ຂ່າວສານ

ຜູ້​ຕາງ​ໜ້າ ແດນ​ມາກ ແລະ ອາ​ເມ​ລິ​ກາ ປຶ​ກ​ສາ​ຫາ​ລື​ກ່ຽວ​ກັບ​ບັນ​ຫາ Greenland ຢູ່ ທຳ​ນຽບ​ຂາວ

ວັນທີ 14 ມັງກອນ, ຜູ້ຕາງໜ້າຂັ້ນສູງຂອງ ແດນມາກ ມີການພົບປະແບບເຊິ່ງໜ້າກັບອຳນາດການປົກຄອງປະທານາທິບໍດີ ອາເມລິກາ Donald Trump ຢູ່ທຳນຽບຂາວ ເພື່ອປຶກສາຫາລືກ່ຽວກັບບັນຫາ Greenland.
ທ່ານລັດຖະມົນຕີການຕ່າງປະເທດ ແດນມາກ Lars Loekke Rasmussen (ພາບ: Sebastian Elias Uth/ Ritzau Scanpix/via REUTERS)

ຕາມຂໍ້ມູນຈາກກະຊວງການຕ່າງປະເທດ ແດນມາກ ແລ້ວ, ການພົບປະຢູ່ທຳນຽບຂາວ ມີການເຂົ້າຮ່ວມຂອງທ່ານ Lars Løkke Rasmussen ລັດຖະມົນຕີການຕ່າງປະເທດ ແດນມາກ, ທ່ານ Vivian Motzfeldt ຜູ້ຕາງໜ້າ Greenland, ທ່ານ JD Vance ຮອງປະທານາທິບໍດີ ອາເມລິກາ ພ້ອມດ້ວຍທ່ານ Marco Rubio ລັດຖະມົນຕີການຕ່າງປະເທດ ອາເມລິກາ.

        ການພົບປະນີ້ໄດ້ຮັບການຈັດຂຶ້ນໃນສະພາບການທ່ານປະທານາທິບໍດີ Donald Trump ສະແດງເຈດຈຳນົງໂຮມເກາະ Greenland ເຂົ້າ, ເຊິ່ງເປັນເຂດທີ່ມີຄວາມໝາຍຍຸດທະສາດສຳຄັນ.

        ຈຸດປະສົງຂອງແດນມາກ ທີ່ການໂອ້ລົມເຈລະຈາຄັ້ງນີ້ແມ່ນນຳບັນດາຂໍ້ຂັດແຍ້ງຈາກການສະແດງທັດສະນະໃນສື່ສັງຄົມອອນໄລເຂົ້າໃນໂຕະເຈລະຈາແບບເຊິ່ງໜ້າເພື່ອໂນ້ມນ້າວໃຫ້ ອາເມລິກາ ເຄົາລົບສິດຕັດສິນໃຈເອງຂອງ Greenland.

        ການນຳເອີລົບຫຼາຍທ່ານ ເຊັ່ນ ທ່ານປະທານາທິບໍດີ ຝລັ່ງ Emmanuel Macron ໄດ້ສະແດງທັດສະນະສະໜັບສະໜູນທັດສະນະຂອງ ແດນມາກ ແລະ Greenland, ຢັ້ງຢືນວ່າ ມີພຽງແຕ່ປະຊາຊົນ Greenland ຈຶ່ງມີສິດຕັດສິນອະນາຄົດຂອງຕົນ.


top