• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປ​ະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Donald Trump ເຊັນ​ຄຳ​ສັ່ງຫຼຸດ​ຜ່ອນ​ພາ​ສີ​ສຳ​ລັບ​ສິນ​ຄ້າ​ ຈີນ ​ທີ່​ກ່ຽວ​ຂ້ອງ​ເຖິງ fentanyl

ພາຍຫຼັງການພົບປະສຸດຍອດລະຫວ່າງທ່ານ Donald Trump ປະທານາທິບໍດີ ອາເມລິກາ ກັບທ່ານ ສີຈີ້ນຜິງ ປະທານປະເທດ ຈີນ ຢູ່ ສ.ເກົາຫຼີ ເມື່ອວັນທີ 30 ຕຸລາ ຜ່ານມາ, ປັກກິ່ງ ໄດ້ໃຫ້ຄຳໝັ້ນສັນຍາຄວບຄຸມ ແລະ ສະກັດກັ້ນການເຄື່ອນໄຫວຂອງທາດເຄມີທີ່ໄດ້ນຳໃຊ້ເພື່ອຜະລິດ fentanyl ໄປຍັງ ອາເມລິກາ.
ກ່ຳປັ່ນບັນຈຸຕູ້ຄອນແທນເນີຢູ່ທ່າກ່ຳປັ່ນ Oakland, California, ອາເມລິກາ ໃນວັນທີ 4/8/2025 (ພາບ:REUTERS/Carlos Barria)

ວັນທີ 04 ພະຈິກ, ທ່ານ Donald Trump ປະທານາທິບໍດີ ອາເມລິກາ ໄດ້ລົງນາມໃນຄຳສັ່ງຫຼຸດຜ່ອນ ½ ອັດຕາພາສີເພີ່ມເຕີມສຳລັບສິນຄ້າ ຈີນ ທີ່ກ່ຽວຂ້ອງເຖິງທາດ fentanyl, ຜ່ານນັ້ນ ໄດ້ຫັນເປັນທາງການ ສ່ວນໜຶ່ງຂອງຂໍ້ຕົກລົງເຊິ່ງທ່ານປະທານາທິບໍດີ ອາເມລິກາ ບັນລຸໄດ້ກັບທ່ານ ສີຈີ້ນຜິງ ປະທານປະເທດ ຈີນ ພາຍຫຼັງການພົບປະໂດຍກົງຄັ້ງທຳອິດລະຫວ່າງການນຳສອງທ່ານຢູ່ ສ.ເກົາຫຼີ ເມື່ອວັນທີ 30 ຕຸລາ ຜ່ານມາ.

ພາຍຫຼັງການພົບປະສຸດຍອດລະຫວ່າງທ່ານ Donald Trump ປະທານາທິບໍດີ ອາເມລິກາ ກັບທ່ານ ສີຈີ້ນຜິງ ປະທານປະເທດ ຈີນ ຢູ່ ສ.ເກົາຫຼີ ເມື່ອວັນທີ 30 ຕຸລາ ຜ່ານມາ, ປັກກິ່ງ ໄດ້ໃຫ້ຄຳໝັ້ນສັນຍາຄວບຄຸມ ແລະ ສະກັດກັ້ນການເຄື່ອນໄຫວຂອງທາດເຄມີທີ່ໄດ້ນຳໃຊ້ເພື່ອຜະລິດ fentanyl ໄປຍັງ ອາເມລິກາ.  ເພື່ອໂຕ້ຕອບຄືນ, ວໍຊິງຕັນ ຖະແຫຼງຈະຫຼຸດອັດຕາພາສີເພີ່ມເຕີມ ແຕ່ 20% ລົງເຫຼືອພຽງ 10%, ເຊິ່ງມີຜົນບັງຄັບໃຊ້ແຕ່ວັນທີ 10 ພະຈິກ ເປັນຕົ້ນໄປ. ລັດຖະດຳລັດທີ່ ທ່ານ Donald Trump ໄດ້ເຊັນເມື່ອວັນທີ 4 ພະຈິກນັ້ນ ໄດ້ເປັນບ່ອນອີງເພື່ອປະຕິບັດຂໍ້ຕົກລົງດັ່ງກ່າວຢ່າງເປັນທາງການ, ພ້ອມດຽວກັນນັ້ນ, ກໍຊີ້ແຈ້ງວ່າ ວົງການເຈົ້າໜ້າທີ່ ອາເມລິກາ ຈະຕິດຕາມກວດກາເລື່ອງ ຈີນ ປະຕິບັດຄຳໝັ້ນສັນຍາສຳລັບຂໍ້ຕົກລົງສະບັບນີ້.

ຕາມທຳນຽບຂາວແລ້ວ, ການພົບປະລະຫວ່າງການນຳສອງທ່ານ ກໍບັນລຸໄດ້ຂໍ້ຕົກລົງຈຳນວນໜຶ່ງ, ໃນນັ້ນ ມີເລື່ອງສືບຕໍ່ຢຸດຕິບັນດາອັດຕາພາສີທີ່ມີລັກສະນະໂຕ້ຕອບເຊິ່ງກັນ ແລະ ກັນ ຮອດວັນທີ 10 ພະຈິກ 2026.

(ແຫຼ່ງຄັດຈາກ VOV)

ການ​ສົ່ງ​ອອກ​ຜະ​ລິດ​ຕະ​ພັນ​ກະ​ເສດ​ເຄື່ອງ​ປ່າ​ຂອງ​ດົງ, ສິນ​ໃນ​ນ້ຳ​ຮັກ​ສາ​ທ່າ​ເຕີບ​ໂຕ​ເປັນ​ປົກ​ກະ​ຕິ​ໃນ​ຄວາມ​ຫຍຸ້ງ​ຍາກ​ຈາກ​ໄພ​ພິ​ບັດ​ທຳ​ມະ​ຊາດ

ການ​ສົ່ງ​ອອກ​ຜະ​ລິດ​ຕະ​ພັນ​ກະ​ເສດ​ເຄື່ອງ​ປ່າ​ຂອງ​ດົງ, ສິນ​ໃນ​ນ້ຳ​ຮັກ​ສາ​ທ່າ​ເຕີບ​ໂຕ​ເປັນ​ປົກ​ກະ​ຕິ​ໃນ​ຄວາມ​ຫຍຸ້ງ​ຍາກ​ຈາກ​ໄພ​ພິ​ບັດ​ທຳ​ມະ​ຊາດ

ຂະແໜງກະສິກຳ ແລະ ສິ່ງແວດລ້ອມຍັງຮັກສາທ່າເຕີບໂຕທີ່ຕັ້ງໜ້າ ເຖິງວ່າຖືກຜົນກະທົບຈາກພາຍຸ, ຝົນຕົກໜັກ ແລະ ການຜັນແປຂອງຕະຫຼາດ.

Top