ແດນມາກ, ທ່ານ Vivian Motzfeldt ຜູ້ຕາງໜ້າ Greenland, ທ່ານ JD Vance ຮອງປະທານາທິບໍດີ ອາເມລິກາ ພ້ອມດ້ວຍທ່ານ Marco Rubio ລັດຖະມົນຕີການຕ່າງປະເທດ ອາເມລິກາ.
ການພົບປະນີ້ໄດ້ຮັບການຈັດຂຶ້ນໃນສະພາບການທ່ານປະທານາທິບໍດີ Donald Trump ສະແດງເຈດຈຳນົງໂຮມເກາະ Greenland ເຂົ້າ, ເຊິ່ງເປັນເຂດທີ່ມີຄວາມໝາຍຍຸດທະສາດສຳຄັນ.
ຈຸດປະສົງຂອງແດນມາກ ທີ່ການໂອ້ລົມເຈລະຈາຄັ້ງນີ້ແມ່ນນຳບັນດາຂໍ້ຂັດແຍ້ງຈາກການສະແດງທັດສະນະໃນສື່ສັງຄົມອອນໄລເຂົ້າໃນໂຕະເຈລະຈາແບບເຊິ່ງໜ້າເພື່ອໂນ້ມນ້າວໃຫ້ ອາເມລິກາ ເຄົາລົບສິດຕັດສິນໃຈເອງຂອງ Greenland.
ການນຳເອີລົບຫຼາຍທ່ານ ເຊັ່ນ ທ່ານປະທານາທິບໍດີ ຝລັ່ງ Emmanuel Macron ໄດ້ສະແດງທັດສະນະສະໜັບສະໜູນທັດສະນະຂອງ ແດນມາກ ແລະ Greenland, ຢັ້ງຢືນວ່າ ມີພຽງແຕ່ປະຊາຊົນ Greenland ຈຶ່ງມີສິດຕັດສິນອະນາຄົດຂອງຕົນ.








