• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຜັນຂະຫຍາຍບັນດາການໜູນຊ່ວຍໃຫ້ແກ່ວິສາຫະກິດຂະໜາດກາງ ແລະ ນ້ອຍ ເພື່ອຍາດແຍ່ງກາລະໂອກາດຈາກ EVFTA

ສັນຍາການຄ້າເສລີລະຫວ່າງ ຫວຽດນາມ ແລະ ສະຫະພາບ ເອີຣົບ (ອີຢູ), ເອີ້ນຫຍໍ້ແມ່ນ EVFTA, ແມ່ນສັນຍາການຄ້າເສລີແບບໃໝ່ທີ່ສຳຄັນ ເຊິ່ງ ຫວຽດນາມ ໄດ້ເຂົ້າຮ່ວມ.

ກອງປະຊຸມ “ໜູນຊ່ວຍວິສາຫະກິດຂະໜາດກາງ ແລະ ນ້ອຍ ຫວຽດນາມ ເພື່ອຍາດແຍ່ງກາລະໂອກາດ ແລະ ປະຕິບັດ EVFTA ຢ່າງມີປະສິດທິຜົນ” (ພາບ: Vietnam+)

ຜັນຂະຫຍາຍບັນດາການໜູນຊ່ວຍຢ່າງແທດຈິງໃຫ້ແກ່ວິສາຫະກິດຂະໜາດກາງ ແລະ ນ້ອຍ ເພື່ອຍາດແຍ່ງກາລະໂອກາດຈາກ EVFTA ແມ່ນເນື້ອໃນການປຶກສາຫາລືໄດ້ຍົກອອກມາທີ່ກອງປະຊຸມທາງອອນລາຍ ໃນຫົວຂໍ້ “ໜູນຊ່ວຍວິສາຫະກິດຂະໜາດກາງ ແລະ ນ້ອຍ ຫວຽດນາມ ເພື່ອຍາດແຍ່ງກາລະໂອກາດ ແລະ ປະຕິບັດ EVFTA ຢ່າງມີປະສິດທິຜົນ”, ໂດຍກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ສົມທົບກັບສະຫະສະມາຄົມວິສາຫະກິດຂະໜາດກາງ ແລະ ນ້ອຍ ຫວຽດນາມ ຈັດຕັງໃນຕອນເຊົ້າວັນທີ 05 ມິຖຸນາ.

        ສັນຍາການຄ້າເສລີລະຫວ່າງ ຫວຽດນາມ ແລະ ສະຫະພາບ ເອີຣົບ (ອີຢູ), ເອີ້ນຫຍໍ້ແມ່ນ EVFTA, ແມ່ນສັນຍາການຄ້າເສລີແບບໃໝ່ທີ່ສຳຄັນ ເຊິ່ງ ຫວຽດນາມ ໄດ້ເຂົ້າຮ່ວມ. ທ່ານ ເລືອງຮ່ວາງທ໊າຍ, ຫົວໜ້າກົມການຄ້າຫລາຍຝ່າຍ, ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ໃຫ້ຮູ້ວ່າ:

        “ກະຊວງອຸດສາຫະກຳ ແລະ ການຄ້າພວມຍູ້ແຮງບັນດາມາດຕະການຢ່າງແທດຈິງ ເພື່ອໜູນຊ່ວຍໃຫ້ວິສາຫະກິດຂະໜາດກາງ ແລະ ນ້ອຍ, ໂດຍຜ່ານການເປີດຕະຫລາດ ຫຼື ວຽກງານຂໍ້ມູນຂ່າວສານ ພວມຊອກຫາບັນດາວິທີເຮັດແບບໃໝ່ ຄືມື້ວານນີ້ ໄດ້ເລີ່ມຕົ້ນທົດລອງການສະໜອງຂໍ້ມູນຂ່າວສານກ່ຽວກັບສັນຍາການຄ້າເສລີລະຫວ່າງ ຫວຽດນາມ ແລະ ສະຫະພາບ ເອີຣົບ ໂດຍຜ່ານຮູບແບບທາງອອນລາຍ, ເອົາລົງYoutube, Facebook… 

        ຜູ້ຕາງໜ້າກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ໄດ້ຕີລາຄາວ່າ ສິ່ງສຳຄັນຂອງກອງປະຊຸມດັ່ງກ່າວ ແມ່ນແນໃສ່ສ້າງຄວາມຮັບຮູ້ຢ່າງແທ້ຈິງ, ຄົບຖ້ວນໃຫ້ແກ່ປະຊາຄົມວິສາຫະກິດຂະໜາດກາງ ແລະ ນ້ອຍຂອງ ຫວຽດນາມ ກ່ຽວກັບກາລະໂອກາດ ແລະ ສິ່ງທ້າທາຍ, ບັນດາຄວາມຮຽກຮ້ອງຕ້ອງການສຳລັບວິສາຫະກິດຢູ່ພາຍໃນປະເທດ ຕ້ອງປ່ຽນແປງໃໝ່ຕົນເອງ, ຍົກສູງກຳລັງຄວາມສາມາດແກ່ງແຍ້ງ ເພື່ອຍາດແຍ່ງເອົາຜົນປະໂຫຍດ ເຊິ່ງສັນຍາ EVFTA ນຳມາໃຫ້.

        ກອງປະຊຸມດັ່ງກ່າວ ແມ່ນໜຶ່ງໃນບັນດາການເຄື່ອນໄຫວທຳອິດໃນ ລະບົບການເຄື່ອນໄຫວຂອງລັດຖະບານ ແລະ ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ເພື່ອສະໜອງຂໍ້ມູນຂ່າວສານ ແລະ ມີການໜູນຊ່ວຍຢ່າງແທດຈິງທີ່ສຸດໃຫ້ແກ່ປະຊາຄົມວິສາຫະກິດ ເພື່ອຮັບປະກັນການປະຕິບັດ EVFTA ຢ່າງມີປະສິດທິຜົນທີ່ສຸດ.

(ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top