• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຜັນຂະຫຍາຍໂຄງການ “ປະຕິບັດຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະ ແກ້ໄຂບັນດາບັນຫາທີ່ີຮີບດ່ວນຂອງແມ່ຍິງ ແລະ ເດັກນ້ອຍ”

ສະຫະພັນແມ່ຍິງ ຫວຽດນາມ ຈັດຕັ້ງກອງປະຊຸມຜັນຂະຫຍາຍ 8 ໂຄງການກ່ຽວກັບ “ປະຕິບັດຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະ ແກ້ໄຂບັນດາບັນຫາທີ່ີຮີບດ່ວນຂອງແມ່ຍິງ ແລະ ເດັກນ້ອຍ” ໄລຍະ 1 ແຕ່ວັນທີ 2021 – 2025.

ສະຫະພັນແມ່ຍິງ ຫວຽດນາມ ຈັດຕັ້ງກອງປະຊຸມຜັນຂະຫຍາຍ 8 ໂຄງການກ່ຽວກັບ “ປະຕິບັດຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະ ແກ້ໄຂບັນດາບັນຫາທີ່ີຮີບດ່ວນຂອງແມ່ຍິງ ແລະ ເດັກນ້ອຍ” ໄລຍະ 1 ແຕ່ວັນທີ 2021 – 2025.

    

ທ່ານນາງ ຮ່າທິງາ, ປະທານສະຫະພັນແມ່ຍິງ ຫວຽດນາມ ກ່າວຄຳເຫັນທີ່ພິທີ

ຕອນເຊົ້າວັນທີ 20 ກັນຍາ, ຢູ່ຮ່າໂນ້ຍ, ສະຫະພັນແມ່ຍິງ ຫວຽດນາມ ຈັດຕັ້ງກອງປະຊຸມຜັນຂະຫຍາຍ 8 ໂຄງການກ່ຽວກັບ “ປະຕິບັດຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະ ແກ້ໄຂບັນດາບັນຫາທີ່ີຮີບດ່ວນຂອງແມ່ຍິງ ແລະ ເດັກນ້ອຍ” ໄລຍະ 1 ແຕ່ປີ 2021 – 2025. ໂຄງການໄດ້ສຸມໃສ່ 4 ເນື້ອໃນຄື: ໂຄສະນາ, ຂົນຂວາຍການປ່ຽນແປງ “ຄວາມນຶກ, ວິທີການປະຕິບັດ” ລົບລ້າງບັນຫາອະຄະຕິທາງເພດໃນຄອບຄົວ ແລະ ວົງຄະນະຍາດ, ບັນດາຮີດຄອງວັດທະນະທຳທີ່ບໍ່ດີ ແລະ ບາງບັນຫາສັງຄົມທີ່ຈຳເປັນຕໍ່ແມ່ຍິງ ແລະ ເດັກນ້ອຍ; ກໍ່ສ້າງ ແລະ ທະວີຄຸນບັນດາຮູບແບບຍົກສູງຄວາມສາມາດດ້ານເສດຖະກິດໃຫ້ແກ່ແມ່ຍິງ, ຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ ຊາຍ; ຮັບປະກັນສຽງເວົ້າ ແລະ ການເຂົ້າຮ່ວມແທດຈິງຂອງແມ່ຍິງ ແລະ ເດັກນ້ອຍໃນການເຄື່ອນໄຫວພັດທະນາເສດຖະກິດ ສັງຄົມ, ຕິດຕາມກວດກາ ແລະ ໄຈ້ແຍກສັງຄົມ, ຍົກສູງກຳລັງຄວາມສາມາດໃຫ້ພະນັກງານຍິງເຂດຊົນເຜົ່າສ່ວນໜ້ອຍ. ພ້ອມທັງ, ຍົກສູງກຳລັງຄວາມສາມາດປະຕິບັດການປະສານສົມທົບກັບບັນດາພະນັກງານໃນລະບົບການເມືອງ ແລະ ເຈົ້າກົກເຈົ້າເຫຼົ່າ, ນາຍບ້ານ, ຜູ້ມີອິດທິພົນຊື່ສຽງໃນວົງຄະນະຍາດ.

(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ຢ້ຽມ​ຢາມ​ຄອບ​ຄົວ​ ທ່ານ​ ໄຊ​ສົມ​ພອນ ພົມວິຫານ ອະ​ດີດ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ລາວ

ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ຢ້ຽມ​ຢາມ​ຄອບ​ຄົວ​ ທ່ານ​ ໄຊ​ສົມ​ພອນ ພົມວິຫານ ອະ​ດີດ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ລາວ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ຢັ້ງ​ຢືນເຖິງຄຸນ​ງາມ​ຄວາມ​ດີ​ໃນ​ການ​ປະ​ກອບ​ສ່ວນ​ທີ່​ຍິ່ງ​ໃຫຍ່​ຂອງ​ສະ​ຫາຍທີ່ມີ​ຕໍ່​ການ​ເພີ່ມ​ພ​ູນ​ຄູນ​ສ້າງການ​ພົວ​ພັນ​ມິດ​ຕະ​ພາບ​ອັນ​ຍິ່ງ​ໃຫຍ່, ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານ ຫວຽດ​ນາມ - ລາວ.

Top