ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ໃຫ້ຮູ້ວ່າ ຕ້ອງເພີ່ມທະວີການນຳໃຊ້ເຕັກໂນໂລຊີເຂົ້າໃນການຄຸ້ມຄອງພາສີ, ຮັບປະກັນບັນດາເງື່ອນໄຂກ່ຽວກັບພື້ນຖານໂຄງລ່າງ, ຮາກຖານຂໍ້ມູນ
(ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ)
ໂດຍສືບຕໍ່ປະກອບຄຳເຫັນກ່ຽວກັບການອະພິປາຍ, ຮັບເອົາຄຳເຫັນ, ດັດປັບສຳລັບ 3 ໝວດຮ່າງກົດໝາຍ: ກົດໝາຍວ່າດ້ວຍພາສີລາຍຮັບສ່ວນຕົວ (ສະບັບປັບປຸງ); ກົດໝາຍວ່າດ້ວຍການຄຸ້ມຄອງພາສີ (ສະບັບປັບປຸງ); ກົດໝາຍປັບປຸຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍການຄຸ້ມຂອງໜີ້ສາທາລະນະ ທີ່ກອງປະຊຸມຄັ້ງທີ 52 ຂອງຄະນະປະຈຳສະພາແຫ່ງຊາດ ໃນຕອນບ່າຍວັນທີ 02 ທັນວາ, ທ່ານ ເຈິ່ນແທັງເໝີ້ນ, ປະທານສະພາແຫ່ງຊາດ ຫວຽດນາມ ຖືວ່າ, ການຫຼຸດຜ່ອນສະພາບຕ້ອງອີງໃສ່ການເໜັງຕີງຂອງລາຄາ, ລາຍຮັບ, ຮັບປະກັນໃຫ້ສອດຄ່ອງກັບສະພາບການເສດຖະກິດ - ສັງຄົມຂອງແຕ່ລະໄລຍະເວລາ.
ເມື່ອໃຫ້ຄຳເຫັນກ່ຽວກັບກົດໝາຍວ່າດ້ວຍການຄຸ້ມຄອງພາສີ (ສະບັບປັບປຸງ), ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ໃຫ້ຮູ້ວ່າ ຕ້ອງເພີ່ມທະວີການນຳໃຊ້ເຕັກໂນໂລຊີເຂົ້າໃນການຄຸ້ມຄອງພາສີ, ຮັບປະກັນບັນດາເງື່ອນໄຂກ່ຽວກັບພື້ນຖານໂຄງລ່າງ, ຮາກຖານຂໍ້ມູນ; ຫັນລະບຽບການບໍລະຫານເປັນງ່າຍດາຍ, ຫຼຸດຜ່ອນການກໍ່ຄວາມຫຍຸ້ງເຫຍືອງໃຫ້ແກ່ປະຊາຊົນ, ຜູ້ເສຍພາສີ. ກ່ຽວກັບຮ່າງກົດໝາຍວ່າດ້ວຍລາຍຮັບສ່ວນຕົນ (ສະບັບປັບປຸງ) ແມ່ນຍົກລະດັບລາຍຮັບທີ່ບໍ່ຕ້ອງເສຍພາສີຂອງຄອບຄົວ, ສ່ວນບຸກຄົນດຳເນີນທຸລະກິດຈາກ 200 ລ້ານດົ່ງ ຂຶ້ນເປັນ 500 ລ້ານດົ່ງ/ປີ.
(ແຫຼ່ງຄັດຈາກ VOV)