• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປົກ​ປ້ອງ ແລະ ຊຸກ​ຍູ້​ສິດ​ທິ​ມະ​ນຸດ​ແມ່​ນ​ນະ​ໂຍ​ບາຍ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ ຫວຽດ​ນາມ

ຫວຽດນາມ ຍາມໃດກໍ່ກຽມພ້ອມການແລກປ່ຽນຢ່າງກົງໄປກົງມາ, ເປີດເຜີຍ ແລະ ບົນຈິດໃຈສ້າງສັນກັບ ອາເມລິກາ ກ່ຽວກັບບັນດາບັນຫາຍັງມີຄວາມແຕກຕ່າງກັນ ເພື່ອເພີ່ມທະວີຄວາມເຂົ້າໃຈ ແລະ ປະກອບສ່ວນເຂົ້າໃນການພັດທະນາການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງສອງປະເທດ.
  ທ່ານນາງ ຟ້າມທູຮັ່ງ, ຮອງໂຄສົກກະຊວງການຕ່າງປະເທດ (ພາບ: ກະຊວງການຕ່າງປະເທດ)  

ຕອນບ່າຍວັນທີ 23 ມີນາ, ຢູ່ຮ່າໂນ້ຍ, ໃນການຖະແຫຼງຂ່າວນັດສາມັນຂອງກະຊວງການຕ່າງປະເທດ, ຕໍ່ໜ້າຂໍ້ສັງເກດທີ່ຂາດພາວະວິໄສໃນບົດລາຍງານສິດທິມະນຸດປະຈຳປີ 2022 ຂອງກະຊວງການຕ່າງປະເທດ ອາເມລິກາ, ທ່ານນາງ ຟ້າມທູຮັ່ງ, ຮອງໂຄສົກກະຊວງການຕ່າງປະເທດ ຢັ້ງຢືນວ່າ ການປົກປ້ອງ ແລະ ຊຸກຍູ້ສິດທິມະນຸດແມ່ນນະໂຍບາຍສະເໝີຕົ້ນສະເໝີປາຍຂອງ ລັດຫວຽດນາມ. ຫວຽດນາມຮູ້ສຶກເສຍດາຍຍ້ອນບົດລາຍງານສິດທິມະນຸດປະຈຳປີ 2022 ຂອງກະຊວງການຕ່າງປະເທດອາເມລິກາ ໄດ້ຍົກອອກມາບາງຂໍ້ສັງເກດທີ່ຂາດ ພາວະວິໄສ ເຊິ່ງອີງຕາມຂໍ້ມູນທີ່ບໍ່ມີມູນຄວາມຈິງ ກ່ຽວກັບສະພາບການຕົວຈິງຢູ່ ຫວຽດນາມ. ຫວຽດນາມ ຍາມໃດກໍ່ກຽມພ້ອມການແລກປ່ຽນຢ່າງກົງໄປກົງມາ, ເປີດເຜີຍ ແລະ ບົນຈິດໃຈສ້າງສັນກັບ ອາເມລິກາ ກ່ຽວກັບບັນດາບັນຫາຍັງມີຄວາມແຕກຕ່າງກັນ ເພື່ອເພີ່ມທະວີຄວາມເຂົ້າໃຈ ແລະ ປະກອບສ່ວນເຂົ້າໃນການພັດທະນາການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງສອງປະເທດ.

ຕອບຄຳຖາມຕໍ່ຂໍ້ມູນທີ່ວ່າ ຍີ່ປຸ່ນຢາກສ້າງການພົວພັນຄູ່ຮ່ວມມືຮອບດ້ານກັບ ອາຊຽນ, ທ່ານນາງ ຟ້າມທູຮັ່ງ ຖືວ່າ ຫວຽດນາມ ຕີລາຄາສູງບັນດາຄວາມກ້າວໜ້າຢ່າງແຮງ ແລະ ແທດຈິງໃນການພົວພັນອາຊຽນ - ຍີ່ປຸ່ນ, ປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ເປົ້າໝາຍລວມແມ່ນສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບ ແລະ ວັດທະນາຖາວອນ. ຫວຽດນາມ ສະແດງຄວາມຊົມເຊີຍ ແລະ ພ້ອມກັບບັນດາປະເທດອາຊຽນ ແລະ ຍີ່ປຸ່ນຊຸກຍູ້ການພົວພັນສອງຝ່າຍໃຫ້ພັດທະນາຂຶ້ນສູ່ລະດັບສູງໃໝ່, ມຸ່ງໄປເຖິງການສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນ ອາຊຽນ - ຍີ່ປຸ່ນໃນປີນີ້ (1973 – 2023).

 

(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ສືບ​ຕໍ່​ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ເສດ​ຖະ​ກິດ​ເອ​ກະ​ຊົນ​ພັດ​ທະ​ນາ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ສືບ​ຕໍ່​ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ເສດ​ຖະ​ກິດ​ເອ​ກະ​ຊົນ​ພັດ​ທະ​ນາ

ຕອນບ່າຍວັນທີ 1 ພະຈິກ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເປັນປະທານວາລະເຮັດວຽກທີ 2 ຂອງ ຄະນະຊີ້ນຳແຫ່ງຊາດຜັນຂະຫຍາຍມະຕິສະບັບເລກທີ 68 ຂອງກົມການເມືອງກ່ຽວກັບການພັດທະນາເສດຖະກິດເອກະຊົນ.

Top