• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປຸກ​ລຸກ​ແຫຼ່ງ​ກຳ​ລັງ​ທີ່​ດິນ ເພື່ອ​ພັດ​ທະ​ນາ​ເສດ​ຖະ​ກິດ, ຮັບ​ປະ​ກັນ​ສິດ​ຜົນ​ປະ​ໂຫຍດຂອງ​ປະ​ຊາ​ຊົນ

ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບວ່າ ​ການ​ປັບ​ປຸງ​ກົດ​ໝາຍ​ວ່າ​ດ້ວຍ​ທີ່​ດິນມີ​ຄວາມ​ໝາຍ​ສຳ​ຄັນ​ພິ​ເສດ, ບໍ່​ພຽງ​ແຕ່​ແກ້​ໄຂ​ບັນ​ດາ​ຂໍ້​ຕິດ​ຂັດ​ໃນ​ສະ​ເພາະ​ໜ້າ​ເທົ່າ​ນັ້ນ ຫາກ​ຍັງ​ແມ່ນ​ເຄື່ອງ​ມື​ສ້າງ​ສັນ​ພັດ​ທະ​ນາ, ສ້າງ​ພື້ນ​ຖານ​ດ້ານ​ນິ​ຕິ​ກຳໃຫ້ເປັນ​ປົກ​ກະ​ຕິ, ໂປ່ງ​ໃສ
ຄະ​ນະ​ເຈົ້າ​ພາບ​ຢູ່ກອງ​ປະ​ຊຸມ (ພາບ: VNA)

ຕອນ​ເຊົ້າ​ວັນ​ທີ 29 ຕຸ​ລາ, ຢູ່​ຮ່າ​ໂນ້ຍ, ໂດຍ​ສືບ​ຕໍ່ລາຍ​ການກອງ​ປະ​ຊຸມ​ຄັ້ງ​ທີ 2, ສະ​ພາ​ແຫ່ງ​ຊາດ​ ຫວຽດນາມ ຊຸດ​ທີ XVI, ພາຍ​ໃຕ້​ການ​ເປັນ​ປະ​ທານ​ຂອງ​ ທ່ານ ເຈິ່ນ​ແທັງ​ເໝິນ ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ແລະ ການ​ບໍ​ລິ​ຫານ​ຂອງ ​ທ່ານ ຫງວຽນ​ຮົ່ງ​ຢຽນ ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ, ສະ​ພາ​ແຫ່ງ​ຊາດ​ໄດ້​ປຶກ​ສາ​ຫາ​ລື​ຢູ່​ຫໍ​ປະ​ຊຸມກ່ຽວ​ກັບ​ຮ່າງ​ກົດ​ໝາຍ​ວ່າ​ດ້ວຍ​ທີ່​ດິນ (ສະ​ບັບ​ປັບ​ປຸງ).

ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບວ່າ ​ການ​ປັບ​ປຸງ​ກົດ​ໝາຍ​ວ່າ​ດ້ວຍ​ທີ່​ດິນມີ​ຄວາມ​ໝາຍ​ສຳ​ຄັນ​ພິ​ເສດ, ບໍ່​ພຽງ​ແຕ່​ແກ້​ໄຂ​ບັນ​ດາ​ຂໍ້​ຕິດ​ຂັດ​ໃນ​ສະ​ເພາະ​ໜ້າ​ເທົ່າ​ນັ້ນ ຫາກ​ຍັງ​ແມ່ນ​ເຄື່ອງ​ມື​ສ້າງ​ສັນ​ພັດ​ທະ​ນາ, ສ້າງ​ພື້ນ​ຖານ​ດ້ານ​ນິ​ຕິ​ກຳໃຫ້ເປັນ​ປົກ​ກະ​ຕິ, ໂປ່ງ​ໃສ, ແກ້​ໄຂ​ບັນ​ດາ​ບັນ​ຫາ​ທີ່​ແກ່ຍ​າວ​ໂດຍ​ມີ​ລັກ​ສະ​ນະ​ພື້ນ​ຖານ​ໃນ​ການ​ຄຸ້ມ​ຄອງ​ບໍ​ລິ​ຫານ, ນຳ​ໃຊ້​ທີ່​ດິນ, ປຸກ​ລຸ​ກ​ແຫຼ່ງ​ກຳ​ລັງ​ໃຫ້​ການ​ພັດ​ທະ​ນາ, ພ້ອມ​ທັງ​ຮັບ​ປະ​ກັນ​ຄວາມ​ກົມ​ກຽວ​ຜົນ​ປະ​ໂຫຍດ​ລະ​ຫວ່າງ ລັດ, ປະ​ຊາ​ຊົນ ແລະ ວິ​ສາ​ຫະ​ກິດ. ທ່ານ ​ເລ​ຮຶວ​ຈີ, ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ແຂວງ ແຄ້ງ​ຮ​ວ່າ​ ປະ​ກອບ​ຄຳ​ເຫັນ​ວ່າ:

ຂ້າ​ພະ​ເຈົ້າ​ສະ​ເໜີ​ຫັນ​ປ່ຽນ​ຢ່າງ​ແຮງ​ຈາກ​ຈິນ​ຕະ​ນາ​ການ​ຄຸ້ມ​ຄອງ​ບໍ​ລິ​ຫານ​ໄປ​ສູ່​ຈິນ​ຕະ​ນາ​ການຄຸ້ມ​ຄອງ, ສ້າງ​ສັນ​ພັດ​ທະ​ນາ, ຍູ້​ແຮງ​ການ​ປະ​ຕິ​ຮູບ​ລະ​ບຽບ​ການ​ບໍ​ລິ​ຫານ ແລະ ຫັນ​ຂໍ້​ມູນ​ທີ່​ດິນ​ເປັນ​ດີ​ຈີ​ຕອນ, ເປີດ​ເຜີຍ​ຂໍ້​ມູນ ແລະ ຍົກ​ສູງ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​ອະ​ທິ​ປາຍ. ກົດ​ໝາຍ​ວ່າ​ດ້ວຍ​ທີ່​ດິນ ຕ້ອງ​ຮັບ​ປະ​ກັນ​ລະ​ບຽບ​ວິ​ໄນ​ຂອງ​ລັດ, ທັງ​ປຸກ​ລຸກ​ແຫຼ່ງ​ກຳ​ລັງ​ພັດ​ທະ​ນາ​ ທັງ​ປົກ​ປ້ອງ​ສິດ ແລະ ຜົນ​ປະ​ໂຫຍດ​ອັນຖືກ​ຕ້ອງ​ຕາມກົດ​ໝາຍ ແລະ ຊອບທຳຂອງ​ປະ​ຊາ​ຊົນ, ບໍ່​ໃຫ້​ກາຍ​ເປັນຮົ້ວ​ກີດ​ຂວາງ​ການ​ພັດ​ທະ​ນາ ແລະ ຍູ້​​ຄ່າ​ໃຊ້​ຈ່າຍ​ໃນການປະ​ຕິ​ບັດຕາມໃຫ້​ປະ​ຊາ​ຊົນ ແລະ ວິ​ສາ​ຫະ​ກິດ.

(ແຫຼ່ງຄັດຈາກ VOV)

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ: ສະ​ພາ​ທິດ​ສະ​ດີ​ສູນ​ກາງ​ສືບ​ຕໍ່​ຢັ້ງ​ຢືນ​ບົດ​ບາດຫຼັກ​ແຫຼ່ງ​ໃນ​ການ​ຄົ້ນ​ຄ້​ວາ ແລະ ໃຫ້​ຄຳ​ປຶກ​ສາ​ຍຸດ​ທະ​ສາດ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ: ສະ​ພາ​ທິດ​ສະ​ດີ​ສູນ​ກາງ​ສືບ​ຕໍ່​ຢັ້ງ​ຢືນ​ບົດ​ບາດຫຼັກ​ແຫຼ່ງ​ໃນ​ການ​ຄົ້ນ​ຄ້​ວາ ແລະ ໃຫ້​ຄຳ​ປຶກ​ສາ​ຍຸດ​ທະ​ສາດ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ​ປະ​ທານ​ປະ​ເທດ ຮຽກ​ຮ້ອງສະ​ພາ​ແຫ່ງ​ຊາດ​ປະ​ຕິ​ບັດ ​ສອງບັ້ນ​ການ​ສະຫຼຸບ​ໃຫຍ່ ເປັນ​ຢ່າງ​ດີ, ປະ​ກອບ​ສ່ວນ​​ສ້າງ​ບາດ​ກ້າວ​ພັດ​ທະ​ນາ​ໃໝ່​ກ່ຽວ​ກັບ​ທິດ​ສະ​ດີ ແລະ ວິ​ໄສ​ທັດ ກ​ານ​ນຳ​ພາ​ຂອງ​ພັກ.

Top