• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຜູກມັດ​ປະ​ຊາ​ຄົມ - ຮັດ​ແໜ້ນ​ໄມ​ຕີ​ຈິດ​ມິດ​ຕະ​ພາບ ຫວຽດ​ນາມ - ລາວ

ການສ້າງຕັ້ງຄະນະຄຸ້ມຄອງທັງມີລັກສະນະບໍລິຫານ, ທັງແມ່ນບາດກ້າວຍຸດທະສາດ ແນໃສ່ຍົກສູງປະສິດທິຜົນການຈັດຕັ້ງຂອງປະຊາຄົມ, ປະກອບສ່ວນເຂົ້າໃນການປັບປຸງຄວາມສາມັກຄີແບບພິເສດລະຫວ່າງສອງປະເທດ.
ທ່ານຮອງເລຂາຄະນະພັກແຂວງ ໄຊສົມບູນ ມອບຂໍ້ຕົກລົງສ້າງຕັ້ງຄະນະຄຸ້ມຄອງຊາວ ຫວຽດນາມ ອາໄສຢູ່ແຂວງ ໄຊສົມບູນ ໃຫ້ແກ່ຫົວໜ້າຄະນະ (ພາບ: TTXVN)

ຕອນເຊົ້າວັນທີ 7 ຕຸລາ, ຢູ່ແຂວງ ໄຊສົມບູນ, ລາວ, ໄດ້ດຳເນີນພິທີປະກາດຂໍ້ຕົກລົງວ່າດ້ວຍການສ້າງຕັ້ງ ແລະ ແຕ່ງຕັ້ງ ຄະນະຄຸ້ມຄອງປະຊາຄົມຊາວ ຫວຽດນາມ ຢູ່ທ້ອງຖິ່ນ. ເມື່ອກ່າວຄຳເຫັນນະທີ່ນີ້, ທ່ານ ຫງວຽນມິງເຕິມ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ  ຢັ້ງຢືນວ່າ ການສ້າງຕັ້ງຄະນະຄຸ້ມຄອງທັງມີລັກສະນະບໍລິຫານ, ທັງແມ່ນບາດກ້າວຍຸດທະສາດ ແນໃສ່ຍົກສູງປະສິດທິຜົນການຈັດຕັ້ງຂອງປະຊາຄົມ, ປະກອບສ່ວນເຂົ້າໃນການປັບປຸງຄວາມສາມັກຄີແບບພິເສດລະຫວ່າງສອງປະເທດ.

ຄະນະຄຸ້ມຄອງໄດ້ຮັບການສ້າງຕັ້ງຕາມຂໍ້ຕົກລົງຂອງທ່ານເຈົ້າແຂວງໆໄຊສົມບູນ, ມີບົດບາດຫົວໜ່ວຍປະສານງານລະຫວ່າງອຳນາດການປົກຄອງແຂວງ, ສະຖານທູດ ແລະ ປະຊາຄົມຊາວ ຫວຽດນາມ ໃນການຄຸ້ມຄອງ, ເຊື່ອມຕໍ່, ໜູນຊ່ວຍບັນດາການເຄື່ອນໄຫວທີ່ພັກອາໄສ, ການດຳເນີນຊີວິດ, ດຳເນີນທຸລະກິດ ແລະ ການເຊື່ອມຕົວຂອງພໍ່ແມ່ປະຊາຊົນ. ຄະນະຄຸ້ມຄອງຮັບຜິດຊອບຫຼາຍໜ້າທີ່ແທດຈິງ, ເຊັ່ນ: ຈັດຕັ້ງບັນດາການເຄື່ອນໄຫວຊຸມຊົນ, ແລກປ່ຽນວັດທະນະທຳ - ການສຶກສາ, ບໍລິຈາກ; ເກັບກຳ, ຄຸ້ມຄອງຂໍ້ມູນຊາວ ຫວຽດນາມ ທີ່ພວມດຳລົງຊີວິດ, ອອກແຮງງານ, ດຳເນີນທຸລະກິດຢູ່ທ້ອງຖິ່ນ; ສົມທົບກັນໂຄສະນາເຜີຍແຜ່ກ່ຽວກັບກົດໝາຍ, ແນະນຳໃຫ້ພໍ່ແມ່ປະຊາຊົນປະຕິບັດຂໍ້ກຳນົດຂອງປະເທດປະຈຳຖິ່ນ; ໜູນຊ່ວຍດ້ານນິຕິກຳ, ສ້າງຄວາມປອງດອງ ແລະ ປົກປ້ອງສິດຜົນປະໂຫຍດອັນຊອບທຳຂອງຊາວ ຫວຽດນາມ.

(ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີຕ້ອນຮັບຜູ້ວ່າການລັດ ທັງເປັນເຈົ້າຄອງຜູ້ທີໜຶ່ງນະຄອນ Hamburg, ເຢຍລະມັນ

ທ່ານນາຍົກລັດຖະມົນຕີຕ້ອນຮັບຜູ້ວ່າການລັດ ທັງເປັນເຈົ້າຄອງຜູ້ທີໜຶ່ງນະຄອນ Hamburg, ເຢຍລະມັນ

ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ເພີ່ມທະວີການຮ່ວມມືຢ່າງແທດຈິງລະຫວ່າງ Hamburg ແລະ ບັນດາທ້ອງຖິ່ນຂອງ ຫວຽດນາມ, ໂດຍສະເພາະແມ່ນໃນຂົງເຂດທີ່ມີຄວາມສາມາດບົ່ມຊ້ອນ

Top