• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຜັນຂະຫຍາຍຢ່າງແຮງກ່ວາອີກ ເພື່ອໃຫ້ການຫັນເປັນດີຈີຕອນແຫ່ງຊາດ ມີບາດກ້າວພັດທະນາຢ່າງກະໂດດຂັ້ນ

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ ການຫັນເປັນດີຈີຕອນແມ່ນກຳລັງໜູນຊຸກຍູ້ການປ່ຽນແປງໃໝ່ປະດິດຄິດສ້າງ, ແມ່ນພື້ນຖານໃຫ້ແກ່ພື້ນຖານເສດຖະກິດທັນສະໄໝ.
  ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: TTXVN)  

 ຕອນເຊົ້າວັນທີ 27 ເມສາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ, ປະທານຄະນະກຳມະການແຫ່ງຊາດກ່ຽວກັບການຫັນເປັນດີຈີຕອນ, ເປັນປະທານກອງປະຊຸມຄັ້ງທີ 2 ຂອງ ຄະນະກຳມະການເພື່ອຕີລາຄາໝາກຜົນຂອງການປະຕິບັດໄຕມາດທີ I ປີ 2022 ແລະ ກຳນົດໜ້າທີ່, ວິທີການຈຸດສຸມຄວນສຸມໃສ່ຜັນຂະຫຍາຍໃນໄຕມາດທີ II ປີ 2022 ແລະ ໄລຍະຈະມາເຖິງ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ ການຫັນເປັນດີຈີຕອນແມ່ນກຳລັງໜູນຊຸກຍູ້ການປ່ຽນແປງໃໝ່ປະດິດຄິດສ້າງ, ແມ່ນພື້ນຖານໃຫ້ແກ່ພື້ນຖານເສດຖະກິດທັນສະໄໝ. ດັ່ງນັ້ນ, ທ່ານນາຍົກລັດຖະມົນຕີ ຈົ່ງເນັ້ນໜັກເຖິງ ບາງໜ້າທີ່ຕ້ອງສຸມໃສ່ປະຕິບັດຄື ສຳຫຼວດກວດກາ, ປັບປຸງ, ເພີ່ມເຕີມ, ສ້າງລະບອບລະບຽບການດີຈີຕອນໃຫ້ສົມບູນແບບ, ພັດທະນາພື້ນຖານໂຄງລ່າງດີຈີຕອນ, ນຳໃຊ້ເຕັກໂນໂລຢີດີຈີຕອນ. ທ່ານນາຍົກລັດຖະມົນຕີ ກໍ່ຕັກເຕືອນວ່າ ວຽກງານລົງທຶນໃຫ້ແກ່ການຫັນເປັນດີຈີຕອນ ຕ້ອງມີຈຸດສຸມ, ເລືອກເອົາວຽກງານທີ່ມີຜົນກະທົບແຜ່ກະຈາຍ, ມີປະສິດທິຜົນ ຢ່າງທັນທີ ເພື່ອຜັນຂະຫຍາຍ, ພ້ອມທັງຄວນມີການປ່ຽນແປງໃໝ່ຢ່າງຕໍ່ເນື່ອງ, ມີຈິນຕະນາການບຸກທະລຸ ແລະ ວິໄສທັດຍຸດທະສາດ ໃນການຫັນເປັນດີຈີຕອນ, ເສີມຂະຫຍາຍລັກສະນະເປັນເຈົ້າການ, ລັກສະນະປະດິດຄິດສ້າງ, ລະດົມທຸກແຫຼ່ງກຳລັງ, ຍູ້ແຮງການຮ່ວມມື ລະຫວ່າງ ພາກລັດ - ເອກະຊົນ,ສືບຕໍ່ປະຕິຮູບການບໍລິຫານ, ສຸມໃສ່ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ…

(ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top