• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຜະລິດຕະພັນເຕັກໂນໂລຊີດິຈີຕອນ “Make in Vietnam” ສ້າງທ່ວງທ່າກໍ່ສ້າງປະເທດຊາດດິຈີຕອນ

ໂຄງການດຳເນີນງານ ແລະ ຄຳຂວັນ “Make in Vietnam” ໂດຍ ກະຊວງຖະແຫລງຂ່າວ ແລະ ສື່ສານ ຫວຽດນາມ ປຸກລະດົມແຕ່ປີ 2019. ນັບແຕ່ນັ້ນມາຮອດປະຈຸບັນ ນັບມື້ນັບມືຫລາຍຜະລິດຕະພັນ, ການບໍລິການເຕັກໂນໂລຊີ ຕອບສະຫນອງຢ່າງຄົບຖ້ວນບັນດາມາດຖານ “Make in Vietnam”. ນັ້ນແມ່ນ: ຄົ້ນຄ້ວາຢູ່ ຫວຽດນາມ, ປະດິດສ້າງຢູ່ ຫວຽດນາມ, ຜະລິດຢູ່ ຫວຽດນາມ. ການຫັນປ່ຽນຢ່າງແຮງຂອງບັນດາວິສາຫະກິດເຕັກໂນໂລຊີ ດິຈີຕອນ ພ້ອມກັບບັນດາຜະລິດຕະພັນເຕັກໂນໂລຊີ ດິຈີຕອນ ພວມຄ່ອຍໆນຳຂະແຫນງອຸດສາຫະກຳເຕັກໂນໂລຊີ ກາຍເປັນເສົາຄ້ຳຂອງພື້ນຖານເສດຖະກິດ ພ້ອມທັງສ້າງທ່ວງທ່າໃຫ້ແກ່ ຫວຽດນາມ ກາຍເປັນປະເທດດິຈີຕອນ ໃນປີ 2030.
ທ່ານ ຫງວຽນແມ້ງຮຸ່ງ ລັດຖະມົນຕີ ກະຊວງຖະແຫຼງຂ່າວ ແລະ ສື່ສານ

ນັບແຕ່ປີ 2019, ເວທີປາໄສແຫ່ງຊາດກ່ຽວກັບການພັດທະນາວິສາຫະກິດເຕັກໂນໂລຊີຫວຽດນາມ ໄດ້ຈັດຂຶ້ນເປັນຄັ້ງທຳອິດ, ໄດ້ກຳນົດຫົວຂໍ້ຢ່າງຈະແຈ້ງວ່າ: “ຄວາມຄາດຫວັງ, ວິໄສທັດ ແລະ ການກຳນົດທິດພັດທະນາເພື່ອປະເທດ ຫວຽດນາມ ໝັ້ນຄົງເຂັ້ມແຂງ ຈະເລີນຮຸ່ງເຮືອງ”. ໃນເວລານັ້ນ, ລັດຖະບານ ແລະ ກະຊວງຖະແຫຼງຂ່າວ ແລະ ສື່ສານ ໄດ້ກຳນົດຢ່າງຈະແຈ້ງວ່າ ບັນດາວິສາຫະກິດເຕັກໂນໂລຊີຂໍ້ມູນຂ່າວສານ (ICT) ຕ້ອງສວມບົດບາດຊຸກຍູ້ພື້ນຖານເຕັກໂນໂລຊີດິຈີຕອນໃຫ້ກາຍເປັນຂະແໜງເສດຖະກິດປາຍແຫລມ. ທີ່ເວທີປາໄສນີ້, ທ່ານ ຫງວຽນແມ້ງຮຸ່ງ ລັດຖະມົນຕີ ກະຊວງຖະແຫຼງຂ່າວ ແລະ ສື່ສານ ເນັ້ນໜັກວ່າ:

“Make in Vietnam ແມ່ນເພື່ອແກ້ໄຂບັນຫາ ຫວຽດນາມ, ຊ່ວຍ ຫວຽດນາມ ພັດທະນາ. Make in Vietnam ເພື່ອໃຫ້ອອກໄປສູ່ຕ່າງປະເທດເຊື່ອມໂຍງກັບໂລກ, ປະກອບສ່ວນໃຫ້ແກ່ການພັດທະນາຂອງມວນມະນຸດ. Make in Vietnam ເພື່ອໃຫ້ຫວຽດນາມ ເປັນເຈົ້າການດ້ານເຕັກໂນໂລຊີ, ເພື່ອໃຫ້ຫວຽດນາມໝັ້ນຄົງເຂັ້ມແຂງ ຈະເລີນຮຸ່ງເຮືອງ. Make in Vietnam ສົ່ງເສີມຈິດໃຈການອອກແບບຢູ່ຫວຽດນາມ, ປະດິດສ້າງຢູ່ ຫວຽດນາມ, ຜະລິດຢູ່ຫວຽດນາມ.”

ຖ້າຫາກວ່າໃນປີ 2019, ຍອດລາຍຮັບຂອງຂະແໜງອຸດສາຫະກຳເຕັກໂນໂລຊີດິຈີຕອນບັນລຸພຽງ 112 ຕື້ USD, ດ້ວຍວິສາຫະກິດດິຈີຕອນກ່ວາ 45.000 ແຫ່ງ, ຮອດປີ 2022, ເຖິງວ່າຈະປະສົບກັບຄວາມຫຍຸ້ງຍາກຈາກໂລກລະບາດ Covid-19, ແຕ່ຕົວເລກດັ່ງກ່າວໄດ້ເພີ່ມຂຶ້ນເປັນ 148 ຕື້ USD ແລະ ມີວິສາຫະກິດເຕັກໂນໂລຊີດິຈີຕອນ ຫຼາຍກວ່າ 70.000 ແຫ່ງ.  ປີ 2022 ແມ່ນປີທີ່ຮັບຮູ້ການເຕີບໂຕຢ່າງແຮງກ່ຽວກັບອັດຕາສ່ວນມູນຄ່າ Make in Vietnam ໃນລາຍຮັບຂອງຂົງເຂດອຸດສາຫະກຳດິຈີຕອນ. ແລະນັບແຕ່ຕົ້ນປີ 2023 ມາເຖິງປັດຈຸບັນ ຍັງສືບຕໍ່ເພີ່ມຂຶ້ນ. Make in Vietnam ບໍ່ພຽງແຕ່ມີບົດບາດໃນການແກ້ໄຂບັນຫາຂອງ ຫວຽດນາມ ດ້ວຍເຕັກໂນໂລຊີດິຈີຕອນທີ່ ຊາວຫວຽດນາມ ເປັນເຈົ້າຂອງເທົ່ານັ້ນ, ຫາກຍັງມີພາລະກຳອັນໃຫຍ່ກວ່າອີກ ນັ້ນແມ່ນການພິຊິດໄດ້ຕະຫຼາດສາກົນ. ທ່ານຮອງສາດສະດາຈານ, ປອ ຮວິ່ງກວຽດທັ໊ງ, ອະທິການບໍດີມະຫາວິທະຍາໄລສັບພະວິຊາ ຮ່າໂນ້ຍ ໃຫ້ຮູ້ວ່າ:

“ບັນດາການກຳນົດທິດຢ່າງແຮງຂອງລັດຖະບານ ໄດ້ສ້າງກຳລັງຫນູນໃຫ້ແກ່ວິສາຫະກິດ, ຍ້ອນມີການລົງທຶນຢ່າງແຮງໃນການຄົ້ນຄ້ວາ, ຈາກນັ້ນ ກໍ່ໄດ້ສ້າງໃຫ້ມີວິສາຫະກິດເຕັກໂນໂລຊີທີ່ຖືກຕາມຄວາມໝາຍ, ເປັນເຈົ້າການເຕັກໂນໂລຊີຂອງຕົນ, ມີຜະລິດຕະພັນທີ່ໝັ້ນຄົງຢູ່ຕະຫຼາດ ແລະ ອອກໄປສູ່ໂລກ”.

ໃນຕົວຈິງ 4 ປີຜ່ານມາ, ການກ້າວອອກສູ່ຕະຫຼາດຕ່າງປະເທດແມ່ນທ່າອ່ຽງລວມຂອງບັນດາວິສາຫະກິດເຕັກໂນໂລຢີດິຈີຕອນຂອງຫວຽດນາມ. ຄາດວ່າ, ໃນຈຳນວນປະມານ 1/3 ຂອງວິສາຫະກິດເຕັກໂນໂລຊີດິຈີຕອນກວ່າ 70.000 ແຫ່ງເຫລົ່ານັ້ນ ຈະໄດ້ມີຜະລິດຕະພັນເຄື່ອນໄຫວຢູ່ຕະຫລາດສາກົນ. ພົ້ນເດັ່ນແມ່ນ ກຸ່ມບໍລິສັດເຕັກໂນໂລຢີ FPT, ພາຍຫຼັງ 23 ປີ ທີ່ພັດທະນາຢູ່ຕະຫຼາດຕ່າງປະເທດ, ປີ 2022, FPT ໄດ້ສ້າງເຄື່ອງຫມາຍຂອງຕົນໃນແຜນທີ່ເຕັກໂນໂລຢີສາກົນ. ແລະ ປີ 2022 ກໍ່ແມ່ນປີທຳອິດທີ່ FPT ບັນລຸລາຍຮັບຈາກຕະຫຼາດສາກົນແມ່ນ 1 ຕື້ USD ໃນຂົງເຂດຫັນເປັນດິຈີຕອນ, ນຳຫວຽດນາມ ຢືນອັນດັບທີ 2 ໃນແຜນທີ່ດິຈີຕອນ, ຖັດຈາກປະເທດ ອິນເດຍ ຊື່ງແມ່ນປະເທດມະຫາອຳນາດດ້ານຊອບແວ.

ລາຍຮັບຈາກການຫັນເປັນດີຈີຕອນຂອງ FPT ຈາກຕະຫຼາດຕ່າງປະເທດໃນ 6 ເດືອນຕົ້ນປີ 2023 ບັນລຸການເຕີບໂຕ 40% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ໂດຍສຸມໃສ່ບັນດາເຕັກໂນໂລຢີໃໝ່ຄື Cloud, AI/Data Analytics... ໃນຂະນະນັ້ນ, ກຸ່ມບໍລິສັດໂທລະຄົມມະນາຄົມກອງທັບ Viettel ກໍ່ປະສົບຜົນສຳເລັດໃນ ປີ 2022 ຢູ່ຕະຫຼາດສາກົນ ດ້ວຍລາຍຮັບບັນລຸເກືອບ 3 ຕື້ USD. Viettel ພວມແມ່ນບໍລິສັດສະຫນອງການບໍລິການ 5G ອັນດັບ 1 ຢູ່ຕະຫຼາດ ລາວ, ກໍາປູເຈຍ, ມຽນມາ, ຕີມໍຕາເວັນອອກ ແລະ ບູຣຸນດີ. ຄຽງຂ້າງນັ້ນ, Viettel ກໍ່ແມ່ນວິສາຫະກິດ ຫວຽດນາມ ທີ່ພົ້ນເດັ່ນໃນການຜັນຂະຫຍາຍການຫັນເປັນດິຈີຕອນໃຫ້ບັນດາປະເທດຄື Haiti, ລາວ...

ໃນເວລາຫຼາຍປີຜ່ານມາ, ບໍລິສັດ CMC Global ໄດ້ປະກົດຕົວຢູ່ບັນດາຕະຫຼາດໃຫຍ່ດ້ວຍຜະລິດຕະພັນທີ່ໂດດເດັ່ນເຊັ່ນ: ການສະຫນອງຊອບແວໃຫ້ແກ່ໂຮງຫມໍຫລາຍແຫ່ງໃນທົ່ວປະເທດ ສ. ເກົາຫຼີ, ສະຫນອງມາດຕະການແກ້ໄຂ eKYC (ຊອກຮູ້ລູກຄ້າເອເລັກໂຕນິກ) ໃຫ້ແກ່ບັນດາທະນາຄານຢູ່ ຈີນ, ຫຼືມາດຕະການແກ້ໄຂ Embedded Testing ໃຫ້ແກ່ບັນດາຊອບແວບັນຊາໃນລົດໂອໂຕ  ຍີ່ຫໍ້ລົດແຖວຫນ້າ. ທ່ານ ຫງວຽນກາວເກື່ອງ, ຜູ້ອຳນວຍການຝ່າຍທຸລະກິດ CMC Global ຢືນຢັນວ່າ:

“ພາຍຫຼັງ 5 ປີແຫ່ງການພັດທະນາໃນຕະຫຼາດຕ່າງປະເທດ, CMC Global ມີຄວາມຫມັ້ນໃຈຫຼາຍໃນຄຸນນະພາບຂອງການບໍລິການຂອງຕົນ. ນອກຈາກນັ້ນ, ພວກຂ້າພະເຈົ້າ ຍັງຕອບສະຫນອງຄວາມຕ້ອງການກ່ຽວກັບເວລາທີ່ລູກຄ້າມີຄວາມຕ້ອງການ. ພວກຂ້າພະເຈົ້າໄດ້ຕັ້ງຫນ້າເປີດກວ້າງອອກໄປຍັງບັນດາຕະຫລາດທີ່ເວົ້າພາສາ ອັງກິດ, ຕະຫຼາດທີ່ເຄັ່ງຄັດກັບຄຸນນະພາບເຊັ່ນ: ອົດສະຕາລີ, ອາເມລິກາ ແລະ ເອີຣົບ. ເປົ້າໝາຍຮອດປີ 2025 CMC Global ຈະມີຫ້ອງການຕາງຫນ້າຢ່າງໜ້ອຍ 10 ແຫ່ງໃນໂລກ”.

ພາລະກິດຫັນເປັນດິຈິຕອນ ດ້ວຍບັນດາພື້ນຖານດິຈີຕອນ Make in Vietnam ໄດ້ສ້າງການປ່ຽນແປງທີ່ສຳຄັນ ມີລັກສະນະບາດລ້ຽວ. ບັນດາວິສາຫະກິດດິຈີຕອນໄດ້ຄ່ອຍໆຫັນປ່ຽນຈາກການໃຊ້ແຮງງານຜະລິດ ມາເປັນເຈົ້າຂອງເຕັກໂນໂລຊີ, ຜ່ານນັ້ນ ກໍ່ຊ່ວຍແກ້ໄຂບັນຫາໃຫຍ່ຂອງປະເທດຊາດ. ການຫັນເປັນດິຈີຕອນພວມເກີດຂຶ້ນຢ່າງແຮງຢູ່ຫວຽດນາມ, ຢູ່ໃນທຸກຂົງເຂດ. ໃນວິວັດທະການນັ້ນ, ບັນດາວິສາຫະກິດດິຈີຕອນ ດ້ວຍບັນດາຜະລິດຕະພັນດິຈີຕອນ Make in Vietnam ໄດ້ຖືເປັນບົດບາດໃຈກາງ, ໄດ້ຮັບການມອບໝາຍພາລະກຳນຳ ຫວຽດນາມ ບຸກທະລຸ ດ້ວຍພື້ນຖານເສດຖະກິດດິຈີຕອນສວມບົດບາດຫລັກແຫລ່ງ, ສູ້ຊົນນຳ  ຫວຽດນາມ ໃຫ້ກາຍເປັນປະເທດດິຈີຕອນໃນໄລຍະຈະມາເຖິງ.

(ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ປຸກລະດົມຂະບວນການປະຢັດພະລັງງານ

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ປຸກລະດົມຂະບວນການປະຢັດພະລັງງານ

ທີ່ກອງປະຊຸມ, ໜ່ວຍປະຕິບັດງານຄວາມໝັ້ນຄົງດ້ານພະລັງງານ ໄດ້ຍົກອອກແຜນການຮັກສາຄວາມເປັນປົກກະຕິ ແລະ ຄວບຄຸມສະພາບນ້ຳມັນໃນເດືອນ ມີນາ, ກະກຽມແຜນການໃຫ້ແກ່ຊຸມເດືອນຕໍ່ໄປ.

Top