ຂ່າວສານ

ປຸກ​ລະ​ດົມ​ວັນ​ສິດ​ຂອງ​ຜູ້​ບໍ​ລິ​ໂພກ ຫວຽດ​ນາມ ປີ 2024

ຕອນເຊົ້າວັນທີ 15 ມີນາ, ຢູ່ ຮ່າໂນ້ຍ, ກະຊວງອຸດສາຫະກຳ ການຄ້າ ຫວຽດນາມ ໄດ້ຈັດພິທີປຸກລະດົມການສະໜອງວັນສິດຂອງຜູ້ບໍລິໂພກ ຫວຽດນາມ ດ້ວຍຫົວເລື່ອງ “ຂໍ້ມູນຈະແຈ້ງ, ການບໍລິໂພກປອດໄພ”.
(ພິທີປຸກລະດົມການສະໜອງວັນສິດຂອງຜູ້ບໍລິໂພກ ຫວຽດນາມ)

ກ່າວຄຳເຫັນທີ່ພິທີ, ທ່ານ ຫງວຽນຊິງເຍິດເຕີນ, ຮອງລັດຖະມົນຕີກະຊວງອຸດສາຫະກຳ ການຄ້າ ຫວຽດນາມ ເນັ້ນໜັກວ່າ, ການຈັດບັນດາການເຄື່ອນໄຫວຕອບແທນ ມຸ່ງໄປເຖິງຜູ້ບໍລິໂພກ ໃນວັນສິດຂອງຜູ້ບໍລິະໂພກ ແລະ ການປະຕິບັດກົດໝາຍວ່າດ້ວຍການປົກປ້ອງຜູ້ບໍລິໂພກປີ 2023 ມີຜົນບັງຄັບໃຊ້ໃນວັນທີ 1 ກໍລະກົດຈະມາເຖິງ ຈະປະກອບສ່ວນເພີ່ມທະວີປະສິດທິຜົນໃນການປົກປ້ອງສິດຜົນປະໂຫຍດຂອງຜູ້ບໍລິໂພກ ຫວຽດນາມ ໃນໄລຍະທີ່ຈະມາເຖິງ:

ກົດໝາຍວ່າດ້ວຍການປົກປ້ອງຜູ້ບໍລິໂພກປີ 2023 ໄດ້ເພີ່ມເຕີ່ມຫຼາຍຂໍ້ກຳນົດ ເພື່ອຮັບປະກັນຄວາມເປັນເອກະພາບກັບລະບົບກົດໝາຍປະຈຸບັນ ແລະ ດັບປັບບັນດາບັນຫາເກີດໃໝ່ຢ່າງທັນການ, ໃນນັ້ນ, ຫຼາຍຂໍ້ກຳນົດມີລັກສະນະເປັນຂີດໝາຍ, ເປັນຄັ້ງທຳອິດໄດ້ປະກົດໃນລະບົບກົດໝາຍກ່ຽວກັບ ການປົກປ້ອງສິດຜົນປະໂຫຍດຂອງຜູ້ບໍລິໂພກ. ໜຶ່ງໃນບັນດາຂໍ້ກຳນົດຢູ່ກົດໝາຍວ່າດ້ວຍການປົກປ້ອງສິດຜົນປະໂຫຍດຂອງຜູ້ບໍລິໂພກປີ 2023 ມີຄວາມໝາຍຫຼາຍຢ່າງຕໍ່ຜູ້ບໍລະໂພກ ແລະ ວຽກງານປົກປ້ອງສິດຜົນປະໂຫຍດຂອງຜູ້ບໍລິໂພກ ແມ່ນສືບຕໍ່ເອົາວັນທີ 15 ມີນາຂອງແຕ່ລະປີແມ່ນວັນສິດຜົນປະໂຫຍດຂອງຜູ້ບໍລິໂພກ ຫວຽດນາມ.


top