ກ່າວຄຳເຫັນທີ່ພິທີ, ທ່ານ ຫງວຽນຊິງເຍິດເຕີນ, ຮອງລັດຖະມົນຕີກະຊວງອຸດສາຫະກຳ ການຄ້າ ຫວຽດນາມ ເນັ້ນໜັກວ່າ, ການຈັດບັນດາການເຄື່ອນໄຫວຕອບແທນ ມຸ່ງໄປເຖິງຜູ້ບໍລິໂພກ ໃນວັນສິດຂອງຜູ້ບໍລິະໂພກ ແລະ ການປະຕິບັດກົດໝາຍວ່າດ້ວຍການປົກປ້ອງຜູ້ບໍລິໂພກປີ 2023 ມີຜົນບັງຄັບໃຊ້ໃນວັນທີ 1 ກໍລະກົດຈະມາເຖິງ ຈະປະກອບສ່ວນເພີ່ມທະວີປະສິດທິຜົນໃນການປົກປ້ອງສິດຜົນປະໂຫຍດຂອງຜູ້ບໍລິໂພກ ຫວຽດນາມ ໃນໄລຍະທີ່ຈະມາເຖິງ:
ກົດໝາຍວ່າດ້ວຍການປົກປ້ອງຜູ້ບໍລິໂພກປີ 2023 ໄດ້ເພີ່ມເຕີ່ມຫຼາຍຂໍ້ກຳນົດ ເພື່ອຮັບປະກັນຄວາມເປັນເອກະພາບກັບລະບົບກົດໝາຍປະຈຸບັນ ແລະ ດັບປັບບັນດາບັນຫາເກີດໃໝ່ຢ່າງທັນການ, ໃນນັ້ນ, ຫຼາຍຂໍ້ກຳນົດມີລັກສະນະເປັນຂີດໝາຍ, ເປັນຄັ້ງທຳອິດໄດ້ປະກົດໃນລະບົບກົດໝາຍກ່ຽວກັບ ການປົກປ້ອງສິດຜົນປະໂຫຍດຂອງຜູ້ບໍລິໂພກ. ໜຶ່ງໃນບັນດາຂໍ້ກຳນົດຢູ່ກົດໝາຍວ່າດ້ວຍການປົກປ້ອງສິດຜົນປະໂຫຍດຂອງຜູ້ບໍລິໂພກປີ 2023 ມີຄວາມໝາຍຫຼາຍຢ່າງຕໍ່ຜູ້ບໍລະໂພກ ແລະ ວຽກງານປົກປ້ອງສິດຜົນປະໂຫຍດຂອງຜູ້ບໍລິໂພກ ແມ່ນສືບຕໍ່ເອົາວັນທີ 15 ມີນາຂອງແຕ່ລະປີແມ່ນວັນສິດຜົນປະໂຫຍດຂອງຜູ້ບໍລິໂພກ ຫວຽດນາມ.