• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຜູ້ມີສິດເລືອກຕັ້ງຕີລາຄາສູງບັນດາວາລະຊັກຖາມ ແລະ ຕອບຄຳຊັກຖາມທີ່ກອງປະຊຸມສະໄໝສາມັນເທື່ອທີ 5

ບັນດາຄຳຖາມ ແລະ ເນື້ອໃນຄຳຖາມຈຸດສຸມ, ຊີ້ແຈ້ງບັນດາບັນຫາເຄັ່ງຮ້ອນເຊິ່ງຜູ້ມີສິດເລືອກຕັ້ງສົນໃຈ.

ພາບປະກອບ

ພາຍຫຼັງ 3 ວັນດຳເນີນວາລະຊັກຖາມຢ່າງຟົດຟື້ນ, ໂຕ້ວາທີຢ່າງກົງໄປກົງມາຕາມເນື້ອໃນຈິດໃຈປ່ຽນແປງໃໝ່ຂອງສະພາແຫ່ງຊາດກັບບັນດາລັດຖະມົນຕີ: ຄົມມະນາຄົມຂົນສົ່ງ, ຊັບພະຍາກອນ ແລະ ສິ່ງແວດລ້ອມ, ການສຶກສາ ແລະ ບຳລຸງສ້າງ, ແຮງງານ ທະຫານເສຍອົງຄະ ແລະ ສັງຄົມ ແລະ ຜູ້ຕາງໜ້າລັດຖະບານ, ມີຫຼາຍບັນຫາເຄັ່ງຮ້ອນເຊິ່ງບັນດາລັດຖະມົນຕີໄດ້ອະພິປາຍ ແລະ ຍົກອອກບັນດາມາດຕະການເພື່ອປະຕິບັດໃນໄລຍະຈະມາເຖິງ.

        ໂດຍໄດ້ຕິດຕາມບັນດາວາລະຊັກຖາມ ແລະ ຕອບຄຳຊັກຖາມ, ຜູ້ມີສິດເລືອກຕັ້ງຫຼາຍຄົນຢູ່ແຂວງ ເລີມດົ່ງ ຖືວ່າ: ບັນດາຄຳຖາມ ແລະ ເນື້ອໃນຄຳຖາມຈຸດສຸມ, ຊີ້ແຈ້ງບັນດາບັນຫາເຄັ່ງຮ້ອນເຊິ່ງຜູ້ມີສິດເລືອກຕັ້ງສົນໃຈ. ທ່ານ ເລວັນຕ່ວາ, ຜູ້ມີສິດເລືອກຕັ້ງຢູ່ນະຄອນ ດາລາດ, ຖືວ່າ:

        “ທີ່ວາລະຊັກຖາມຄັ້ງນີ້, ຂ້າພະເຈົ້າຖືວ່າມີຄວາມຕັ້ງໜ້າທີ່ສຸດ, ນຳມາເຊິ່ງບັນຍາກາດໃໝ່ ແລະ ສ້າງຄວາມໄວ້ເນ້ື້ອເຊື່ອໃຈໃຫ້ແກ່ປະຊາຊົນສຳລັບສະພາແຫ່ງຊາດຂອງພວກເຮົາ. ການຕັ້ງຄຳຖາມໄວ ຕອບກະທັດລັດ ໄດ້ສ້າງຄວາມຟົດຟື້ນຢູ່ຫໍປະຊຸມ, ຜູ້ແທນໄດ້ຖາມສຸມໃສ່ເຂົ້າບັນຫາເຊິ່ງຜູ້ຕອບກໍ່ຕອບຖືກເປົ້າໝາຍ.”   

       ໃນຂະນະນັ້ນ, ຜູ້ມີສິດເລືອກຕັ້ງ ດັ້ງຮົ່ງແຄງ, ນັກຮົບເກົ່າຢູ່ນະຄອນ ກອນຕຸມ, ໃຫ້ຂໍ້ສັງເກດວ່າ, ວາລະຊັກຖາມນີ້ມີການປ່ຽນແປງໃໝ່ຫຼາຍຢ່າງ ແລະ ນຳມາເຊິ່ງປະສິດທິຜົນສູງ:

        “ສຳລັບບັນດາລັດຖະມົນຕີທີ່ຖືກຊັກຖາມນັ້ນ ມີຄວາມຮັບຜິດຊອບຕອບຄຳຊັກຖາມມີປະສິດທິຜົນກ່ວາ, ແທດຈິງກ່ວາເມື່ອທຽບໃສ່ສະໄໝກ່ອນ. ພ້ອມກັນນັ້ນ, ບັນດາລັດຖະມົນຕີ, ບັນດາຫົວໜ້າຂະແໜງກໍ່ມີຄວາມກ້າຫານຍອມຮັບຕໍ່ພັກ, ລັດ, ສະພາແຫ່ງຊາດ ແລະ ປະຊາຊົນ ກ່ຽວກັບບັນດາບັນຫາຍັງຄົງຄ້າງຂອງຂະແໜງຕົນ. ສິ່ງດັ່ງກ່າວໄດ້ສະແດງໃຫ້ເຫັນວ່າບັນດາລັດຖະມົນຕີມີຄວາມສຸດຈິດສຸດໃຈກັບວຽກງານແທ້.”

(ແຫຼ່ງຄັດຈາກ VOV)


ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ຕອນບ່າຍວັນທີ 11 ກໍລະກົດ, ຢູ່ສຳນັກງານລັດຖະບານ (ທີ່ ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບ ແລະ ເຮັດວຽກກັບຄະນະວິສາຫະກິດຂອງສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ (USABC) ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

Top