• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປຸກລະດົມການເສັງພາບຖ່າຍສິລະປະທ່ອງທ່ຽວທົ່ວປະເທດຄັ້ງທີ 8 “ຂ້າພະເຈົ້າຮັກຫວຽດນາມ”

      ຕອນເຊົ້າວັນທີ 10 ມັງກອນ, ຢູ່ຮ່າໂນ້ຍ, ກົມໃຫຍ່ທ່ອງທ່ຽວ, ວາລະສານທ່ອງທ່ຽວ ໄດ້ຈັດຕັ້ງການປຸກລະດົມການເສັງພາບຖ່າຍສິລະປະທ່ອງທ່ຽວທົ່ວປະເທດຄັ້ງທີ 8 ດ້ວຍຫົວຂໍ້ວ່າ “ຂ້າພະເຈົ້າຮັກຫວຽດນາມ”

(ປຸກລະດົມການເສັງພາບຖ່າຍສິລະປະທ່ອງທ່ຽວທົ່ວປະເທດຄັ້ງທີ 8 “ຂ້າພະເຈົ້າຮັກຫວຽດນາມ”)
      ດ້ວຍການສົມທົບ ແລະ ອຸປະຖຳຂອງສະມາຄົມນັກສິລະປິນຖ່າຍຮູບຫວຽດນາມ. ການເສັງຖືກດຳເນີນແຕ່ເດືອນ ມັງກອນ ຫາເດືອນ ມິຖຸນາ 2018.
        ການເສັງແມ່ນການເຄື່ອນໄຫວສຳຄັນ ເພື່ອແນໃສ່ເພີ່ມຂໍ້ມູນໃຫ້ສາງວັດຖຸພັນເອກະສານພາບຖ່າຍ ຮັບໃຊ້ບັນດາການເຄື່ອນໄຫວສົ່ງເສີມ, ໂຄສະນາການທ່ອງທ່ຽວຫວຽດນາມ. ຈຸດໃໝ່ຂອງການເສັງພາບຖ່າຍປີນີ້ແມ່ນບັນດານັກຖ່າຍຮູບຈະສົ່ງພາບຖ່າຍຜ່ານແວັບໄຊ http://www.anhnghethuatdulich.com.  ນີ້ແມ່ນຄັ້ງທຳອິດຄະນະຈັດຕັ້ງຮັບເອົາພາບຖ່າຍເຂົ້າຮ່ວມການເສັງດ້ວຍລະບົບດີຈີຕອນ.
        ພີທີມອບລາງວັນ ແລະ ງານວາງສະແດງພາບຖ່າຍ ຄາດວ່າຈະຈັດຂຶ້ນໃນຕົ້ນເດືອນ ກໍລະກົດ 2018. ຄະນະຈັດຕັ້ງຈະມອບລາງວັນທີ 1 ໜຶ່ງລາງວັນ, ລາງວັນທີ 2 ສອງລາງວັນ, ລາງວັນທີ 3 ສາມລາງວັນ, ລາງວັນຊົມເຊີຍ 5 ລາງວັນ.
 (ແຫຼ່ງຄັດຈາກ VOV)
 

ປະ​ທານ​ປະ​ເທດ ຫວໍ​ວັນ​ເຖືອງ ສິ​້ນ​ສຸດ​ການ​ຢ້ຽມ​ຢາມ ຍີ່​ປຸ່ນ ຢ່າງ​ເປັນ​ທາງ​ການ

ປະ​ທານ​ປະ​ເທດ ຫວໍ​ວັນ​ເຖືອງ ສິ​້ນ​ສຸດ​ການ​ຢ້ຽມ​ຢາມ ຍີ່​ປຸ່ນ ຢ່າງ​ເປັນ​ທາງ​ການ

ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ແລະ ພັນລະຍາ, ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງອອກຈາກ Fukuoka ກັບເມືອປະເທດ ສິ້ນສຸດການຢ້ຽມຢາມ ຍີ່ປຸ່ນ ຢ່າງຈົບງາມ ຕາມຄຳເຊື້ອເຊີນຂອງລັດຖະບານ ຍີ່ປຸ່ນ.

Top