• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປຸກລະດົມວັນວັດທະນະທຳ ຫວຽດນາມ ຕິດພັນກັບວັນບຸນມະຫາສາມັກຄີທົ່ວປວງຊົນທັງຊາດ

ນີ້ແມ່ນການເຄື່ອນໄຫວທີ່ມີຄວາມໝາຍ, ເປັນເປີດຊາກໃຫ້ບັນດາລາຍການ ຕອບສະໜອງວັນວັດທະນະທຳ ຫວຽດນາມ (24 ພະຈິກ) ຕິດພັນກັບພີທີສະເຫຼີມສະຫຼອງ 96 ປີແຫ່ງວັນມູນເຊື້ອແນວໂຮມປະເທດຊາດ ຫວຽດນາມ (18 ພະຈິກ 1930 - 18 ພະຈິກ 2026).
ພິທີປຸກບະດົມສັບປະດາວັດທະນະທຳມະຫາສາມັກຄີທົ່ວປວງຊົນທັງຊາດ (ພາບ: VNA)

ຕອນເຊົ້າວັນທີ 01 ພະຈິກ, ຕາ​ແສງ ຮະລອງ, ນະຄອນກວາງນິງ, ໄດ້ຈັດພິທີ​ປຸກ​ບະ​ດົມສັບ​ປະ​ດາວັດທະນະທຳ​ມະ​ຫາ​ສາມັກຄີທົ່ວ​ປວງ​ຊົນ​ທັງຊາດ, ຕອບສະໜອງວັນວັດທະນະທຳ ຫວຽດນາມ ຕິດ​ພັນກັບວັນ​ບຸນ​ມະ​ຫາ​ສາມັກຄີທົ່ວ​ປວງ​ຊົນ​ທັງຊາດ 2026. ເຫດການໄດ້ດຶງດູດການເຂົ້າຮ່ວມຂອງ​ປະ​ຊາ​ຊົນກວ່າ 20.000 ຄົນຢູ່ຈຸດ​ເຊື່ອມ​ຕໍ່​ຫຼັກຢູ່​ໃຈ​ກາງ ກັບ​ບັນ​ດາຕາແສງ, ​ບ້ານ, ເຂດພິເສດ.

ນີ້ແມ່ນການ​ເຄື່ອນ​ໄຫວ​ທີ່​ມີ​ຄວາມ​ໝາຍ, ເປັນ​ເປີດ​ຊາກ​ໃຫ້​ບັນ​ດາ​ລາຍ​ການ ​ຕອບ​ສະ​ໜອງວັນວັດ​ທະ​ນະ​ທຳ ຫວຽດນາມ (24 ພະຈິກ)​ ຕິດ​ພັນ​ກັບ​ພີ​ທີສະເຫຼີມສະຫຼອງ 96 ປີ​ແຫ່ງວັນ​ມູນ​ເຊື້ອແນວໂຮມປະເທດຊາດ ຫວຽດນາມ (18 ພະຈິກ 1930 - 18 ພະຈິກ 2026).

ກ່າວຄຳເຫັນທີ່ພິທີ, ທ່ານ ຫງວຽນຈີແທັງ, ຮອງປະທານຄະນະກຳມະການແນວ​ໂຮມ​ປະ​ເທດ​ຊາດນະຄອນ ກວາງນິງ, ເນັ້ນໜັກວ່າ, ແນວໂຮມປະເທດຊາດ ແລະ ບັນ​ດາ​ໝູ່​ຄະ​ນະ ຈະສືບຕໍ່ມີ​ເສີ​ມ​ຂະ​ຫຍາຍ​ບົດ​ບາດ​ແກ່ນ​ສານ, ​ຖືກຳລັງແຮງຂອງ​ມະ​ຫາສາມັກຄີເປັນພື້ນຖານ ໃນການສ້າງ​ປະ​ຊາ​ຄົມທີ່ມີຄວາມສຸກ, ເບິ່ງແຍງ​ຜູ້​ປະ​ສົບ​ກັບ​ຄວາມຫຍຸ້ງຍາກ, ຫັນປ່ຽນວັນບຸນ​ມະ​ຫາສາມັກຄີ​ທົ່ວ​ປວງ​ຊົນ​ທັງ​ຊາດໃຫ້ກາຍເປັນເວທີປາໄສປະຊາທິປະໄຕ ຮັບຟັງຄຳເຫັນຂອງປະຊາຊົນ.

ບັນ​ດາ​ການ​ເຄື່ອນ​ໄຫວຕອບສະໜອງໄດ້ຈັດຂຶ້ນ​ຢ່າງ​ແທ​ດ​ຈິງ, ມີ​ຫົວ​ຄິດ​ປະ​ດິດ​ສ້າງ ຖືປະ​ຊາ​ຊົນ​ເປັນ​ໃຈ​ກາງ, ​ສ້າງ​ການ​ແຜ່​ກະ​ຈາຍຍືນຍົງໃນຊີວິດສັງຄົມ.

(ແຫຼ່ງຄັດຈາກ VOV)

ກອງປະຊຸມ COP17 ໄດ້ບັນລຸຂໍ້ຕົກລົງເພື່ອຍູ້ໄວການກະທຳອະນຸລັກຮັກສາຊີວະນາໆພັນ

ກອງປະຊຸມ COP17 ໄດ້ບັນລຸຂໍ້ຕົກລົງເພື່ອຍູ້ໄວການກະທຳອະນຸລັກຮັກສາຊີວະນາໆພັນ

ກວ່າ 100 ປະເທດບັນລຸໄດ້ຂໍ້ຕົກລົງສຳຄັນ ເພື່ອຍູ້ໄວການກະທຳອະນຸລັກຮັກສາຊີວະນາໆພັນ, ປິດກອງປະຊຸມຄັ້ງທີ 17 ບັນດາຝ່າຍເຂົ້າຮ່ວມສົນທິສັນຍາຂອງ ສະຫະປະຊາຊາດ ກ່ຽວກັບຊີວະພາບນາໆພັນ

Top