ຕອນເຊົ້າວັນທີ 03 ທັນວາ, ຢູ່ແຂວງ ເລິມດົ່ງ, ທ່ານ ມາຍວັນຈິງ, ຮອງນາຍົກລັດຖະມົນຕີ ຫວຽດນາມ ໄດ້ເຂົ້າຮ່ວມພິທີປຸກລະດົມບັ້ນກໍ່ສ້າງ, ສ້ອມແປງເຮືອນຢູ່ຢ່າງໄວທີ່ສຸດໃຫ້ແກ່ບັນດາຄອບຄົວມີເຮືອນເປ່ເພ, ຖືກພັງທະລາຍຍ້ອນໄພທຳມະຊາດ, ໂດຍຄະນະກຳມະການປະຊາຊົນແຂວງ ເລິມດົ່ງ ຈັດຂຶ້ນ. ນີ້ແມ່ນການເຄື່ອນໄຫວໃນຂອບເຂດໂຄງການກໍ່ສ້າງເຮືອນຢູ່ຢ່າງໄວທີ່ສຸດໃຫ້ແກ່ປະຊາຊົນຜູ້ຖືກເສຍຫາຍຍ້ອນໄພທຳມະຊາດ, ໂດຍທ່ານ ຟ້າມມິນຈິງ, ນາຍົກລັດຖະມົນຕີ ຫວຽດນາມ ປຸກລະດົມ. ທີ່ພິທີ, ການນຳແຂວງ ເລິມດົ່ງ ຢືນຢັນວ່າ ຈະກໍ່ສ້າງເຮືອນຫຼັງໃໝ່ໃຫ້ແກ່ບັນດາຄອບຄົວມີເຮືອນ ຖືກພັງທະລາຍໃຫ້ສຳເລັດກ່ອນວັນທີ 15 ມັງກອນ 2026 ແລະ ປະຕິບັດການສ້ອມແປງເຮືອນເປ່ເພໃຫ້ສຳເລັດກ່ອນວັນທີ 20 ທັນວາ 2025.
ເນື່ອງໃນໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີ ມາຍວັນຈິງ ແລະ ການນຳແຂວງ ເລິມດົ່ງ ໄດ້ມອບຂອງຂວັນ, ຢື້ຢາມຖາມຂ່າວ, ລະດົມກຳລັງໃຈບັນດາຄອບຄົວຖືກເສຍຫາຍຢ່າງໜັກຍ້ອນຝົນຕົກ, ນ້ຳຖ້ວມຢູ່ຕາແສງ ດຣານ…








