• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຜູ້ປະຈຳການຄະນະເລຂາສູນກາງພັກກອມມູນິດ ຫວຽດນາມ ເຈິ່ນ ກັວກ ເວື້ອງ ຢ້ຽມຢາມ ແຂວງວຽງຈັນ

ໃນຂອບເຂດການຢ້ຽມຢາມ ສປປ ລາວ, ວັນທີ 10 ຕຸລາ, ທ່ານ ເຈິ່ນ ກັວກ ເວື້ອງ ກຳມະການກົມການເມືອງ , ຜູ້ປະຈໍາການຄະນະເລຂາສູນກາງພັກກອມມູນິດ ຫວຽດນາມ, ໄດ້ເດີນທາງໄປຢ້ຽມຢາມແຂວງ ວຽງຈັນ ຂອງ ລາວ.

ທ່ານ ເຈິ່ນ ກັວກ ເວື້ອງ ເຮັດວຽກກັບການນຳແຂວງ ວຽງຈັນ
ທ່ານ ເຈິ່ນ ກັວກ ເວື້ອງ ໄດ້ສະແດງຄວາມຂອບໃຈຕໍ່ການນຳ ແລະ ປະຊາຊົນ ແຂວງວຽງຈັນ ທີ່ໄດ້ໃຫ້ການຕ້ອນຮັບຄະນະຢ່າງອົບອຸ່ນ ເຕັມໄປດ້ວຍໄມຕີຈິດມິດຕະພາບຖານອ້າຍນ້ອງ, ພ້ອມທັງສະແດງຄວາມເຊື່ອໝັ້ນວ່າ ອົງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນ ແຂວງວຽງຈັນຈະປະຕິບັດບັນດາເປົ້າໝາຍ ຂອງມະຕິກອງປະຊຸມໃຫຍ່ຄັ້ງທີ  X ຂອງພັກປະຊາຊົນ ປະຕິວັດລາວ  ແລະ ມະຕິກອງປະຊຸມໃຫຍ່ຄັ້ງທີ V ຂອງອົງຄະນະພັກແຂວງທີ່ໄດ້ວາງອອກໄດ້ຢ່າງມີໄຊ, ເພື່ອກໍ່ສ້າງແຂວງວຽງຈັນໃຫ້ນັບມື້ຮັ່ງມີເຂັ້ມແຂງ, ປະຊາຊົນນັບມື້ອີ່ມໜຳສຳລານ ແລະ ຜາສຸກ. ທ່ານ ເຈິ່ນ ກັວກ ເວື້ອງ ຕີລາຄາສູງ ຜົນການຮ່ວມມືຊ່ວຍເຫຼືອເຊີ່ງກັນ ແລະ ກັນ ລະຫວ່າງ ແຂວງວຽງຈັນ ກັບບັນດາແຂວງ, ນະຄອນຂອງຫວຽດນາມ ໃນໄລຍະຜ່ານມາ ແລະ ຫວັງວ່າໃນໄຍລະທີ່ຈະມາເຖິງ, ແຂວງວຽງຈັນຈະສືບຕໍ່ເປີດກ້ວາງ ແລະ ຍົກສູງປະສິດທິຜົນການຮ່ວມມືໃນບັນດາຂົງເຂດຕ່າງໆ ກັບແຂວງ ຫ໋າຍເຢືອງ, ອຽນບ໊າຍ, ເງະອານ, ນະຄອຍ ຫ້າຍຟ່ອງ ແລະ ບັນດາແຂວງ, ນະຄອນອື່ນໆຂອງ ຫວຽດນາມ.
(ແຫຼ່ງຄັດຈາກ VOV)

ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ລະ​ຫວ່າງ​ສະ​ຖາ​ບັນ​ຍຸ​ຕິ​ທຳ ຫວຽດ​ນາມ ແລະ ສະ​ຖາ​ບັນ​ຍຸ​ຕິ​ທຳ​ແຫ່ງ​ຊາດ ລາວ

ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ລະ​ຫວ່າງ​ສະ​ຖາ​ບັນ​ຍຸ​ຕິ​ທຳ ຫວຽດ​ນາມ ແລະ ສະ​ຖາ​ບັນ​ຍຸ​ຕິ​ທຳ​ແຫ່ງ​ຊາດ ລາວ

ບົນພື້ນຖານການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງປະເທດ ຫວຽດນາມ - ລາວ, ກວ່າ 2 ທົດສະວັດຜ່ານມາ, ສະຖາບັນຍຸຕິທຳ ຫວຽດນາມ ແລະ ສະຖາບັນຍຸຕິທຳລາວ ໄດ້ພ້ອມກັນຂຽນຕໍ່ເລື່ອງລາວທີ່ດີງາມກ່ຽວກັບການແບ່ງປັນພູມປັນຍາ, ການໜູນຊ່ວຍເຊິ່ງກັນແລະກັນ ໃນພາລະກິດ ກໍ່ສ້າງຖັນແຖວພະນັກງານກົດໝາຍໃຫ້ໝັ້ນຄົງເຂັ້ມແຂງ. ຈາກບັນດາການຢ້ຽມຢາມຄັ້ງທຳອິດ, ບັນດາຊຸດຮຽນທີ່ງ່າຍດາຍໃນຕົ້ນຊຸມປີ 2000, ຕະຫຼອດຮອດບັນດາໂຄງການຮ່ວມມືຂະໜາດໃຫຍ່, ການພົວພັນນັ້ນໄດ້ຮັບການເພີ່ມພູນຄູນສ້າງຢ່າງບໍ່ຢຸດຢັ້ງດ້ວຍນ້ຳໃຈສະຫາຍ, ອ້າຍນ້ອງທີ່ສະໜິດຕິດພັນ.

Top