• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປ​ີ​ປະ​ທານ​ອາ​ຊຽນ 2020: ເປັນ​ເຈົ້າ​ການ​ ​ປະ​ຕິ​ບັດວ​ຽກ​ງານ​ກະ​ກຽ​ມ​ໃຫ້​ແກ່​ບັນ​ດາ​ກອງ​ປະ​ຊຸມ​ປ້ອງ​ກັນ​ຊາດ - ກ​ານ​ທະ​ຫານ ອາ​ຊຽນ 2020 ໃຫ້​ເປັນ​ຢ່າງ​ດີ

ວັນທີ 2 ມັງກອນ, ຢູ່ສຳນັກງານກະຊວງປ້ອງກັນປະເທດ ຫວຽດນາມ, ທ່ານ ພົນເອກ ໂງຊວັນລິກ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມໄດ້ເປັນປະທານກອງປະຊຸມຄະນະຊີ້ນຳກະຊວງປ້ອງກັນປະເທດກ່ຽວກັບອາຊຽນ 2020 ແລະ ບັນດາອະນຸກຳມະການທີ່ຂຶ້ນກັບກະຊວງ ເພື່ອກວດກາຄືນວຽກງານກະກຽມໃຫ້ແກ່ການເຄື່ອນໄຫວ, ກອງປະຊຸມປ້ອງກັນຊາດ - ການທະຫານອາຊຽນ 2020.


ທ່ານ ພົນເອກ ໂງຊວັນລິກ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມເປັນປະທານກອງປະຊຸມ

(ພາບ: qdnd.vn) 


ຮັບຮູ້ ແລະ ຕີລາຄາສູງຕໍ່ບັນດາອົງການສຳນັກງານທີ່ເປັນເຈົ້າການ, ຕັ້ງໜ້າ, ຜັນຂະຫຍາຍບັນດາເນື້ອໃນວຽກງານກະກຽມໃຫ້ປີ ປະທານອາຊຽນ 2020 ໂດຍໄວນັ້ນ, ທ່ານພົນເອກໂງຊວັນລິກ ເນັ້ນໜັກວ່າ  ເລື່ອງດຳລົງຕຳແໜ່ງ ປະທານອາຊຽນ 2020 ມີຄວາມໝາຍດ້ານການເມືອງສຳຄັນ, ເປັນການຢັ້ງຢືນເຖິງຖານະບົດບາດ, ທີ່ຕັ້ງຂອງກອງທັບປະຊາຊົນ ຫວຽດນາມໃນການເຊື່ອມໂຍງເຂົ້າກັບສາກົນ ແລະ ປະກອບສ່ວນເຂົ້າໃນຜົນສຳເລັດລວມໃນປີ ປະທານ ອາຊຽນ 2020 ຂອງ ຫວຽດນາມ. ທ່ານລັດຖະມົນຕີ ໂງຊວັນລິກ ຮຽກຮ້ອງໃຫ້ທົ່ວກອງທັບເພີ່ມທະວີການຊາບຊືມກ່ຽວກັບຈຸດປະສົງ, ຄວາມໝາຍຂອງ ເລື່ອງກະຊວງການຕ່າງປະເທດເປັນປະທານຈັດຕັ້ງກອງປະຊຸມ ແລະ ເຄື່ອນໄຫວການທະຫານ, ການປ້ອງກັນຊາດ ໃນປີ 2020 ເມື່ອຫວຽດນາມດຳລົງຕຳແໜ່ງປະທານອາຊຽນ.
(ແຫຼ່ງຄັດຈາກ VOV)

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ຕອນເຊົ້າວັນທີ 20 ຕຸລາ, ຢູ່ຫໍປະຊຸມ ຢຽນຮົ່ງ, ຮ່າໂນ້ຍ, ສະພາແຫ່ງຊາດ ຫວຽດນາມ ໄດ້ໄຂກອງປະຊຸມສະໄໝສາມັນເທື່ອທີ 10, ເຊິ່ງແມ່ນກອງປະຊຸມຄັ້ງສຸດທ້າຍຂອງສະພາແຫ່ງຊາດ ຫວຽດນາມ ຊຸດທີ 15. ກອງປະຊຸມວຽກງານຫຼາຍທີ່ສຸດຂອງ ອາຍຸການ, ຄາດວ່າ ດຳເນີນເປັນເວລາປະມານ 40 ວັນ. ເຂົ້າຮ່ວມວາລະໄຂກອງປະຊຸມ, ມີທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ, ທ່ານປະທານປະເທດ ເລືອງເກື່ອງ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ແລະ ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ.

Top