• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປ່ຽນໃຫມ່ຜະລິດຕະພັນທ່ອງທ່ຽວ - ສ້າງສະຖານທີ່ທ່ອງທ່ຽວປອດໄພ

      ຍ້ອນຜົນກະທົບຈາກໂລກລະບາດໂຄວິດ 19 ສະນັ້ນ ຈຳນວນແຂກທ່ອງທ່ຽວມາຢ້ຽມຢາມເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ ຫລຸດລົງຢ່າງແຮງ, ບັນດາບໍລິສັດທ່ອງທ່ຽວ ແລະ ບໍລິການພັກເຊົາຢູ່ ບັນດາແຂວງເຂດທົ່ງພຽງແມ່ນ້ຳຂອງ ໄດ້ປະຕິບັດຫລາຍໂຄງການກະຕຸ້ນຄວາມຕ້ອງການ ແລະ ສ້າງບັນດາຮູບແບບທ່ອງທ່ຽວໃຫມ່ ເພື່ອດຶງດູດນັກທ່ອງທ່ຽວພາຍໃນປະເທດ ແລະ ສາກົນ ມາຢ້ຽມຢາມເຂດດິນແດນແຫ່ງນີ້.
 
ວັດວາອາຮາມຢູ່ ແຂວງອານຢາງດຶງດູດນັກທ່ອງທ່ຽວມາຢ້ຽມຊົມນັບມື້ນັບຫລາຍ
ພາບ:(truyenhinhdulich.vn
      ພາຍຫລັງຢຸດຕ້ອນຮັບແຂກໃນໄລຍະເກີດໂລກລະບາດໂຄວິດ 19, ນັບແຕ່ວັນທີ 28 ເມສາ, ມີສະຖານທີ່ທ່ອງທ່ຽວຫລາຍແຫ່ງໃນບໍລິເວນແຂວງ ອານຢາງ ໄດ້ເປີດປະຕູຕ້ອນຮັບແຂກຄືນໃຫມ່. ມາຮອດປະຈຸບັນ ສະຖານທີ່ທ່ອງທ່ຽວຫຼາຍແຫ່ງ ໄດ້ມີ ຈຳນວນແຂກມາຢ້ຽມຢາມບັນລຸ 60-70% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍຄື: ເຂດທ່ອງທ່ຽວປ່າຊີວະພາບ ຈ່າຊື ເມືອງ ຕີ້ງບຽນ; ເຂດທ່ອງທ່ຽວແຫ່ງຊາດ ພູ ຊາມ ນະຄອນ ເຈົາດົກ; ເຂດທ່ອງທ່ຽວ ພູເກີມ… ທ່ານ ຫລີແທງຊາງ, ຜູ້ອຳນວຍການເຂດທ່ອງທ່ຽວ ກະເຊົ້າລອຍຟ້າ ພູເກີມ ແຂວງ ອານຢາງ ໃຫ້ຮູ້ວ່າ:
 “ເມື່ອເປີດປະຕູກັບຄືນສູ່ການເຄື່ອນໄຫວຄືນໃຫມ່ ຈຳນວນແຂກມາຢ້ຽມຢາມເຂດນີ້ ບັນລຸພຽງ 30% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ບໍລິສັດ ໄດ້ວາງອອກບັນດາລາຍການກະຕຸ້ນຄວາມຕ້ອງການໄປທ່ຽວ... ມາຮອດບັດນີ້ ພາຍຫລັງເດືອນເຄິ່ງທີ່ເຂົ້າສູ່ການເຄື່ອນໄຫວ ຈຳນວນແຂກທ່ອງທ່ຽວມາແຫ່ງນີ້ໄດ້ຄ່ອຍໆເພີ່ມຂຶ້ນເຖິງ 70% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.”
ດ້ວຍຄວາມຕັດສິນໃຈຟື້ນຕົວທ່າແຮງຂະແຫນງທ່ອງທ່ຽວ, ບັນດາບໍລິສັດທ່ອງທ່ຽວ ແລະ ບໍລິການພັກເຊົາ ຢູ່ ບໍລິເວນ ນະຄອນ ເກີນເທີ ກໍ່ໄດ້ປະຕິບັດບັນດາລາຍການກະຕຸ້ນຄວາມຕ້ອງການໄປທ່ອງທ່ຽວ; ຍູ້ແຮງການປ່ຽນໃຫມ່ຮູບແບບທ່ອງທ່ຽວ ເພື່ອເພີ່ມຈຳນວນແຂກທ່ອງທ່ຽວນຳໃຊ້ບໍລິການ ພາຍຫລັງຖືກຜົນສະທ້ອນຫຍໍ້ທໍ້ຈາກ ໂລກລະບາດໂຄວິດ 19.
 ທ່ານນາງ ຫວໍຊວນທື, ຜູ້ອຳນວຍການໂຮງແຮມ Victoria ເກີນເທີ ໃຫ້ຮູ້ວ່າ: ນອກຈາກ ບັນດາ tour ທ່ອງທ່ຽວພັກຜ່ອນບຳລຸງສຸຂະພາບທຳມະດາແລ້ວ, ວິສາຫະກິດ ຍັງສ້າງລາຍການທ່ອງທ່ຽວດ້ວຍກຳປັ່ນຈາກ ເກີນເທີ ໄປ ອານຢາງ ໃນເວລາ  4 ວັນ 3 ຄືນ. ຂະແຫນງການບິນ ກໍ່ເປີດສາຍການບິນໃຫມ່ຫລາຍສາຍຄື: ເກີນເທີ - ຫາຍຟ່ອງ. ເກີນເທີ -ວີງ, ເກີນເທີ - ບວນມາທວດ, ຫາຍຟ່ອງ - ຟູກວັກ. ພິເສດ ບັນດາເຂດທ່ອງທ່ຽວຊີວະພາບ ກໍ່ຜັນຂະຫຍາຍຫລາຍລາຍການທີ່ເປັນເອກະລັກສະເພາະເພື່ອດຶງດູດແຂກທ່ອງທ່ຽວ.
ຢູ່ແຂວງ ດົງທາບ, ໃນໄລຍະຢຸດບໍລິການຢູ່ບັນດາສະຖານທີ່ທ່ອງທ່ຽວ, ບັນດາຮາກຖານດຳເນີນທຸລະກິດບໍລິການທ່ອງທ່ຽວ ໄດ້ຍົກລະດັບ, ສ້າງບັນດາການບໍລິການໃຫ້ພົ້ນເດັ່ນເພື່ອດຶງດູດນັກທ່ອງທ່ຽວ. ທ່ານ ເຈີນແທງດ່ຽນ ເຮັດບໍລິການທ່ອງທ່ຽວ ຢູ່ ໝູ່ບ້ານດອກໄມ້ ຊາແດ໊ກ ໃຫ້ຮູ້ວ່າ: ເພື່ອດຶງດູດແຂກທ່ອງທ່ຽວ, ບັນດາເຂດສວນ, ສະຖານທີ່ທ່ຽວຊົມ ຢູ່ທີ່ນີ້ ລ້ວນແຕ່ຫລຸດຄ່າປີ້ລົງ 50% ແລະ ເພີ່ມຄຸນນະພາບການບໍລິການ.
ທ່ານ ຫງວຽນທ້ຽນແທ່ງ, ຮອງເລຂານຸການ ສະຫະສະມາຄົມທ່ອງທ່ຽວເຂດທົ່ງພຽງແມ່ນ້ຳຂອງ ໃຫ້ຮູ້ວ່າ: ມີ ວິສາຫະກິດ 100 ແຫ່ງ ຂອງ 13 ແຂວງ, ນະຄອນ ເຂດທົ່ງພຽງແມ່ນ້ຳຂອງ ເຂົ້າຮ່ວມ “ລາຍການກະຕຸ້ນຄວາມຕ້ອງການໄປທ່ຽວເຂດທົ່ງພຽງແມ່ນ້ຳຂອງ ພາຍຫລັງ ໂລກລະບາດໂຄວິດ 19”. ທ່ານ ຫງວຽນທ້ຽນແທ່ງ ເນັ້ນຫນັກວ່າ:
   “ພາຍໃຕ້ການມອບສິດຈາກ ສະຫະສະມາຄົມທ່ອງທ່ຽວຫວຽດນາມ, ສະຫະສະມາຄົມທ່ອງທ່ຽວ ນະຄອນ ໂຮ່ຈີມິນ ໄດ້ມີສິດກະຕຸ້ນຄວາມຕ້ອງການໄປທ່ຽວຢູ່ເຂດທົ່ງພຽງແມ່ນ້ຳຂອງ. ນະຄອນ ໂຮ່ຈິມີນ ຈະໄປສຳຫລວດ ແລະ ຊື້ຜະລິດຕະພັນທ່ອງທ່ຽວຂອງເຂດທົ່ງພຽງແມ່ນ້ຳຂອງ ເພື່ອຊ່ວຍໃຫ້ເຂດນີ້ຟື້ນຟູການທ່ອງທ່ຽວໂດຍໄວ, ກ້າວໄປເຖິງການຟື້ນຟູ ແລະ ພັດທະນາ. ຂ້າພະເຈົ້າເຊື່ອໝັ້ນວ່າ ປະຈຸບັນ ເຂດທົ່ງພຽງແມ່ນ້ຳຂອງ ແມ່ນສະຖານທີ່ທ່ອງທ່ຽວທີ່ປອດໄພ.
   ເມື່ອໂລກລະບາດໄດ້ຮັບການຄວບຄຸມແລ້ວ, ຂະແຫນງທ່ອງທ່ຽວບັນດາທ້ອງຖິ່ນເຂດທົ່ງພຽງແມ່ນ້ຳຂອງ ໄດ້ເລີ່ມຮ່ວມສຳພັນບັນດາຜະລິດຕະພັນໃຫມ່ ສ້າງສະຖານທີ່ທ່ອງທ່ຽວປອດໄພ, ຍົກສູງຄຸນນະພາບການບໍລິການທ່ອງທ່ຽວ, ບັນດາບໍລິສັດການບິນ ກໍ່ສະຫນອງບັນດາ tour ທ່ອງທ່ຽວ ດ້ວຍຄ່າໃຊ້ຈ່າຍລາຄາຖືກ, ມີສາຍການບິນພາຍໃນປະເທດຫລາຍສາຍກັບຄືນເຂົ້າສູ່ການເຄື່ອນໄຫວເປັນປົກກະຕິ. ນີ້ແມ່ນສັນຍານດີສົມຄວນ ແລະ ຄາດວ່າ ຈະນຳຂະແຫນງທ່ອງທ່ຽວກັບຄືນສູ່ການຟື້ນຟູໂດຍໄວ, ປະກອບສ່ວນຟື້ນຟູພື້ນຖານເສດຖະກິດຂອງເຂດທົ່ງພຽງແມ່ນ້ຳຂອງ ແລະ ທົ່ວປະເທດ.

 (ແຫຼ່ງຄັດຈາກ VOV)
 

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top