ນີ້ແມ່ນການເຄື່ອນໄຫວທີ່ມີຄວາມໝາຍ, ເປັນເປີດຊາກໃຫ້ບັນດາລາຍການ ຕອບສະໜອງວັນວັດທະນະທຳ ຫວຽດນາມ (24 ພະຈິກ) ຕິດພັນກັບພີທີສະເຫຼີມສະຫຼອງ 96 ປີແຫ່ງວັນມູນເຊື້ອແນວໂຮມປະເທດຊາດ ຫວຽດນາມ (18 ພະຈິກ 1930 - 18 ພະຈິກ 2026).
ພິທີປຸກບະດົມສັບປະດາວັດທະນະທຳມະຫາສາມັກຄີທົ່ວປວງຊົນທັງຊາດ (ພາບ: VNA)
ຕອນເຊົ້າວັນທີ 01 ພະຈິກ, ຕາແສງ ຮະລອງ, ນະຄອນກວາງນິງ, ໄດ້ຈັດພິທີປຸກບະດົມສັບປະດາວັດທະນະທຳມະຫາສາມັກຄີທົ່ວປວງຊົນທັງຊາດ, ຕອບສະໜອງວັນວັດທະນະທຳ ຫວຽດນາມ ຕິດພັນກັບວັນບຸນມະຫາສາມັກຄີທົ່ວປວງຊົນທັງຊາດ 2026. ເຫດການໄດ້ດຶງດູດການເຂົ້າຮ່ວມຂອງປະຊາຊົນກວ່າ 20.000 ຄົນຢູ່ຈຸດເຊື່ອມຕໍ່ຫຼັກຢູ່ໃຈກາງ ກັບບັນດາຕາແສງ, ບ້ານ, ເຂດພິເສດ.
ນີ້ແມ່ນການເຄື່ອນໄຫວທີ່ມີຄວາມໝາຍ, ເປັນເປີດຊາກໃຫ້ບັນດາລາຍການ ຕອບສະໜອງວັນວັດທະນະທຳ ຫວຽດນາມ (24 ພະຈິກ) ຕິດພັນກັບພີທີສະເຫຼີມສະຫຼອງ 96 ປີແຫ່ງວັນມູນເຊື້ອແນວໂຮມປະເທດຊາດ ຫວຽດນາມ (18 ພະຈິກ 1930 - 18 ພະຈິກ 2026).
ກ່າວຄຳເຫັນທີ່ພິທີ, ທ່ານ ຫງວຽນຈີແທັງ, ຮອງປະທານຄະນະກຳມະການແນວໂຮມປະເທດຊາດນະຄອນ ກວາງນິງ, ເນັ້ນໜັກວ່າ, ແນວໂຮມປະເທດຊາດ ແລະ ບັນດາໝູ່ຄະນະ ຈະສືບຕໍ່ມີເສີມຂະຫຍາຍບົດບາດແກ່ນສານ, ຖືກຳລັງແຮງຂອງມະຫາສາມັກຄີເປັນພື້ນຖານ ໃນການສ້າງປະຊາຄົມທີ່ມີຄວາມສຸກ, ເບິ່ງແຍງຜູ້ປະສົບກັບຄວາມຫຍຸ້ງຍາກ, ຫັນປ່ຽນວັນບຸນມະຫາສາມັກຄີທົ່ວປວງຊົນທັງຊາດໃຫ້ກາຍເປັນເວທີປາໄສປະຊາທິປະໄຕ ຮັບຟັງຄຳເຫັນຂອງປະຊາຊົນ.
ບັນດາການເຄື່ອນໄຫວຕອບສະໜອງໄດ້ຈັດຂຶ້ນຢ່າງແທດຈິງ, ມີຫົວຄິດປະດິດສ້າງ ຖືປະຊາຊົນເປັນໃຈກາງ, ສ້າງການແຜ່ກະຈາຍຍືນຍົງໃນຊີວິດສັງຄົມ.