• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຜູ້ຮັກສາການປະທານປະເທດ ເຂົ້າຮ່ວມ “ວັນບຸນສີສັນລະດູບານໃໝ່ຢູ່ທຸກແຖບຖິ່ນໃນທົ່ວປະເທດ”

ທ່ານນາງ ຫວໍທິແອັງຊວັນ ຜູ້ຮັກສາການປະທານປະເທດ ຫວຽດນາມ ໄດ້ຢືນຢັນທັດສະນະ ແລະ ແຜນນະໂຍບາຍຂອງພັກ ແມ່ນຮັບປະກັນໃຫ້ບັນດາເຜົ່າມີຄວາມສະເໝີພາບ, ສາມັກຄີ, ເຄົາລົບ, ຊ່ວຍເຫຼືອເຊິ່ງກັນ ແລະກັນເພື່ອພ້ອມກັນພັດທະນາ.
  ທ່ານນາງ ຫວໍທິແອັງຊວັນ ກ່າວຄຳເຫັນທີ່ພິທີ (ພາບ: TTXVN)  

ຕອນເຊົ້າວັນທີ 11 ກຸມພາ, ຢູ່ ບ້ານວັດທະນະທຳ - ທ່ອງທ່ຽວບັນດາເຜົ່າ ຫວຽດນາມ (ຮ່າໂນ້ຍ), ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ໄດ້ໄຂ “ວັນບຸນສີສັນລະດູບານໃໝ່ຢູ່ທຸກແຖບຖິ່ນໃນທົ່ວປະເທດ” ປີ 2023.

ກ່າວຄຳເຫັນທີ່ພິທີ, ທ່ານນາງ ຫວໍທິແອັງຊວັນ ຜູ້ຮັກສາການປະທານປະເທດ ຫວຽດນາມ ໄດ້ຢືນຢັນທັດສະນະ ແລະ ແຜນນະໂຍບາຍຂອງພັກ ແມ່ນຮັບປະກັນໃຫ້ບັນດາເຜົ່າມີຄວາມສະເໝີພາບ, ສາມັກຄີ, ເຄົາລົບ, ຊ່ວຍເຫຼືອເຊິ່ງກັນ ແລະກັນເພື່ອພ້ອມກັນພັດທະນາ. ພັກ, ລັດ ຍາມໃດກໍ່ຖືເປັນສຳຄັນບົດບາດຂອງວັດທະນະທຳ, ພິເສດແມ່ນວັດທະນະທຳບັນດາເຜົ່າ ຫວຽດນາມ. ວັນບຸນດັ່ງກ່າວຈະປະກອບສ່ວນໂຄສະນາພາບພົດປະເທດຊາດ ແລະ ຊາວ ຫວຽດນາມ; ປະກອບສ່ວນອະນຸລັກຮັກສາ, ເສີມຂະຫຍາຍສີສັນຂອງຊາດໃນວິວັດການພົວພັນແລກປ່ຽນ, ເຊື່ອມໂຍງ, ຮ່ວມມືກັບສາກົນ.

“ຂ້າພະເຈົ້າປາດຖະໜາ ແລະ ເຊື່ອໝັ້ນວ່າ, ອຳນາດການປົກຄອງທຸກຂັ້ນ, ບັນດາອົງການຈັດຕັ້ງການເມືອງ - ສັງຄົມ ຈະສືບຕໍ່ປະຕິບັດບັນດາແຜນນະໂຍບາຍ, ນະໂຍບາຍຂອງພັກ, ລັດ ກ່ຽວກັບຊົນເຜົ່າ ແລະ ຄວາມສາມັກຄີຂອງບັນດາເຜົ່າຢ່າງມີປະສິດທິຜົນ. ປາດຖະໜາວ່າ, ພໍ່ແມ່ປະຊາຊົນບັນດາເຜົ່າ ຈະສືບຕໍ່ຮຽງບ່າຮຽງໄຫຼ່, ເສີມຂະຫຍາຍນ້ຳໃຈສາມັກຄີ, ມານະພະຍາຍາມສູ້ຊົນບືນຕົວຂຶ້ນ, ພ້ອມກັນອູ້ມຊູຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ສ້າງຊີວິດໃຫ້ອີ່ມໜຳສຳລານ, ສົມບູນພູນສຸກ; ມານະພະຍາຍາມຮັກສາ, ໂຄສະນາຄຸນຄ່າວັດທະນະທຳອັນດີງາມໃຫ້ປະຊາຊົນໃນທົ່ວປະເທດ, ເພື່ອນມິດສາກົນ, ປະກອບສ່ວນເພີ່ມທະວີກຳລັງແຮງ ແລະ ຄຸນຄ່າຂອງ ຫວຽດນາມ, ນຳປະເທດ ຫວຽດນາມ ໃຫ້ນັບມື້ນັບພັດທະນາຢ່າງວັດທະນາຖາວອນ, ຜາສຸກ”.

 

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານພົນເອກ ຈັນສະໝອນ ຈັນຍະລາດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ ທີ່ມາເຂົ້າຮ່ວມພິທີງານສົບລະດັບຊາດຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ.

Top